Zhi-Shan ໜູນຊ່ວຍໃນການກວດພະຍາດ ແລະ ຜ່າຕັດຟຣີ ສຳລັບເດັກພິການ ທີ່ ເທື່ອທຽນເຫ້ວ

07:37 | 13/06/2022

ຍສໝ-ຫ້ອງການໂຄງການອົງການຈັດຕັ້ງ Zhi-Shan Foundation ຢູ່ ​ຫວຽດນາມ ​ຫາກໍ​ສົມທົບ​ກັບ​ ສູນວຽກງານ​​ສັງຄົມ ​ແລະ ກອງ​ທຶນ​ອຸປະຖໍາ​ເດັກ​ແຂວງ ​ເທື່ອ​ທຽນ​ເຫ້ວ, ​ ໂຮງໝໍ​ມະຫາວິທະຍາ​ໄລ ການ​ແພດ ​ແລະ ການ​ຢາ​ ເຫ້ວ ໄດ້ປະຕິບັດລາຍການ “ກວດ​ຍະຍາດ ແລະ ​ຜ່າຕັດ​ມະນຸດສະທຳ​ໃຫ້ເດັກ​ພິ​ການ​​ການ​ດ້ານການເຄື່ອນ​ໄຫວ ແລະ ທໍ່ນໍ້າຍ່ຽວ ທີ່​ມີ​ສະພາບຫຍຸ້ງຍາກ ​ປີ 2022 ຢູ່ໃນບໍລິເວນ​ແຂວງ ເທື່ອທຽນເຫ້ວ.

Zhi Shan Foundation ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1,5 ຕື້​ດົ່ງ​ໃຫ້​ແກ່​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແຂວງ​ເທື່ອ​ທຽນ​ເຫ້ວ Zhi Shan Foundation ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1,5 ຕື້​ດົ່ງ​ໃຫ້​ແກ່​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແຂວງ​ເທື່ອ​ທຽນ​ເຫ້ວ
ເທື່ອທຽນເຫ້ວ, ດ່ານັ້ງ, ໄຕນິງຈັດຕັ້ງຫຼາຍການເຄື່ອນໄຫວສະຫຼອງບຸນເຕັດປະຈຳຊາວປະເທດ ລາວ ເທື່ອທຽນເຫ້ວ, ດ່ານັ້ງ, ໄຕນິງຈັດຕັ້ງຫຼາຍການເຄື່ອນໄຫວສະຫຼອງບຸນເຕັດປະຈຳຊາວປະເທດ ລາວ
Zhi-Shan ໜູນຊ່ວຍໃນການກວດພະຍາດ ແລະ ຜ່າຕັດຟຣີ ສຳລັບເດັກພິການ ທີ່ ເທື່ອທຽນເຫ້ວ
ທ່ານໝໍກໍາລັງກວດພະຍາດໃຫ້ບັນດາເດັກພິການ( ພາບ: Fanpage Zhi-Shan)

ໃນການກວດພະຍາດກ່ອນຄັ້ງນີ້ ມີເດັກນ້ອຍ 23 ຄົນ ທີ່ພິການ​​ການດ້ານການ​ເຄື່ອນ​ໄຫວ, ພິການທໍ່ນໍ້າຍ່ຽວຢູ່ອະໄວຍະວະເພດ ເຂົ້າຮ່ວມກວດພະຍາດ, ໃນນັ້ນ ມີເດັກນ້ອຍ 13 ຄົນ ໄດ້ຮັບການບົ່ງມະຕິໃຫ້ຜ່າຕັດ ຈາກທ່ານໝໍ.

Zhi-Shan Foundation ຈະສົມທົບກັບໂຮງໝໍ​ມະຫາວິທະຍາ​ໄລ ການ​ແພດ ​ແລະ ການ​ຢາ​ ເຫ້ວ ສັບຊ້ອນ, ຈັດໃຫ້ເດັກນ້ອຍໄດ້ຜ່າຕັດ ແລະ ປິ່ນປົວໃນໄລຍະພັກແລ້ງ, ພ້ອມດຽວກັນນັ້ນ ກໍໜູນຊ່ວຍຄ່າໃຊ້ຈ່າຍທັງໝົດໃນການຜ່າຕັດ ແລະ ການປິ່ນປົວໃຫ້ບັນດາເດັກນ້ອຍ.

ໂຄງການການຜ່າຕັດສັນຍະກໍາຕົບແຕ່ງຟຣີ ບໍ່ພຽງແຕ່ຊ່ວຍຟື້ນຟູອະໄວຍະວະທີ່ພິການເທົ່ານັ້ນ, ຫາກຍັງຊ່ວຍໃຫ້ບັນດາເດັກນ້ອຍມີຄວາມເປັນປົກກະຕິທາງດ້ານຈິດໃຈ ແລະ ຮ່າງກາຍ, ຈາກນັ້ນ ຊ່ວຍໃຫ້ຄອບຄົວ ແລະ ພວກຫລານ ມີຊີວິດສະຫງົບສຸກ ແລະ ມີຄວາມສຸກຫຼາຍຂຶ້ນ.

ໂຄງການການຜ່າຕັດສັນຍະກໍາຕົບແຕ່ງຟຣີ ໄດ້ຜັນຂະຫຍາຍແຕ່ປີ 2000, ໃນຕະຫຼອດ 22 ປີ​ທີ່​ຜ່ານ​ມາ, ອົງການ Zhi-Shan Foundation ​ໄດ້ໜູນຊ່ວຍ ໃຫ້​ເດັກ​ພິການ 3.000 ກວ່າ​ຄົນ ເຊິ່ງເປັນຜູ້ທີ່ມີສະພາບ​​ຫຍຸ້ງຍາກ​ຢູ່ 6 ​ແຂວງ​ພາກ​ກາງ ​ໄດ້​ຮັບ​ການ​ຜ່າຕັດຢ່າງ​​ສຳ​ເລັດຜົນ, ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ຊຸມ​ຊົນ.

ຫອມມາລາ

ເຫດການ
302 Found

Found

The document has moved here.