ກວາງນິງ-ໂກເບ (ຍີ່ປຸ່ນ) ຊຸກຍູ້ການຮວມມືດ້ານການທ່ອງທ່ຽວ, ການເຊື່ອມຕໍ່ການບິນ

09:04 | 11/11/2023

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ທີ່​ທ່ານ​ນາງ Ito Megumi, ເລຂາທິການ ສະມາຄົມ​ມິດຕະພາບ​ຍີ່ປຸ່ນ-ຫວຽດນາມ ແລະຄະນະ​ຜູ້​ແທນສະຫະ​ພັນລັດຖະສະພາ​ມິດຕະພາບ​ນະຄອນ ໂກເບ (ຍີ່ປຸ່ນ) ນຳ​ໂດຍ​ທ່ານ Murano Seiichi, ປະທານສະຫະພັນ ​ເປັນຫົວໜ້າຄະນະ ທີ່ຍົກອອກໃນຕອນເຮັດວຽກກັບທ່ານ​ຮອງປະທານຄະນະກຳມະການປະຊາຊົນແຂວງກວາງ​ນິງ ບຸ່ຍວັນຂັ້ງ ໃນ​ວັນ​ທີ 10 ພະຈິກ ຢູ່ ກວາງ​ນິງ.

ຄົ້ນຫາຄວາມໃຫຍ່ໂຕມະໂຫຖານ, ທຸລະກັນດານຂອງພູ ດາຈົ່ງ (ກວາງນິງ) ຄົ້ນຫາຄວາມໃຫຍ່ໂຕມະໂຫຖານ, ທຸລະກັນດານຂອງພູ ດາຈົ່ງ (ກວາງນິງ)
ກວາງນິງ ບໍ່ພຽງແຕ່ມີອ່າວຮ້າລອງເທົ່ານັ້ນ ກວາງນິງ ບໍ່ພຽງແຕ່ມີອ່າວຮ້າລອງເທົ່ານັ້ນ

ຕາມ​ທ່ານ​ນາງ Ito Megumi ​ແລະ ທ່ານ Murano Seiichi ​ແລ້ວ, ນະຄອນ Kobe ​ແມ່ນ​ທ້ອງ​ຖິ່ນ​ແຫ່ງ​ທຳ​ອິດ​ຂອງຍີ່ປຸ່ນ ທີ່ໄດ້​ສ້າງ​ຕັ້ງສະຫະ​ພັນລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ. ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່ສະຫະ​ພັນ ມາຢ້ຽມຢາມ​ຫວຽດນາມ, ໂດຍ​ເລືອກ​ເອົາ​ກວາງ​ນິງ - ທ້ອງ​ຖິ່ນ​ທີ່​ມີ​ຫຼາຍ​ຈຸດ​ຄ້າຍຄື​ກັບ Kobe ເພື່ອຢ້ຽມຢາມ.​

ກວາງນິງ-ໂກເບ (ຍີ່ປຸ່ນ)  ຊຸກຍູ້ການຮວມມືດ້ານການທ່ອງທ່ຽວ, ການເຊື່ອມຕໍ່ການບິນ

ທ່ານ​ຮອງປະທານຄະນະກຳມະການປະຊາຊົນແຂວງກວາງ​ນິງ ບຸ່ຍວັນຂັ້ງ ຕ້ອນຮັບ​ທ່ານ​ນາງ Ito Megumi, ເລຂາທິການສະມາຄົມ​ມິດຕະພາບ​ຍີ່ປຸ່ນ-ຫວຽດນາມ ແລະຄະນະ​ຜູ້​ແທນສະຫະ​ພັນ​ມິດຕະພາບ​ນະຄອນ ໂກເບ (ຍີ່ປຸ່ນ)

ສະມາຄົມ​ມິດຕະພາບຍີ່ປຸ່ນ - ຫວຽດນາມ ​ແລະ ຄະນະຜູ້ແທນສະຫະ​ພັນມິດຕະພາບນະຄອນ ໂກເບ ຫວັງ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ເປັນ​ການ​ເລີ່​ມຕົ້ນ​ທີ່​ດີ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ໂກເບ ​ແລະ ​ແຂວງ ກວາງ​ນິງ ​ໃນ​ໄລຍະ​ຈະ​ມາ​ເຖິງ​, ໂດຍສະເພາະແມ່ນການ​ທ່ອງ​ທ່ຽວ, ພ້ອມ​ກັນ​ນັ້ນ ​ກໍ່​ຊຸກ​ຍູ້​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ ໂກເບ ແລະ ຫວຽດນາມ, ໃນ​ນັ້ນ​ ມີ​ການ​ເຊື່ອມ​ຕໍ່​ກັບ​ທ່າອາກາດສະຍານສາກົນ ເວີນດົນ.

ກ່າວຄຳປາໄສຕໍ່ກອງປະຊຸມ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ ​ໄດ້​ແນະນຳ​ໃຫ້​ຄະນະ​ ກ່ຽວກັບບັນດາ​ຄວາມສາມາດບົ່ມຊ້ອນພັດທະນາ​ເສດຖະກິດ - ສັງຄົມ, ບັນດາ​ຈຸດ​ທີ່ເປັນເອກະລັກພິເສດກ່ຽວກັບວັດທະນະທຳ, ​ປະຊາຊົນ​ແຂວງກວາງ​ນິງ. ພ້ອມ​ກັນ​ນັ້ນ, ​ກໍ່ໄດ້ແຈ້ງກ່ຽວ​ກັບຜົນສຳເລັດໃນການເຄື່ອນໄຫວ​ທາງ​ການ​ທູດ, ການພົບປະແລກປ່ຽນວັດທະນະທຳ, ການຮ່ວມມືດ້ານ​ເສດຖະກິດ​ລະຫວ່າງ ກວາງ​ນິງ ກັບ​ບັນດາ​ທ້ອງ​ຖິ່ນ ແລະບັນດາ​ນັກ​ລົງທຶນ​ຍີ່ປຸ່ນ.

ທ່ານ ບຸ່ຍວັນຂັ້ງ ກໍ່​ສະແດງຄວາມຫວັງວ່າ ຜ່ານ​ການ​ຢ້ຽມຢາມ​ຂອງ​ ທ່ານເລຂາທິການສະມາຄົມມິດຕະພາບຍີ່ປຸ່ນ-ຫວຽດນາມ ແລະຄະນະຜູ້ແທນສະຫະ​ພັນລັດຖະສະພາມິດຕະພາບນະຄອນ ໂກເບ ຈະ​ເປັນ​ຂົວ​ຕໍ່​ເພື່ອຊຸກຍຸ້ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ. - ຍີ່ປຸ່ນ ເວົ້າ​ລວມ ​ແລະລະຫວ່າງ​ແຂວງ ກວາງ​ນິງ ກັບ​ທ້ອງ​ຖິ່ນ ຍີ່ປຸ່ນ ​ແລະໍບັນດາ​ນັກ​ລົງທຶນຍີ່ປຸ່ນ ເວົ້ົ້າສະເພາະ, ໂດຍສະເພາະແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ການທ່ອງທ່ຽວ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ, ການລົງທຶນໃນອຸດສາຫະກໍາປຸງແຕ່ງ ແລະການຜະລິດ.

ມິງດຶກ

ເຫດການ
302 Found

Found

The document has moved here.