Operation Smile ສົມທົບກັນຜ່າຕັດໃຫ້ເດັກນ້ອຍພິການຢູ່ໃບໜ້າມາແຕ່ກຳເນີດ ໃນພາກກາງ ແລະ ພາກໃຕ້

11:03 | 23/07/2022

ຍສໝ - ດ້ວຍເປົ້າໝາຍທີ່ຈະນຳເອົາຮອຍຍິ້ມ ແລະ ຄວາມໝັ້ນໃຈໃຫ້ເດັກນ້ອຍ, Operation Smile ໄດ້ຮັບການສ້າງຕັ້ງດ້ວຍຄຳຂວັນເປັນອົງການມະນຸດສະທຳ ປອດກຳໄລ ເຄື່ອນໄຫວໃນຂົງເຂດສົ່ງເສີມສຸຂະພາບປະຊາຄົມ, ສຸມໃສ່ເຂົ້າໃນ ການຜ່າຕັດໃຫ້ເດັກ ສົບແວ່ງ, ເພດານໂວ່ໂດຍບໍ່ເສຍຄ່າຢູ່ບັນດາ​ປະ​ເທດ​ທີ່​ພວມ ພັດ​ທະ​ນາ​.

Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19 Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19
ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ

​ແຕ່​ວັນ​ທີ 23-29 ກໍລະກົດ​, ອົງການຜ່າຕັດຮອຍຍິ້ມ (Operation Smile) ສົມທົບ​ກັບ​ໂຮງໝໍ​ມະຫາວິທະຍາໄລການຢາ ໄດ້​ຈັດ​ຕັ້ງ​ການ​ຜ່າຕັດໃຫ້ເດັກນ້ອຍ ພິການຢູ່ໃບໜ້າມາແຕ່ກຳເນີດ ໃນພາກກາງແລະພາກໃຕ້.

ດ້ວຍເປົ້າໝາຍທີ່ຈະນຳເອົາຮອຍຍິ້ມ ແລະ ຄວາມໝັ້ນໃຈໃຫ້ເດັກນ້ອຍ, Operation Smile ໄດ້ຮັບການສ້າງຕັ້ງດ້ວຍຄຳຂວັນເປັນອົງການມະນຸດສະທຳ ປອດກຳໄລ ເຄື່ອນໄຫວໃນຂົງເຂດສົ່ງເສີມສຸຂະພາບປະຊາຄົມ, ສຸມໃສ່ເຂົ້າໃນ ການຜ່າຕັດໃຫ້ເດັກ ສົບແວ່ງ, ເພດານໂວ່ໂດຍບໍ່ເສຍຄ່າຢູ່ບັນດາ​ປະ​ເທດ​ທີ່​ພວມ ພັດ​ທະ​ນາ​.

Operation Smile ສົມທົບກັນຜ່າຕັດໃຫ້ເດັກນ້ອຍພິການຢູ່ໃບໜ້າມາແຕ່ກຳເນີດ ໃນພາກກາງ ແລະ ພາກໃຕ້
Operation Smile ສົມທົບກັນຜ່າຕັດໃຫ້ເດັກນ້ອຍພິການຢູ່ໃບໜ້າມາແຕ່ກຳເນີດ ໃນພາກກາງ ແລະ ພາກໃຕ້. ພາບ: thoidai.com.vn

ເງື່ອນໄຂການເລືອກຄົນເຈັບ: ເດັກນ້ອຍທີ່ສົບແວ່ງມີອາຍຸຢ່າງໜ້ອຍ 6 ເດືອນ, ນໍ້າໜັກແຕ່ 8 ກິໂລຂຶ້ນໄປ; ເດັກນ້ອຍເພດານໂວ່ ຕ້ອງມີອາຍຸຢ່າງ ໜ້ອຍ 18 ເດືອນ, ນ້ຳໜັກ 10-12 ກິໂລຂຶ້ນໄປ. ເດັກນ້ອຍບໍ່ມີພະຍາດ ມາແຕ່ກຳເນີດເຊັ່ນ: ພະຍາດຫົວໃຈ, ພະຍາດບ້າໝູ, ພະຍາດທາງປະສາດ... ແລະ ບໍ່ເປັນພະຍາດ, ໄຂ້ ຫຼື ຕິດເຊື້ອໃນເວລາກວດ.

ການຜ່າຕັດທັງຫມົດຈະປະຕິບັດໂດຍບໍ່ເສຍຄ່າ. ນອກຈາກນັ້ນ, ຄົນເຈັບຈະໄດ້ຮັບການສະຫນັບສະຫນູນຄ່າໃຊ້ຈ່າຍບາງສ່ວນໃນການເດີນທາງ ແລະ ຄ່າທີ່ພັກໃນເວລາປິ່ນປົວຢູ່ໂຮງໝໍ.

ການລົງທະບຽນກວດ ແລະ ຜ່າຕັດ, ກະລຸນາໂທຫາເບີຫ້ອງການ Operation Smile ປະຈໍາຫວຽດນາມ:

- ຮ່າໂນ້ຍ: 024 3936 5426

- ນະຄອນໂຮ່ຈີມິນ: 028 3526 0208

- ສາຍດ່ວນ: 090 488 5555

ຂໍ້ມູນຕິດຕໍ່: ນາງ ເຈິ່ນເຮືອງຢາງ ອີເມວ: [email protected] ໂທລະສັບ: 098 999 2335

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.