ກະກຽມເງື່ອນໄຂທີ່ຈຳເປັນເພື່ອຕ້ອນຮັບແຫຼ່ງເງິນລົງທຶນຂອງຕ່າງປະເທດ

00:00 | 18/12/2023

ຍສໝ - ຫ້ອງການລັດຖະບານ ຫາກໍ່ອອກເອກະສານແຈ້ງຂ່າວຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ເຈີ່ນລີວກວາງ ກ່ຽວກັບສະພາບການລົງທຶນຕ່າງປະເທດ ພາຍຫຼັງໄດ້ຮັບບົດລາຍງານ ແລະ ຂໍ້ສະເໜີແນະຈາກກະຊວງແຜນການ ແລະ ການລົງທຶນ.

WB: ການເຄື່ອນໄຫວການລົງທຶນຂອງຕ່າງປະເທດຢູ່ຫວຽດນາມ ຍັງໝັ້ນຄົງ ບໍ່ຫົວຊາຕໍ່ຄວາມບໍ່ສະຫງົບຂອງໂລກ WB: ການເຄື່ອນໄຫວການລົງທຶນຂອງຕ່າງປະເທດຢູ່ຫວຽດນາມ ຍັງໝັ້ນຄົງ ບໍ່ຫົວຊາຕໍ່ຄວາມບໍ່ສະຫງົບຂອງໂລກ
ເງິນລົງທຶນຂອງຕ່າງປະເທດເຂົ້າສູ່ຫວຽດນາມ 8 ເດືອນ ບັນລຸ 22,63 ຕື້ ໂດລາສະຫະລັດ ເງິນລົງທຶນຂອງຕ່າງປະເທດເຂົ້າສູ່ຫວຽດນາມ 8 ເດືອນ ບັນລຸ 22,63 ຕື້ ໂດລາສະຫະລັດ

ກະຊວງຕຳຫຼວດ​ ກວດກາ​ຄືນ​ລະບຽບ​ການ​ອອກ​ວີ​ຊາ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ, ຮັບປະກັນ​ຄວາມ​ສະດວກ​ໃນ​ໄລຍະ​ປະຕິບັດ; ​ເພີ່ມ​ທະວີວຽກງານ​ການ​ຕີ​ລາຄາ ​ແລະ ການ​ປະເມີນຜົນທີ່ສົ່ງຜົນກະທົບ​​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງຄົມສຳຫຼັບ​ບັນດາ​ໂຄງການຮ່ວມມືສາກົນ, ​ລົງທຶນ​ຕ່າງປະ​ເທດ; ຜັນຂະຫຍາຍບັນດາ​ມາດ​ຕະການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ສວຍ​ໃຊ້​ຮູບການໂອນ​ເງິນ​ລົງທຶນ, ລວບລວມ, ຊື້ຂາຍໂຮມວິສາຫະກິດເຂົ້າກັນ, ການ​ລົງທຶນທີ່ບໍ່ຈະແຈ້ງ ເພື່ອ​ຟອກ​ເງິນ, ການ​ໂອນ​ລາຄາ, ໜີພາສີ... ເຊິ່ງກໍ່​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ຕາມ​ເອກະສານ​ເລກທີ 9606/VPCP-QHQT ຂອງ​ຫ້ອງ​ການ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລີວກວາງ ຮຽກຮ້ອງ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ ສົມທົບ​ກັນ​ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ຊຸກຍູ້, ​ເຈລະຈາ, ​ໃຫ້ຄຳປຶກສາ​ນະ​ໂຍບາຍ, ກະກຽມບັນດາ​​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ຕ້ອນຮັບ​ແຫຼ່ງເງິນ​ລົງທຶນ​ຂອງ​ຕ່າງປະ​ເທດບົນຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ. ໂຄສະນາເຜີຍແຜ່ຄວາມ​ພ້ອມ​ຂອງ​ຫວຽດນາມ ​ເພື່ອ​ຮັບ​ເອົາ​ກະແສການລົງທຶນ​ລຸ້ນ​ໃໝ່ ດ້ວຍ​ບັນດາທ່າ​ໄດ້​ປຽບ​ຄວາມສາມາດບົ່ມຊ້ອນພັດທະນາ​ເສດຖະກິດ​ຢ່າງ​ແຮງ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່ມີຄວາມສະດວກົ່າງ​ແທ້​ຈິງ ໂດຍມີການຮ່ວມເດີນທາງ ​ແລະ ໜູນ​ຊ່ວຍສູງສຸດຂອງ​ອຳນາດການປົກຄອງ ​ຈາກ​ຂັ້ນ​ສູນ​ກາງ​ເຖິງ​ທ້ອງ​ຖິ່ນ, ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການປະຕິບັດໃຫ້ສົມບູນຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ; ປ່ຽນແປງໃໝ່ປະດິດສ້າງ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ກະກຽມເງື່ອນໄຂທີ່ຈຳເປັນເພື່ອຕ້ອນຮັບແຫຼ່ງເງິນລົງທຶນຂອງຕ່າງປະເທດ
ຫວຽດນາມ ພວມ​ກະກຽມ​ບັນດາ​ເງື່ອນ​ໄຂ​ທີ່​ເໝາະ​ສົມ​ເພື່ອ​ຮັບ​ເອົາກະແສ​ການ​ລົງທຶນ​ລຸ້ນ​ໃໝ່. (ຮູບປະກອບ: KT)

ທ່ານ ​ເຈີ່ນລີວກວາງ ​ໄດ້​ມອບ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ສົມທົບ​ກັບ​ກະຊວງ​ຕຳຫຼວດ ​ແລະ ບັນດາທ້ອງ​ຖິ່ນ ກວດກາ​ຄືນ​ສະພາບ​ການ​ເຄື່ອນໄຫວ​ຂອງ​ບັນດາ​ໂຄງການ​ຢູ່​ບັນດາ​ເຂດທີ່ລະອຽດອ່ອນ, ຮັບປະກັນ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ການ​ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບ ​ກັບການພັດທະນາ​ເສດຖະກິດ - ສັງຄົມ.

ກະຊວງຕຳຫຼວດ​ ກວດກາ​ຄືນ​ລະບຽບ​ການ​ອອກ​ວີ​ຊາ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ, ຮັບປະກັນ​ຄວາມ​ສະດວກ​ໃນ​ໄລຍະ​ປະຕິບັດ; ​ເພີ່ມ​ທະວີວຽກງານ​ການ​ຕີ​ລາຄາ ​ແລະ ການ​ປະເມີນຜົນທີ່ສົ່ງຜົນກະທົບ​​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງຄົມສຳຫຼັບ​ບັນດາ​ໂຄງການຮ່ວມມືສາກົນ, ​ລົງທຶນ​ຕ່າງປະ​ເທດ; ຜັນຂະຫຍາຍບັນດາ​ມາດ​ຕະການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ສວຍ​ໃຊ້​ຮູບການໂອນ​ເງິນ​ລົງທຶນ, ລວບລວມ, ຊື້ຂາຍໂຮມວິສາຫະກິດເຂົ້າກັນ, ການ​ລົງທຶນທີ່ບໍ່ຈະແຈ້ງ ເພື່ອ​ຟອກ​ເງິນ, ການ​ໂອນ​ລາຄາ, ໜີພາສີ... ເຊິ່ງກໍ່​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຜັນ​ຂະຫຍາຍ​ການ​ຝຶກ​ອົບຮົມ​ໃຫ້​ບັນດາ​ຜູ້​ອອກ​ແຮງ​ງານ ທີ່ມີສີມືແຮງງານ ​ແລະ ອອກແຮງງານຂັ້ນ​ຄຸ້ມ​ຄອງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງການປະຕິວັດ​ອຸດສາຫະກຳ 4.0 ​ແລະ ຂະບວນວິວັດຫັນເປັນ​ດີ​ຈີ​ຕອນ. ກວດກາຄືນລະບຽບການອອກໃບອະນຸຍາດແຮງງານໃຫ້ແທດເໝາະກັບສະພາບການຕົວຈິງ ເພື່ອສ້າງອຳນວຍຄວາມສະດວກໃຫ້ແກ່ເຄື່ອນໄຫວການຜະລິດ ແລະ ດຳເນີນທຸລະກິດ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນທີ່ຂຶ້ນກັບ​ສູນ​ກາງ ເປັນເຈົ້າການເຂົ້າເຖິງ, ໜູນ​ຊ່ວຍ​ບັນດາ​ນັກ​ລົງທຶນ​ ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້ຄົງຄ້າງ, ​ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນທຶນ​​ລົງທຶນ; ຊີ້​ນຳບັນດາອົງການທີ່ມີໜ້າທີ່ຢູ່ທ້ອງ​ຖິ່ນ ​​ຍູ້ໄວແກ້​ໄຂ​ບັນດາ​ລະບຽບການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ; ຜັນຂະຫຍາຍການນຳໃຊ້ບັນດາບໍລິການບໍລິຫານສາທາລະນະເອເລັກໂຕນິກໃຫ້ແກ່ບັນດານັກລົງທຶນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.