ບຸນອອກພັນສາ! ນັກທ່ອງທ່ຽວຢ້ຽມຢາມຫລວງພະບາງຄຶກຄືນ

14:52 | 28/10/2023

ຍສໝ - ນັກທ່ອງທ່ຽວຕ່າງປະເທດຫລັ່ງໄຫລເຂົ້າມາຢ້ຽມຢາມເມືອງ ມໍລະດົກໂລກຫລວງພະບາງຢ່າງ ໜາແໜ້ນໂດຍສ່ວນໃຫຍ່ ແມ່ນນັກ ທ່ອງທ່ຽວຈາກໄທ, ອາເມລິກາ ແລະ ຢູໂຣບ ຂະນະທີ່ດ່ານຊາຍແດນສາ ກົນຂົວມິດຕະພາບລາວ-ໄທແຫ່ງທ 1 ມີນັກທ່ອງທ່ຽວຜ່ານເຂົ້າມາ ສະ ເລ່ຍ 6.000-8.000 ກວ່າຄົນຕໍ່ມື້ ເພື່ອຂຶ້ນລົດໄຟລາວ-ຈີນ ໄປຍັງຈຸດ ໝາຍປາຍທາງ ເມືອງມໍລະດົກໂລກ.

ເກາະເຈື່ອງຊາ - ຫວຽດນາມ ໄດ້ຈັດຕັ້ງງານບຸນໄຫ້ວພະຈັນ ເກາະເຈື່ອງຊາ - ຫວຽດນາມ ໄດ້ຈັດຕັ້ງງານບຸນໄຫ້ວພະຈັນ
ຍິບຍັບສີສັນວັນບຸນໄຫວ້ພະຈັນໃນທົ່ວທັງສາມພາກຂອງປະເທດຫວຽດນາມໃນປີ 2023 ຍິບຍັບສີສັນວັນບຸນໄຫວ້ພະຈັນໃນທົ່ວທັງສາມພາກຂອງປະເທດຫວຽດນາມໃນປີ 2023

ນັກທ່ອງທ່ຽວຕ່າງປະເທດຫລັ່ງໄຫລເຂົ້າມາຢ້ຽມຢາມເມືອງ ມໍລະດົກໂລກຫລວງພະບາງຢ່າງໜາແໜ້ນ ໂດຍສ່ວນໃຫຍ່ແມ່ນນັກທ່ອງທ່ຽວຈາກໄທ, ອາເມລິກາ ແລະ ຢູໂຣບ ຂະນະທີ່ດ່ານຊາຍແດນສາກົນຂົວມິດຕະພາບລາວ-ໄທແຫ່ງທ 1 ມີນັກທ່ອງທ່ຽວ ຜ່ານເຂົ້າມາສະເລ່ຍ 6.000-8.000 ກວ່າຄົນຕໍ່ມື້ເພື່ອຂຶ້ນລົດໄຟລາວ-ຈີນ ໄປຍັງຈຸດໝາຍປາຍທາງເມືອງມໍລະດົກໂລກ. ໃນທີ 28 ຕຸລາ 2023 ນີ້, ທີ່ວັດ ຊຽງທອງ ແຂວງຫລວງພະບາງ, ທ່ານ ວິໄລທອງ ມະນີວອນ ຮອງເຈົ້າເມືອງຫລວງພະບາງ ໄດ້ລາຍ ງານ ວ່າ: ພວກເຮົາໄດ້ມີຄວາມພ້ອມກະກຽມໃສ່ງານບຸນອອກພັນສາ ແລະ ກິດຈະກໍາໄຫລເຮືອໄຟຢ່າງຍິ່ງໃຫຍ່ ເຊິ່ງມີເຮືອໄຟ 21 ລໍາທີ່ເນັ້ນເອກະລັກຂອງສີມືຊ່າງຫລວງພະບາງ ສະເພາະເຂົ້າຮ່ວມຂະບວນແຫ່ໃນຕອນຄໍ່າວັນທີ 30 ຕຸລາຜ່ານມານີ້ ໃນນັ້ນໄດ້ກຳນົດ ເອົາ 3 ກິດຈະກໍາ ໃຫຍ່ໃນການສົ່ງເສີມການທ່ອງທ່ຽວແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາສໍາຜັດ ວັດທະນະທໍາບຸນປະເພນີຢູ່ທີ່ແຂວງ ຫລວງພະບາງເປັນຕົ້ນ: ບຸນປີໃໝ່ລາວ, ບຸນຊ່ວງເຮືອເດືອນ 9, ບຸນອອກພັນສາປະວໍລະນາ ເຊິ່ງໄດ້ ຮັບຄວາມນິຍົມຊົມຊອບນັບມື້ເພີ່ມຂຶ້ນ.

ບຸນອອກພັນສາ! ນັກທ່ອງທ່ຽວຢ້ຽມຢາມຫລວງພະບາງຄຶກຄືນ

ບຸນປະເພນີອອກພັນສາ ແມ່ນໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2023 ນີ້, ປະກອບມີກິດຈະກໍາໃສ່ບາດ, ຢາດນໍ້າຕາມວັດວາອາຮາມຕ່າງໆ, ສ່ວນຕອນຄໍ່າຈະມີການໃຕ້ໂຄມໄຟຕາມວັດຕ່າງໆຢ່າງຮຸ່ງເຮືອງເຫລືອງເຫລື້ອມ, ວັນທີ 30 ຕຸລາ ຈະມີການ ເດີນຂະບວນ ແຫ່ເຮືອໄຟຫລັງຈາກ ພິທີທາງສາສະໜາກໍເລີ່ມແຫ່ຂະບວນດ້ວຍກ້ອນກໍາລັງຂອງນ້ອງນັກຮຽນໂຮງຮຽນມັດທະຍົມຕົ້ນ ແລະ ມັດທະຍົມສົມບູນເປັນກ້ອນກໍາລັງຫລັກ, ກ້ອນກໍາລັງເຖົ້າແກ່ແນວໂຮມພ້ອມດ້ວຍຂະບວນເຮືອໄຟ 21 ລໍາ ກໍຈະເລີ່ມແຫ່ຕາມເສັ້ນ ທາງສີສະຫວ່າງວົງກ້ຽວໄປຫາປາກຄານ ແລ້ວລົງສູ່ທ່ານໍ້າວັດຊຽງທອງ ເພື່ອລ່ອງລົງສາຍນໍ້າຂອງ-ນໍ້າຄານຕາມປະເພນີ. ພ້ອມທັງໃຫ້ມວນຊົນ ແລະ ນັກທ່ອງທ່ຽວຮ່ວມກິດຈະກຳ ໄຫລເຮືອໄຟຕາມຮີດຄອງລາວ. ທ່ານ ແສງນະຄອນ ວົງສາ ຫົວໜ້າວິຈິດສິນ ຝ່າຍແຕ້ມໂຮງຮຽນວິທະຍາໄລວິຈິດສິນ ຫລວງພະບາງ ຜູ້ອອກແບບເຮືອໄຟກຸ່ມຊຽງທອງ ໄດ້ກ່າວວ່າ: ຈຸດປະສົງຂອງການໄຫລເຮືອໄຟ ແມ່ນການບູຊາແມ່ນໍ້າກໍຄືທາດທັງ 4 ລວມມີ: ດິນ, ນໍ້າ, ລົມ ແລະ ໄຟ ໂດຍສະເພາະແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນ ຄ່າຕໍ່ທຸກສິ່ງ ທີ່ມີຊີວິດ ເປັນຕົ້ນແມ່ນມະນຸດ ແລະ ຊີວະນາໆພັນ. ນອກຈາກນີ້, ຍັງເປັນການບູຊາພະຍານາກ ຕາມຕໍານານເລົ່າຂານກັນມາແຕ່ບູຮານນະການ.

ທ່ານ ນາງ ເອັມມີ ຜູ້ປະກອບການ ທຸລະກິດຮ້ານອາຫານແຫ່ງໜຶ່ງເລົ່າສູ່ຟັງວ່າ: ປາຍຝົນຕົ້ນໜາວ, ນັກທ່ອງທ່ຽວເລີ່ມຫລັ່ງໄຫລມາທ່ອງທ່ຽວເມືອງມໍລະດົກໂລກ ຢ່າງໜາແໜ້ນໂດຍສ່ວນໃຫຍ່ທ່ຽວເກືອບ 80% ແມ່ນນັກທ່ອງທ່ຽວຂີ່ລົດໄຟ ລາວ-ຈີນ ເຂົ້າມາເມືອງມໍລະດົກໂລກຢ່າງຫລວງຫລາຍສະເພາະ ໄລຍະບຸນອອກພັນສາເຫັນວ່າຮ້ານອາຫານ, ໂຮງແຮມ, ເຮືອນພັກຂ້ອນຂ້າງແໜ້ນພໍສົມຄວນ, ສັງເກດໄດ້ຕອນຍາມຄໍ່າຄືນ ເຫັນຄົນອອກມາໄຫລເຮືອໄຟເຕັມແຄມນໍ້າຂອງ ແລະ ນໍ້າຄານ ເຊິ່ງສ້າງສີສັນ ແລະ ບັນຍາກາດຢ່າງຄຶກຄຶ້ນມ່ວນຊື່ນກວ່າໄລຍະຜ່ານມາ. “ຂ້ອຍຄິດວ່າຍ້ອນມີເສັ້ນທາງລົດໄຟລາວ- ຈີນ ຈິ່ງເຮັດໃຫ້ນັກທ່ອງທ່ຽວໄປມາສະດວກ, ປະຢັດເວລາ, ປະຢັດເງິນ ແລະ ປອດໄພອີກດ້ວຍ” ນອກຈາກນັ້ນນະຄອນຫລວງພະບາງ ຍັງໄດ້ປັບປຸງແກ້ໄຂ ສິ່ງອໍານວຍຄວາມສະ ດວກຕ່າງໆໄດ້ດີ.

ບຸນອອກພັນສາ! ນັກທ່ອງທ່ຽວຢ້ຽມຢາມຫລວງພະບາງຄຶກຄືນ

ຫລ້າສຸດບໍລິສັດລົດໄຟ ລາວ- ຈີນ ໄດ້ລາຍງານວ່າມີຜູ້ໂດຍສານ ມາຂີ່ລົດໄຟສະເລ່ຍ 5.000 ກວ່າຄົນຕໍ່ມື້ ແລະ ໃນທ້າຍເດືອນກັນຍາຜ່ານມາບໍລິສັດລົດໄຟລາວ-ຈີນ ກໍໄດ້ຕັດສິນໃຈຊື້ລົດໄຟເພີ່ມອີກ 1 ຂະບວນລວມເປັນ 6 ຂະບວນ.ກົມພັດທະນາທ່ອງທ່ຽວ,

ກະຊວງ ຖວທ ເປີດເຜີຍວ່າພຽງ 6 ເດືອນຂອງປີ 2023 ນີ້ມີນັກທ່ອງທ່ຽວເຂົ້າລາວແລ້ວ 1 ລ້ານ 6 ແສນ ຄົນ ໂດຍສ່ວນໃຫຍ່ ໄທ, ຫວຽດ, ຈີນ, ເກົາຫລີ, ອາເມລິກາ, ເອີຣົບ, ຍີ່ປຸ່ນ ແລະ ອື່ນໆ. ແນວໃດກໍດີປັດຈຸບັນນີ້ ສປປ ລາວ ພວມຫ້າງຫາກະກຽມເປັນ ເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ຈະເປີດປີທ່ອງທ່ຽວໃນ ປີ 2024 ເຊ່ິງຈະເປັນໂອກາດດີຊຸກຍູ້ການທ່ອງທ່ຽວໃຫ້ມີຄວາມຄຶກຄັກຂຶ້ນກວ່າເກົ່າ ພາຍຫລັງຜະເຊີນໜ້າພິດຮ້າຍໂຄວິດໃນປີ 2020- 2021 ແລະ ໄດ້ປະກາດເປີດປະເທດຄືນໃໝ່ໃນທ້າຍປີ 2022. ໃນຊຸມປີ 2018-2019 ສປປ ລາວ ເປີດປີທ່ອງທ່ຽວສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 5 ລ້ານຄົນ, ນໍາລາຍຮັບເຂົ້າປະເທດເກືອບ 700 ລ້ານໂດລາ, ສະເພາະປີ 2023 ນີ້ຄາດວ່າຈະດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຢ່າງຫນ້ອຍ 3 ລ້ານກວ່າຄົນ ແລະ ສ້າງ ລາຍຮັບໃຫ້ 300 ລ້ານ ກວ່າໂດລາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.