ຕໍາຫຼວດທະເລ ໄປຢ້ຽມຢາມຄອບຄົວຊາວປະມົງທີ່ຖືກເຄາະຮ້າຍຢູ່ທະເລ

00:00 | 29/11/2023

ຍສໝ - ​ໂດຍ​ໄດ້​ຮັບ​ຮູ້​ວ່າ ຊາວ​ປະມົງ​ຫາ​ປາ​ຢູ່​ເຂດ​ທ່າ​ກຳ​ປັ່ນ ກີຮ່າ, ກວາງ​ນາມ ​ໄດ້ມື່ນຕົກ​ລົງ​ທະ​ເລ, ກອງ​ບັນຊາ​ການ​ທະຫານຕໍາຫຼວດທະເລ ເລກ 2 ​ໄດ້​ປະຕິບັດ​ໜ້າ​ທີ່​ຊອກ​ຫາ​ກູ້​ໄພ​ຢ່າງ​ວ່ອງ​ໄວ.

ສ້າງກຳລັງແຜ່ກະຈາຍຂອງໂຄງການ ສ້າງກຳລັງແຜ່ກະຈາຍຂອງໂຄງການ "ຕໍາຫຼວດທະເລ ຮ່ວມເດີນທາງກັບຊາວປະມົງ"
ກະກຽມພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະບັນດາເພື່ອນມິດ” ຄັ້ງທີໜຶ່ງ ກະກຽມພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະບັນດາເພື່ອນມິດ” ຄັ້ງທີໜຶ່ງ

ເວລາ 14:00 ໂມງຂອງວັນທີ 29 ພະຈິກ, ເຮືອຫາປາໝາຍເລກ QNa 00597 TS ໂດຍທ່ານ ຫງວຽນວັນແທ່ງ (ເກີດປີ 1970, ອາໄສຢູ່ຕາແສງ ຕ່າມຕ໋ຽນ, ເມືອງ ໜຸ໋ຍແທ່ງ, ແຂວງ ກວາງນາມ) ​ໃນ​ການ​ເຮັດ​ວຽກ​ເປັນກັບຕັນເຮືອ, ​ໃນ​ຂະນະ​ທີ່​ຫາ​ປາ​ຢູ່​ເຂດຫ່າງຈາກທ່າ​ກຳ​ປັ່ນ ກີຮ່າ (ກວາງ​ນາມ) 6 ​ໄມທະ​ເລ​, ທ່ານ ຫງວຽນວັນແທ່ງ ໄດ້ມື່ນ​ລົ້ມ​ລົງ​ທະ​ເລ.

ຕໍາຫຼວດທະເລ ໄປຢ້ຽມຢາມຄອບຄົວຊາວປະມົງທີ່ຖືກເຄາະຮ້າຍຢູ່ທະເລ
ຜູ້ແທນກອງບັນຊາການທະຫານຕໍາຫຼວດທະເລ 2 ໄດ້​ລົງ​ຢ້ຽມຢາມ, ລະດົມຄອບຄົວ

ພາຍຫຼັງ​ໄດ້​ຮັບ​ຂ່າວ​ວ່າ​ເກີດ​ອຸບັດ​ເຫດ, ກອງບັນຊາການທະຫານຕໍາຫຼວດທະເລ ເລກ 2 ໄດ້​ລະດົມ​ກຳ​ປັ່ນ 701/ກອງມະຫານເຮືອ 21 ສົມທົບ​ກັບ 20 ກວ່າ​ພາຫະນະ​ຂອງ​ກຳລັງທີ່​ມີ​ຄວາມ​ສາມາດ​ຂອງ​ແຂວງ ກວາງ​ນາມ ​ເຂົ້າ​ຮ່ວມ​ການ​ຊອກ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ.

​ເວລາ 10:05 ​ໂມງ​ຂອງ​ວັນ​ທີ 30 ພະຈິກ​ນີ້, ຄະນະ​ປະຕິບັດ​ງານ​ໄດ້​ພົບ​ເຫັນ​ສົບ​ຜູ້​ເສຍ​ຊີວິດ​ຢູ່​ເຂດ​ຫ່າງ​ຈາກສະໂນຊູຊີບ​ເລກ 0 ທ່າກຳປັ່ນ ກີຮ່າ ປະມານ 2 ​ໄມ​ທະ​ເລ. ເຮືອ 701 ຊ່ວຍເຫຼືອເຮືອຫາປາ QNa 00597 TS ໃນການນຳຜູ້ເຄາະຮ້າຍຂຶ້ນຝັ່ງ ແລະ ມອບໃຫ້ຄອບຄົວຢູ່ທ່າກຳປັ່ນຫາປາ ຕາມກວາງ, ເມືອງ ໜຸ໋ຍແທ່ງ, ແຂວງ ກວາງນາມ.

​ເພື່ອ​ແບ່ງປັນ​ກັບ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ, ການ​ນຳກອງບັນຊາການທະຫານຕໍາຫຼວດທະເລ ເລກ 2 ໄດ້​ລົງ​ຢ້ຽມຢາມ, ລະດົມຄອບຄົວ, ທີ່​ດຳລົງ​ຊີວິດ​ຢູ່​ບ້ານ ​ລອງ​ແທ່ງ, ຕາ​ແສງ ​ຕ່າ​ມຕ໋ຽນ, ເມືອງ ໜຸ໋ຍແທ່ງ, ຂໍ​ໃຫ້​ຄອບຄົວ​ຜ່ານພົ້ນຄວາມ​ໂສກ​ເສົ້າ, ກັບມາດຳລົງຊີສິດເປັນປົກກະຕິ​ໂດຍ​ໄວ.

ມິງດຶກ

ເຫດການ
302 Found

Found

The document has moved here.