UNESCO ສະເໜີໃຫ້ນະຄອນຫຼວງ ຮ່າໂນ້ຍ ເຂົ້າຮ່ວມ ໃນຕະໜ່າງ “ນະຄອນ ແຫ່ງແນວຄວາມຄິດປະດິດສ້າງ”

14:20 | 23/10/2018

ຍສໝ - ຕອນບ່າຍວັນທີ 22 ຕຸລາ ຢູ່ ສຳນັກງານ ກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ເລຮວ່າຍ ຈຸງ ໄດ້ຕ້ອນຮັບ ທ່ານ Michael Croft, ຕ່າງໜ້າ ຫວົໜ້າຫ້ອງການ UNESCO ປະຈຳຫວຽດນາມ, ຊົມເຊີຍແນວຄິດຂອງ UNESCO ຈະນຳ ຮ່າໂນ້ຍ ເຂົ້າຮ່ວມໃນເຄືອຂ່າຍ “ນະຄອນແຫ່ງແນວຄວາມຄິດປະດິດສ້າງ”.

ທີ່ການພົບປະ ແລະ ເຮັດວຽກ ທ່ານ Michael Croft ໄດ້ໃຫ້ຮູ້ວ່າ: ຫ້ອງການ UNESCO ປະຈຳຫວຽດນາມ ໄດ້ຄົ້ນຄວ້າ ແລະ ນຳສະເໜີຍຸດທະສາດ ຂອງການເຄື່ອນໄຫວ ໃນອານາຄົດ ປະຈຳຫວຽດນາມ. UNESCO ເຫັນສຳຄັນພິເສດການຮ່ວມມື ກັບ ນະຄອນຫຼວງຮ່າໂນ້ຍ ໃນວຽກງານການອຸນຸລັກ, ເສີມຂະຫຍາຍຄຸນຄ່າຂອງ ມໍລະດົກດ້ານວັດທະນະທຳ, ເປັນໃຈກາງໃນການພັດທະນາແບບຍືນຍົງ.

UNESCO ສະເໜີໃຫ້ນະຄອນຫຼວງ ຮ່າໂນ້ຍ ເຂົ້າຮ່ວມ ໃນຕະໜ່າງ “ນະຄອນ ແຫ່ງແນວຄວາມຄິດປະດິດສ້າງ”

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເລຮວ່າຍ ຈຸງ ຕ້ອນຮັບ ທ່ານ Michael Croft, ຕ່າງໜ້າ ຫວົໜ້າຫ້ອງການ UNESCO ປະຈຳຫວຽດນາມ . (ພາບ: ຕົ້ນແອັງ/baoquocte.vn)

ຕ່າງໜ້າຫົວໜ້າ ຫ້ອງການ UNESCO ປະຈຳຫວຽດນາມ ໄດ້ສະເໜີ ຮ່າໂນ້ຍ ເຂົ້າຮ່ວມເຄືອຄ່າຍ “ນະຄອນແຫ່ງແນວຄວາມຄິດປະດິດສ້າງ” ຂອງ UNESCO ກາຍເປັນຈຸດນັດພົບ ຂອງນັກຮຽນຮູ້ ແລະ ປະດິດສ້າງ ທົ່ວໂລກ. UNESCO ຈະຢູ່ຄຽງຂ້າງ, ຊ່ວຍເຫຼືອໃຫ້ຄຳປຶກສາ, ຮ່ວມມື, ລະດົມແຫຼ່ງທືນ, ເຊື່ອມຕໍ່ການຮ່ວມມືລັດ-ເອກກະຊົນ ໃນການອະນຸລັກ, ເສີມຂະຫຍາຍ ຄຸນຄ່າ ຂອງມໍລະດົກດ້ານວັດທະນະທຳ ຂອງ ຮ່າໂນ້ຍ.

ທ່ານ Ông Michael Croft ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ວຽກງານ UNESCO ຫວຽດນາມ ຕາມແຜນຈະຈັດບາງກອງປະຊຸມ ຂື້ນຢູ່ ຮ່າໂນ້ຍ, ຫວັງເປັນຢ່າງຍິ່ງວ່າບັນດາຂະແໜງການທີ່ກ່ຽວຂ້ອງ ຂອງ ກະຊວງການຕ່າງປະເທດ ຈະຊ່ວຍເຫຼືອ ແລະ ປະສານງານ.

ຂອບໃຈໃນການຮ່ວມມືອັນຕັ້ງໜ້າ ຂອງ UNESCO ໃນຂະແໜງການອະນຸລັກ, ເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ເວົ້າລວມ ແລະ ຂອງ ຮ່າໂນ້ຍ ເວົ້າສະເພາະ ໃນປີທີ່ຜ່ານມາ, ຮອງລັດຖະມົນຕີ ເລຮວ່າຍ ຈຸງ ກ່າວຄຳຊົມເຊີຍ ໃນແນວຄວາມຄະດ ຂອງ ຫ້ອງການ UNESCO ປະຈຳຫວຽດນາມ ທີ່ ໄດ້ນຳເອົາ ຮ່າໂນ້ຍ-ນະຄອນ ແຫ່ງສັນຕິພາບ ໂດຍ UNESCO ເປັນຜູ້ຮັບເຂົ້າໃນເຄືອຄ່າຍ “ນະຄອນ ແຫ່ງແນວຄວາມຄິດປະດິດສ້າງ”.

ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ: ຮ່າໂນ້ຍ ແມ່ນນະຄອນຫຼວງ ແລະ ແມ່ນສູນກາງ ຂອງ ເສດຖະກິດ-ການເມືອງ ທີ່ໃຫ່ຍທີ່ສຸດຂອງປະເທດ, ທ້ອນໂຮມເອົາຄົບທຸກປັດໄຈ ບໍ່ວ່າຈະເປັນ ປະຫວັດສາດ, ວັດທະນະທຳ ດ້ວຍບັນດາມໍລະດົກດ້ານວັດທະນະທຳທາງວັດຖຸ, ນາມມະທຳ, ກຸ່ມບ້ານວັດທະນະທຳ, ສິນລະປະ ຫັດຖະກຳ...ຮ່າໂນ້ຍ ກໍ່ຍັງເປັນສູນກາງຂອງ ອັດສະລິຍະບຸກຄົນ ຂອງປະເທດ ດ້ວຍລະບົບ ສູນກາງການຄົ້ນຄວ້າ, ມະຫາວິທະຍາໄລ, ສະດວກແກ່ການຮັບ, ເຜີຍແຜ່ຄວາມຮູ້, ເຕັກໂນໂລຊີໃໝ່- ປັດໄຈສຳຄັນຂອງອຸດສາຫະກຳ ປະດິດສ້າງ.

ທ່ານຮອງລັດຖະມົນຕີ ສະເໜີໃຫ້ ຫ້ອງການ UNESCO ສະໜອງ ບັນດາເອກສານກ່ຽວກັບການເຄື່ອນໄຫວຕົວຈິງຕື່ມ ຂອງບາງນະຄອນແຫ່ງຫົວຄິດປະດິດສ້າງ ທີ່ໄດ້ເຂົ້າຮ່ວມໃນເຄືອຄ່າຍ ເປັນຕົ້ນແມ່ນ: ຂັ້ນຕອນ, ຂໍ້ຜູກພັນສັນຍາ, ແຜນການ ພາຍຫຼັງເຂົ້າຮ່ວມ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ, ຄຸນຄ່າທີ່ໄດ້ຮັບເມື່ອເຂົ້າຮ່ວມ. ຈາກນັ້ນຈະເຮັດໃຫ້ ກະຊວງການຕ່າງປະເທດ ມີຂໍ້ມູນຂ່າວສານເພື່ອປືກສາຫາລືກັບ ນະຄອນ ຮ່າໂນ້ຍ ເພື່ອ ຊຸກຍູ້ການເຂົ້າຮ່ວມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.