ນໍ້າໃຈມິດຕະພາບ ຫວຽດນາມ - ສິງກະ​ໂປ ໂດຍຜ່ານ​ການ​ເຊື່ອມສານ​ຂອງ​ລຸ້ນໜຸ່ມ

13:47 | 30/10/2023

ຍສໝ - ອາທິດໜຶ່ງທີ່ຢູ່ຫວຽດນາມ ດ້ວຍປະສົບການຕົວຈິງ ໄດ້ສ້າງຄວາມປະທັບໃຈທີ່ດີ ໃຫ້ແກ່ນັກສຶກສາຕ່າງປະເທດສິງກະໂປ. ພວກນ້ອງໆ ໄດ້ມີ​ໂອ​ກາດ​ເຂົ້າ​ໃຈ​ຫຼາຍຂຶ້ນຕື່ມກ່ຽວ​ກັບ​ປະ​ເທດ, ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ, ພ້ອມ​ກັນ​ນັ້ນ​ ກໍ່​ໄດ້ໂຄສະນາ ກ່ຽວກັບ​ປະ​ເທດ​ ແລະ​ປະ​ຊາ​ຊົນ​ສິງ​​ກະໂປ​ ໃຫ້​ແກ່​ບັນດາເພື່ອນຫວຽດ​ນາມ, ນັ້ນ​ ແມ່ນການປະ​ກອບ​ສ່ວນ​ ເຊື່ອມສານ, ບໍາລຸງຄູນສ້າງ ນໍ້າໃຈມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ.

ສິງກະ​ໂປ​ ອະນຸມັດ​ເງື່ອນ​ໄຂ​ນຳ​ເຂົ້າ​ໄຟຟ້າ​ສະອາດ​ຈາກ​ຫວຽດນາມ
ຫວຽດນາມ - ສິງກະ​ໂປ​ໄດ້ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ພັດທະນາ 12 ​ໂຄງການ VSIP ​ໃໝ່

ນໍ້າໃຈມິດຕະພາບ ຫວຽດນາມ - ສິງກະ​ໂປ ໂດຍຜ່ານ​ການ​ເຊື່ອມສານ​ຂອງ​ລຸ້ນໜຸ່ມ

ອາທິດໜຶ່ງທີ່ຢູ່ຫວຽດນາມ ດ້ວຍປະສົບການຕົວຈິງ ໄດ້ສ້າງຄວາມປະທັບໃຈທີ່ດີ ໃຫ້ແກ່ນັກສຶກສາຕ່າງປະເທດສິງກະໂປ. ພວກນ້ອງໆ ໄດ້ມີ​ໂອ​ກາດ​ເຂົ້າ​ໃຈ​ຫຼາຍຂຶ້ນຕື່ມກ່ຽວ​ກັບ​ປະ​ເທດ, ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ, ພ້ອມ​ກັນ​ນັ້ນ​ ກໍ່​ໄດ້ໂຄສະນາ ກ່ຽວກັບ​ປະ​ເທດ​ ແລະ​ປະ​ຊາ​ຊົນ​ສິງ​​ກະໂປ​ ໃຫ້​ແກ່​ບັນດາເພື່ອນຫວຽດ​ນາມ, ນັ້ນ​ ແມ່ນການປະ​ກອບ​ສ່ວນ​ ເຊື່ອມສານ, ບໍາລຸງຄູນສ້າງ ນໍ້າໃຈມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ.

ນໍ້າໃຈ ໝູ່ເພື່ອນຂອງ​ສອງ​ຝັ່ງ​ຊາຍ​ແດນ

ໃນເດືອນສິງຫາ 2023, ກີ່ແລ່ນ ພ້ອມກັບນັກຮຽນ 19 ຄົນທີ່ມາຈາກສິງກະໂປ ໄດ້ມາຫວຽດນາມ ພາຍໃຕ້ໂຄງການແລກປ່ຽນນັກຮຽນໄລຍະສັ້ນ ລະຫວ່າງ ສະຖາບັນ Raffles ແລະ ໂຮງຮຽນມັດທະຍົມຕອນຕົ້ໜ ແລະຕອນປາຍ ຫງວຽນເຕີດແທງ (ຮ່າໂນ້ຍ). ​ໃນ​ໄລຍະ​ໜຶ່ງ​ອາທິດ​ຢູ່​ຫວຽດນາມ, ກິແລ່ນ ​ໄດ້​ດຳລົງ​ຊີວິດ​ຢູ່​ກັບ​ຄອບຄົວ​ຂອງ ລ່ອງວູ້, ນັກຮຽນ​ຊັ້ນ ມໍ 5 (ຫ້ອງ 10) ຢູ່​ໂຮງຮຽນ ຫງວຽນ​ເຕີດ​ແທງ. ກີແລນ ​ໄດ້​ປະສົບການ ​ກັບ​ບົດຮຽນ​ຂອງ​ເພື່ອນ​ຫວຽດນາມ, ​ໄດ້​ຮັບ​ປະທານ​ອາຫານ​ຫວຽດນາມ​ຫຼາຍ​ຢ່າງ, ​ໄດ້​ຮຽນ​ເວົ້າ​ພາສາ​ຫວຽດນາມ​ໂດຍ​ພື້ນຖານ, ​ແລະ ຝຶກ​ຊ້ອມ​ຮ້ອງ​ເພງ “​ໂລກ​ນີ້ແມ່ນ​ເປັນ​ຂອງ​ພວກ​ເຮົາ…”. ຄອບຄົວຂອງລ່ອງວູ້ ໄດ້ພາກີ່ແລ່ນ ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່​ສວຍ​ງາມ​ຫຼາຍ​ແຫ່ງ​ຂອງ​ຮ່າ​ໂນ້ຍ.

ປະສົບ​ກັບ​ ແຕ່ລະວັນຂອງການ​ດຳລົງ​ຊີວິດ​ຢູ່ ຫວຽດນາມ ​ໄດ້​ກາຍ​ເປັນ​ຄວາມ​ຊົງ​ຈຳ​ ທີ່​ບໍ່​ສາມາດຫລົງ​ລືມ​ໄດ້​ສຳລັບກີແລ່ນ. ​ໃນ​ຈົດໝາຍ​ຂອບ​ໃຈ ​ທີ່​ສົ່ງ​ໄປ​ຍັງ​ຄອບຄົວ​ຂອງ ລ່ອງວູ້, ກີ່ແລ່ນ ​ໄດ້​ຂຽນ​ວ່າ “ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​ຫວຽດນາມ!

Kyren (trái) được ông nội của bạn Long Vũ đưa đi tham quan Hà Nội.  ກີແລ່ນ (ຊ້າຍ) ພໍ່ລ້ຽງຂອງລ່ອງວູ້ ພາໄປທັດສະນະຢ້ຽມຢາມ ຮ່າໂນ້ຍ.
ກີແລ່ນ (ຊ້າຍ) ພໍ່ລ້ຽງຂອງລ່ອງວູ້ ພາໄປທັດສະນະຢ້ຽມຢາມ ຮ່າໂນ້ຍ.

ນໍ່ແມ່ນ (Norman) ກໍ່​ມີ​ປະສົບ​ການ​ຫຼາຍ​ຢ່າງ​ ໃນ​ຂະນະ​ທີ່​ດຳລົງ​ຊີວິດ​ກັບ​ຄອບຄົວ​ຂອງ ກວກຢຸ້ງ (Quoc Dung). ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ ໜອງເຕົ່າ (Hồ Gươm), ວັນມ້ຽວ Văn miếu Quốc Tử Giám ແລະ​ມີ​ອາ​ຫານ​ຫວຽດ​ນາມ...

Long Vũ - Kyren - Norman (em gái của Quốc Dũng) và Quốc Dũng.  ລ່ອງວູ້ - ກີແລ່ນ  - ນໍແມນ  (ນ້ອງສາວຂອງ ກວກຢຸ້ງ) ແລະ ກວກຢຸ້ງ.
ລ່ອງວູ້ - ກີແລ່ນ - ນໍແມນ (ນ້ອງສາວຂອງ ກວກຢຸ້ງ) ແລະ ກວກຢຸ້ງ.

ມື້ທີ່ ນໍແມນ (Norman) ກັບ​ຄືນ​ເມືອ​ບ້ານ, ກວຫຢຸ້ງ (Quoc Dung) ແລະ​ຄອບ​ຄົວນໍແມນ ( Norman) ສຸດທີ່ບໍ່ຢາກຈະຫ່າງໄກເລີຍ. ມາ​ຮອດ​ປະຈຸ​ບັນສອງ​ຄົນ ​ຍັງ​ຕິດ​ຕໍ່​ພົວພັນ​ກັນ​ເປັນ​ປະຈຳ. ພໍ່​ແມ່​ຂອງ ນໍແມນ (Norman) ກໍ່​ໄດ້​ຂຽນ​ຈົດ​ໝາຍ​ຂອບ​ໃຈ​ພໍ່​ແມ່​ກວກຢຸ້ງ (Quoc Dung).

ສືບຕໍ່ຂຽນບົດເພງແຫ່ງມິດຕະພາບ...

ທ່ານ​ນາງ ເລ່ຮຽນ (Le Huyen), ຜູ້​ຮັບຜິດຊອບ​ໂຄງການ​ແລກປ່ຽນ​ນັກ​ສຶກສາ​ສາກົນ ​ຢູ່​ສະ​ຖາ​ບັນ Raffles ​ແລະ ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ແລະຕອນປາຍ ຫງວຽນ​ເຕີດ​ແທງ ​ໃຫ້​ຮູ້​ວ່າ: ຫຼາຍ​ກິດຈະກໍາ ການ​ເຄື່ອນ​ໄຫວ​ແລກປ່ຽນ​ນັກ​ສຶກສາ ​ໄດ້​ຮັບ​ການປະສານ​ສົມທົບ​ກັນ​ຢ່າງ​ເປັນ​ປະຈຳ​. ບັນດານ້ອງໆນັກ​ສຶກ​ສາ ສິງ​ກະ​ໂປ ໄດ້ມີ​ໂອ​ກາດ​ເຂົ້າ​ໃຈ​ເພີ່ມ​ເຕີມ ​ກ່ຽວ​ກັບ​ປະ​ເທດ, ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ຈາກ​ປະ​ສົບ​ການ​ຕົວຈິງ.

Cô giáo Lê Huyền, Phụ trách chương trình trao đổi du học sinh trường Raffles Institution và Trường THCS và THPT Nguyễn Tất Thành dẫn đoàn học sinh thăm và tìm hiểu Cốm Làng Vòng.  ອາຈານ ເລຮຽນ (Le Huyen), ຮັບຜິດຊອບໂຄງການແລກປ່ຽນນັກຮຽນຕ່າງປະເທດຢູ່ສະຖາບັນ Raffles ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຕອນປາຍ ຫງວຽນເຕີດແທງ, ໄດ້ນຳພາຄະນະນັກຮຽນໄປຢ້ຽມຊົມ ແລະ ຮຽນຮູ້ກ່ຽວກັບ Com Lang Vong.
ອາຈານ ເລຮຽນ (Le Huyen), ຮັບຜິດຊອບໂຄງການແລກປ່ຽນນັກຮຽນຕ່າງປະເທດຢູ່ສະຖາບັນ Raffles ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຕອນປາຍ ຫງວຽນເຕີດແທງ, ໄດ້ນຳພາຄະນະນັກຮຽນໄປຢ້ຽມຊົມ ແລະ ຮຽນຮູ້ກ່ຽວກັບ Com Lang Vong.

ເດັກນ້ອຍກໍ່ມີໂອກາດໄດ້ແລກປ່ຽນ ຄວາມຮູ້ສຶກກ່ຽວກັບ ຫວຽດນາມ ໂດຍຜ່ານບັນດາລາຍການສະແດງກ່ຽວກັບ ລັກສະນະວັດທະນະທໍາຫວຽດນາມ ພາຍຫຼັງການຢ້ຽມຢາມ ແລະ ປະສົບການ. ບັນດາ​ບົດ​ລາຍງານ ​ຂອງ​ເດັກໆ ​ໄດ້​ສະແດງ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ອຸດົມສົມບູນ​ຄື: ປື້ມ​ເອ​ເລັກ​ໂຕຣນິກ ກ່ຽວ​ກັບ​ເຄື່ອງ​ໃຊ້​ທີ່ເຮັດດ້ວຍຫີນ ​ແລະ ເຄື່ອງໝາຍເງິນຫຼຽນບູຮານ ​​ຂອງ​ຊາວ ຫວຽດນາມ​ຢູ່​ຫໍພິພິທະ​ພັນ ​ປະຫວັດສາດ​ແຫ່ງ​ຊາດ. ເດັກໆກໍ່ໄດ້ມີຄໍາສະເໜີ ​ເພື່ອ​ເຮັດ​ໃຫ້​ໝູ່​ບ້ານ​ຫັດ​ຖະ​ກຳ​ ຂອງ​ຫວຽດ​ນາມ ໃຫ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າເກົ່າ.

TS. Phạm Sỹ Cường - Hiệu trưởng Trường THCS và THPT Nguyễn Tất Thành trong buổi giao lưu với đoàn học sinh trường Raffles Institution.  ປອ. ທ່ານ ຟາມຊີ້ເກືອງ (Pham Sy Cuong), ອໍານວຍການໂຮງຮຽນມັດທະຍົມ ແລະ ມັດທະຍົມຕອນປາຍ ຫງວຽນເຕີດແທ່ງ ພົບປະແລກປ່ຽນກັບຄະນະຜູ້ແທນສະຖາບັນ Raffles.
ປອ. ທ່ານ ຟາມຊີ້ເກືອງ (Pham Sy Cuong), ອໍານວຍການໂຮງຮຽນມັດທະຍົມ ແລະ ມັດທະຍົມຕອນປາຍ ຫງວຽນເຕີດແທ່ງ ພົບປະແລກປ່ຽນກັບຄະນະຜູ້ແທນສະຖາບັນ Raffles.

ປອ. ທ່ານ ຟາມຊີ້ເກືອງ ອໍານວຍການໂຮງຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ຫງວຽນເຕດແທ່ງ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະສົບການຂອງຄູອາຈານ, ນັກຮຽນຂອງສະຖາບັນ Raffles ຂອງໂຮງຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ຫງວຽນເຕີດແທ່ງ ໄດ້ເປັນຂີດໝາຍທີ່ສໍາຄັນ ແລະ ມີຄວາມສຸກ. ນັກສຶກສາຂອງທັງສອງໂຮງຮຽນມີໂອກາດເຂົ້າໃຈເພີ່ມເຕີມ ກ່ຽວກັບປະຫວັດສາດ ແລະ ວັດທະນະທໍາ ຂອງສອງປະເທດ ແລະແລກປ່ຽນທັກສະພາສາອັງກິດຂອງເຂົາເຈົ້າ.

ປອ. ທ່ານ ຟາມຊີ້ເກືອງ ເວົ້າ: “ດ້ວຍ​ການ​ປະ​ກອບ​ສ່ວນ​ຂອງຄົນ​ລຸ້ນ​ໜຸ່ມ, ນໍ້າໃຈສາຍ​ພົວ​ພັນ​ມິດ​ຕະ​ພາບ ​ລະ​ຫວ່າງ ​ສອງ​ໂຮງ​ຮຽນ ​ກໍ່​ຄື​ສອງ​ປະ​ເທດ​ຫວຽດ​ນາມ - ສິງ​ກະ​ໂປ ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນດົນນານ ແລະ ຍືນ​ຍົງ

ອານຸໄຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.