ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນຮອງປະທານຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາວ່າດ້ວຍການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ

00:00 | 09/12/2023

ຍສໝ - ວັນ​ທີ 8 ທັນວາ​, ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ, ຕາງໜ້າ​ໃຫ້​ພາກ​ພື້ນ​ອາຊີ - ປາຊີ​ຟິກ. ນີ້​ແມ່ນ​ຄັ້ງ​ທີ 2 ທີ່​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອົງການ​ບໍລິຫານ​ຂອງ​ສົນທິສັນຍາ​ປີ 2003, ພາຍຫຼັງ​ອາຍຸ​ການ​ທຳ​ອິດ​ແຕ່​ປີ 2006-2010.

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ
ຫວຽດນາມ-ລາວ  ເພີ່ມທະວີນໍ້າໃຈມິດຕະພາບ ຜ່ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ-ລາວ ເພີ່ມທະວີນໍ້າໃຈມິດຕະພາບ ຜ່ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ເລທິຮົ່ງເວີນ ແລ້ວ, ອີກເທື່ອໜຶ່ງ ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ໜຶ່ງ​ໃນ​ບັນດາ​ອົງການ​ວິຊາ​ສະ​ເພາະ​ຫຼັກແຫຼ່ງ​ຂອງ UNESCO ອັນ​ໄດ້​ຢືນຢັນ​ທີ່​ຕັ້ງ ​ແລະ ອິດທິພົນ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ. ສິ່ງ​ດັ່ງກ່າວ ​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ຫວຽດນາມ ​ໃນ​ການ​ປະກອບສ່ວນ ​ແລະ ດຳ​ເນີນ​ງານ​ຢູ່ UNESCO. ນີ້​ກໍ່​ແມ່ນ​ການ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ດີງາມ​ຂອງ ຫວຽດນາມ ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ​ເວົ້າ​ລວມ ​ແລະ ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ ​ເວົ້າສະເພາະ, ປະກອບສ່ວນເຂົ້າໃນການ​ຊຸກຍູ້​ບົດບາດ​ຂອງວັດທະນະທຳ ແລະ ມໍລະດົກ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ, ​ກວມລວມ ແລະ ເຂັ້ມແຂງດ້ວຍຕົນເອງ​ໃນ​ລະດັບ​ຊາດ, ພາກ​ພື້ນ ​ແລະ ສາກົນ.

ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນຮອງປະທານຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາວ່າດ້ວຍການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ

ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ສົນ​ທິ​ສັນ​ຍາ​ປີ 2003

ອາດຢັ້ງຢືນ​ໄດ້​ວ່າ ນີ້​ແມ່ນ​ອີກ​ຫຼັກຖານ​ໜຶ່ງ​ທີ່​ຢັ້ງຢືນ​ວ່າ ຫວຽດນາມ ໄດ້ປະຕິບັດຢ່າງ​ສຳ​ເລັດ​ຜົນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ເຊື່ອມໂຍງສາກົນຮອບດ້ານຖືກ​ຕາມ​ຈິດໃຈ​ມະຕິ​ເລກທີ 13 ຂອງ​ພັກ ​ແລະ ຄຳສັ່ງເລກທີ 25-CT/TW ຂອງ​ຄະນະ​ເລຂາ​ທິການກ່ຽວ​ກັບ​ການ​ຊຸກແຮງ ​ແລະ ຍົກ​ສູງ​ລະດັບ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ຮອດ​ປີ 2030.

​ໃນ​ຖານະ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຂອງ​ສົນທິສັນຍາ​ປີ 2003, ຫວຽດນາມ ຈະ​ມີ​ເງື່ອນ​ໄຂ​ສະດວກ​ກວ່າ​ອີກ​ໃນ​ການເຮັດໃຫ້ສົມບູນແບບ, ຜັນ​ຂະຫຍາຍບັນດາ​ເປົ້າໝາຍ ແລະ ບຸລິມະສິດ​ຂອງ​ສົນທິສັນຍາ​ປີ 2003, ​ຍົກ​ລະດັບຄວາມ​ສຳຄັນ​ຂອງ​ມໍລະດົກ​ວັດທະນະທຳ​ບໍ່ເປັນວັດຖຸ​ຄືດັ່ງ​ກຳລັງ​ໜູນໃຫ້ແກ່ການ​ພັດທະນາ​ແບບ​ຍືນ​ຍົງ, ຄວາມຫຼາກຫຼາຍຮູບແບບດ້ານ​ວັດທະນະທຳ, ສ້າງສັນ ​ແລະ ການ​ສົນທະນາ​ລະຫວ່າງພື້ນຖານ​ວັດທະນະທຳ, ການເຊື່ອມຈອດ​ສັງຄົມ, ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ຊຸມ​ຊົນ, ​ແມ່ຍິງ ​ແລະ ຊາວ​ໜຸ່ມ.

ຄະນະກໍາມະການລະຫວ່າງລັດຖະບານຂອງສົນທິສັນຍາປີ 2003 ປະກອບດ້ວຍ 24 ສະມາຊິກ, ເປັນອົງການບໍລິຫານທີ່ສໍາຄັນຂອງອົງການ UNESCO ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ, ກຳນົດ​​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັບ​ຮູ້​ມໍລະດົກ​ວັດທະນະທຳ​ບໍ່​ເປັນວັດຖຸ, ການຈັດ​ສັນ​ແຫຼ່ງທຶນ​ໜູນ​ຊ່ວຍ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່ເປັນວັດຖຸ​ຢູ່​ບັນດາ​ປະ​ເທດ;​ ກຳນົດກ່ຽວກັບນະໂຍບາຍ ແລະ ທິດທາງການພັດທະນາຂອງສົນທິສັນຍາປີ 2003. ກອງ​ປະຊຸມ​ຄັ້ງ​ທີ 19 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ປີ 2003 ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່ ປາຣາກວາຍ ​ໃນ​ເດືອນ ທັນວາ ປີ 2024​ ແລະ ຈະພິຈາລະນາ​ເອກະສານສະເໜີເລືອກ "ງານ​ບຸນ​ຂວັນເຈົ້າຍິງພູ Sam" ຂອງ​ຫວຽດ​ນາມ ​ເຂົ້າ​ຢູ່​ໃນ​ບັນ​ຊີ​ລາຍ​ຊື່​​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່ເປັນວັດຖຸຕາງໜ້າໃຫ້ມວນ​ມະ​ນຸດ.

ມິງດຶກ

ເຫດການ
302 Found

Found

The document has moved here.