ຫວຽດນາມ ເຂົ້າຮ່ວມການຕິດຕາມກວດກາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງເກືອບ 1.200 ມໍລະດົກໂລກ.

10:45 | 22/11/2023

ຍສໝ - ວັນ​ທີ 22 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ປາຣີ (ຝະລັ່ງ), ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ຄະນະ​ກຳມະການ​ມໍລະດົກ​ໂລກ​ ອາຍຸການ 2023 - 2027 ດ້ວຍ​ຄະ​ແນນ​ສຽງ 121/171 ບັດຖືກຕ້ອງຕາມລະບຽບ, ຢືນ​ອັນ​ດັບ​ທີ 1 ​ໃນ​ກຸ່ມ​ອາຊີ - ປາຊີ​ຟິກ ​ແລະ ຢືນ​ອັນ​ດັບ 2 ​ໃນ​ຈຳນວນ 9 ປະ​ເທດທີ່ໄດ້​ຮັບການເລືອກ​ຕັ້ງ​ໃນ 5 ພາກ​ພື້ນ​. ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ຫວຽດນາມ ຈະ​ເຂົ້າຮ່ວມຮັບພາລະໜ້າທີ່ສຳຄັນຊີ້​ນຳ​ການປະຕິບັດ​ສົນທິສັນຍາ​ມໍລະດົກ​ໂລກ ​ປີ 1972 ຂອງ UNESCO; ປົກ​ປັກ​ຮັກ​ສາ, ອະ​ນຸ​ລັກ ​ແລະ ເສີມຂະຫຍາຍ​​ຄຸນ​ຄ່າ​ຂອງ 1,199 ມໍ​ລະ​ດົກ​ໂລກ​ໃນ​ທົ່ວ​ໂລກ.

ຫວຽດນາມ - ສ.ອາເມລິກາ ສູ້ຊົນນຳວົງເງິນການຄ້າໃຫ້ບັນລຸ 200 ຕື້ໂດລາສະຫະລັດ ຫວຽດນາມ - ສ.ອາເມລິກາ ສູ້ຊົນນຳວົງເງິນການຄ້າໃຫ້ບັນລຸ 200 ຕື້ໂດລາສະຫະລັດ
ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ) ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ)

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມງອກ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຖື​ວ່າ: ນີ້​ແມ່ນ​ຄັ້ງ​ທີ 2 ທີ່ຫວຽດນາມ ​ໄດ້​ຮັບພາລະໜ້າທີ່ບົດບາດຢູ່​​ອົງການ​ບໍລິຫານຫຼັກແຫຼ່ງກ່ຽວກັບວັດທະນະທຳ​ຂອງ​ອົງການ UNESCO. ການ​ໄດ້ຮັບເລືອກ​ດ້ວຍ​ຄະ​ແນນບັດ​ສູງ​ໄ ດ້​ສະ​ແດງ​ໃຫ້​ເຫັນ​ອິດທິພົນ​ຂອງ​ຫວຽດນາມ ບົນເວທີ​ສາກົນ, ພ້ອມ​ທັງຮັບ​ຮູ້ການ​ປະກອບສ່ວນ​ຕົວ​ຈິງ​ຂອງ​ຫວຽດນາມ​ໃນ​ການ​ພົວພັນ​ກັບ UNESCO, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ຢູ່​ຫວຽດນາມ ກໍ່​ຄື​ໃນ​ໂລກ.

ຫວຽດນາມ ເຂົ້າຮ່ວມການຕິດຕາມກວດກາ, ອະນຸລັກຮັກສາ ແລະ  ເສີມຂະຫຍາຍຄຸນຄ່າຂອງເກືອບ 1.200 ມໍລະດົກໂລກ.
ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຊົມ​ເຊີຍ​ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ. (ພາບ: ໜັງສືພິມປະຊາຊົນ)

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ທິຮົ່ງ​ເວີນ, ຫົວໜ້າ​ຄະນະປະຈຳຫວຽດນາມ ປະຈຳ UNESCO ​ແລ້ວ: ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ 5 ກົນ​ໄກ​ບໍລິຫານສຳຄັນແຖວໜ້າ​ຂອງ UNESCO ໃນເວລາດຽວກັນ, ຫວຽດນາມ ມີ​ກາລະ​ໂອກາດ​ສືບ​ຕໍ່​ປະກອບສ່ວນ​ຢ່າງເປັນເຈົ້າການ ​ແລະ ຕັ້ງໜ້າ​ກ່ວາ​ອີກໃນ​ບັນ​ດາ​ໂຄງ​ການ​ທີ່​ສໍາ​ຄັນ ​ແລະ ກຳນົດທິດໃຫຍ່ຂອງ UNESCO​.

ຫວຽດນາມ ຈະ​ສົມທົບ​ກັບ 20 ປະ​ເທດ​ສະມາຊິກ​ອື່ນ​ຮັບພາລະໜ້າທີ່ຕິດຕາມກວດກາ​ບັນດາ​ປະ​ເທດ​ສະມາຊິກ​ ປະຕິບັດ​ສົນທິສັນຍາ​ມໍລະດົກ​ໂລກ ​ປີ 1972 ຂອງ UNESCO, ຜ່ານ​ນັ້ນ ກໍ່​ປົກ​ປັກ​ຮັກສາ, ອະນຸລັກ ເເລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ໂລກ 1.199 ​ແຫ່ງ​ໃນ​ທົ່ວ​ໂລກ.

ຫວຽດນາມ ຈະ​ເຂົ້າ​ຮ່ວມການພິຈາລະນາ​ບັນດາ​ເອກະສານສະເໜີອອກຮັບເລືອກມໍລະດົກ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ຕາມ​ບັນດາມາດຖານ​ຂອງ​ສົນທິສັນຍາ​ມໍລະດົກ​ໂລກ, ​ໂດຍ​ນຳ​ໃຊ້ນັ້ນ​ເປັນ​ອີງ ເພື່ອຍົກອອກມາຕັດສິນ​ຮັບ​ຮອງ ຫຼື ບໍ່​ຮັບ​ຮອງເປັນມໍລະດົກ​ໂລກ.

ນອກຈາກນັ້ນ, ຫວຽດນາມ ກໍ່ຈະເຂົ້າຮ່ວມຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືສາກົນກ່ຽວກັບການປົກປັກຮັກສາມໍລະດົກໂລກ ເພື່ອຮັກສາ, ສົ່ງເສີມ ແລະ ຖ່າຍທອດບັນດາຄຸນຄ່າປະຫວັດສາດ ແລະ ວັດທະນະທຳໃຫ້ແກ່ຄົນລຸ້ນອະນາຄົດ, ປະກອບສ່ວນພັດທະນາແບບຍືນຍົງຂອງໂລກ. ບາງ​ການ​ເຄື່ອນ​ໄຫວ​ຄື: ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ປະສົບ​ການ, ​ສະໜອງການຊ່ວຍເຫຼືອ​ດ້ານການ​ເງິນ ​ແລະ ​ເຕັກນິກ, ປະຕິບັດບັນດາ​ໂຄງການ​ປົກ​ປັກ​ຮັກສາ​ມໍລະດົກ...

ທ່ານ​ນາງ Audrey Azoulay ຜູ້ອຳນວຍການ​ອົງການ UNESCO ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ຕົວ​ຢ່າງ​ໃນ​ບັນດາ​ຜົນສຳ​ເລັດ​ໃນ​ການ​ເຊື່ອມ​ຕໍ່​ລະຫວ່າງການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ​ແມ່ນ​ແບບຢ່າງ​ທີ່​ດີ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ. ປາດຖະໜາວ່າ ປະສົບການຂອງ ຫວຽດນາມ ຈະແມ່ນບົດຮຽນທີ່ດີໃຫ້ແກ່ຫຼາຍປະເທດໃນພາກພື້ນ ແລະ ສາກົນ ເພື່ອປະຕິບັດສົນທິສັນຍາຢ່າງມີປະສິດທິຜົນ, ປະກອບສ່ວນເສີມຂະຫຍາຍຮູບພາບຄວາມຫຼາກຫຼາຍທາງດ້ານວັດທະນະທຳມວນມະນຸດ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.