ແຂວງດ້ຽນບຽນ: ເພີ່ມທະວີການຮ່ວມມືດ້ານການສຶກສາ, ກໍ່ສ້າງລະຫວ່າງກັບລາວ

12:05 | 12/01/2024

ແຂວງດ້ຽນບຽນ: ເພີ່ມທະວີການຮ່ວມມືດ້ານການສຶກສາ, ກໍ່ສ້າງລະຫວ່າງກັບລາວ

ນັກສຶກສາລາວ 75 ຄົນ ມາຮໍ່າຮຽນ ຢູ່ ແຂວງດ້ຽນບຽນ ສສ.ຫວຽດນາມ ນັກສຶກສາລາວ 75 ຄົນ ມາຮໍ່າຮຽນ ຢູ່ ແຂວງດ້ຽນບຽນ ສສ.ຫວຽດນາມ
ແລກປ່ຽນປະສົບການເຄື່ອນໄຫວຄະນະກຳມະການປົກຄອງລະຫວ່າງ ແຂວງດ້ຽນບຽນ ແລະ ແຂວງຜົ່ງສາລີ (ລາວ). ແລກປ່ຽນປະສົບການເຄື່ອນໄຫວຄະນະກຳມະການປົກຄອງລະຫວ່າງ ແຂວງດ້ຽນບຽນ ແລະ ແຂວງຜົ່ງສາລີ (ລາວ).

ຕອນບ່າຍວັນທີ 19 ທັນວາ, ພະແນກສຶກສາ ແລະກໍ່ສ້າງແຂວງດ້ຽນບຽນ ສສ.ຫວຽດນາມ ໄດ້ເຮັດວຽກກັບຄະນະປະຕິບັດງານຂອງພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ, ລາວ.

ແຂວງດ້ຽນບຽນ: ເພີ່ມທະວີການຮ່ວມມືດ້ານການສຶກສາ, ກໍ່ສ້າງລະຫວ່າງກັບລາວ
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທີ່ການເຮັດວຽກ, ສອງຝ່າຍໄດ້ພ້ອມກັນປຶກສາຫາລືກ່ຽວກັບວຽກງານບໍາລຸງ-ກໍ່ສ້າງ, ຖອດຖອນບົດຮຽນ, ວຽກງານສົມທົບກັນໃນການຄຸ້ມຄອງພະນັກງານ, ນັກສຶກສາແຂວງຫຼວງພະບາງ ຕາມແຜນການຮ່ວມມືບຳລຸງ-ກໍ່ສ້າງລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອລາວ ໄລຍະ 2021-2025, ກໍານົດທິດຮອດປີ 2030.

ຕາມທ່ານ ຫງວຽນວັນດວາດ ຫົວໜ້າພະແນກສຶກສາ ແລະກໍ່ສ້າງ ແຂວງດ້ຽນບຽນ ແລ້ວ, ໃນໄລຍະ 2016-2020, ແຂວງດ້ຽນບຽນ ໄດ້ຊ່ວຍບຳລຸງ-ກໍ່ສ້າງນັກສຶກສາແຂວງຫຼວງພະບາງ 185 ຄົນ. ໃນໄລຍະ 2021-2025, ປະຈຸບັນມີນັກສຶກສາແຂວງຫຼວງພະບາງ 34 ຄົນ ກຳລັງບໍາລຸງ-ກໍ່ສ້າງຕາມແຜນການຮ່ວມມື.

ທ່ານ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ ຫວັງວ່າຈະໄດ້ຮຽນຮູ້ປະສົບການຫຼາຍຢ່າງໃນການຄຸ້ມຄອງ, ການເຄື່ອນໄຫວດ້ານການສຶກສາຢູ່ແຂວງດ້ຽນບຽນ. ພິເສດ, ຄາດວ່າ ໃນໄລຍະຈະມາເຖິງ ແຂວງຫຼວງພະບາງ ຈະສ້າງຕັ້ງຮາກຖານການສຶກສາ, ຫ້ອງການສຶກສາຢູ່ຂັ້ນເທດສະບານເມືອງ ແລະອາດຈະສົ່ງພະນັກງານຂະແໜງທີ່ຮັບຜິດຊອບໄປສຶກສາຮຽນຮູ້ຕົວຈິງຢູ່ແຂວງດ້ຽນບຽນ ກ່ຽວກັບໂຄງຮ່າງການຈັດຕັ້ງ, ການຄຸ້ມຄອງ, ການເຄື່ອນໄຫວຕ່າງໆ...

ສິ້ນສຸດການເຮັດວຽກ, ການນຳຂອງສອງພະແນກໄດ້ພ້ອມກັນລົງນາມໃນບົດບັນທຶກຊ່ວຍຈໍາ, ໃນນັ້ນແມ່ນສືບຕໍ່ຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງຕາມແຜນການຮ່ວມມືດ້ານການສຶກສາລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອລາວ ໄລຍະ 2021-2025 ກໍານົດທິດຮອດປີ 2030 ທີ່ແຂວງດ້ຽນບຽນ ໄດ້ອະນຸມັດ.

ບູນມີ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.