ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງດັກນົງ

16:08 | 01/11/2023

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງດັກນົງ

ສູນກາງແນວລາວສ້າງຊາດ ເນັ້ນໜັກໃນການເຕົ້າໂຮມ ຄວາມສາມັກຄີປອງດອງ ໃຫ້ເປັນປຶກແຜ່ນແໜ້ນໜາ ສູນກາງແນວລາວສ້າງຊາດ ເນັ້ນໜັກໃນການເຕົ້າໂຮມ ຄວາມສາມັກຄີປອງດອງ ໃຫ້ເປັນປຶກແຜ່ນແໜ້ນໜາ
ທ່ານ ປອ ໄຊສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ ຢ້ຽມຢາມພະນັກງານຫຼັກແຫຼ່ງ ເມືອງນອງ. ທ່ານ ປອ ໄຊສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ ຢ້ຽມຢາມພະນັກງານຫຼັກແຫຼ່ງ ເມືອງນອງ.

ວັນທີ 27 ຕຸລາ, ສະຫາຍ ອ໋ອດ ພົງສະຫວັນ, ຮອງປະທານບໍ່ປະຈໍາການສູນກາງແນວລາວສ້າງຊາດ ໄດ້ນຳໜ້າຄະນະຜູ້ແທນສູນກາງແນວລາວສ້າງຊາດ ມາຢ້ຽມຢາມ ແລະເຮັດວຽກຢູ່ ແຂວງດັກນົງ.

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງດັກນົງ

ຄະນະຜູ້ແທນແນວລາວສ້າງຊາດ ເຮັດວຽກຢູ່ແຂວງດັກນົງ. ພາບ: baodaknong.vn

ຕາງໜ້າຄະນະປະຈຳພັກແຂວງ, ທ່ານ ໂຮ່ວັນເມື່ອຍ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງດັກນົງ ໃຫ້ຮູ້ວ່າ ແຂວງດັກນົງ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການໃຫ້ຝ່າຍລາວ ໃນຂົງເຂດທີ່ແຂວງມີທ່າແຮງ ຄື: ກະສິກຳ, ປ່າໄມ້ ແລະອຸດສາຫະກຳ. ທາງຝ່າຍລາວ ຕ້ອງແນະນຳຄວາມສາມາດບົ່ມຊ້ອນ, ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຕົນ ເພື່ອໃຫ້ແຂວງດັກນົງ ຊອກຮູ້ ແລະຄົ້ນຄ້ວາລະອຽດ.

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຫວັງວ່າ ແຂວງດັກນົງ ຈະແບ່ງປັນບົດຮຽນປະສົບການໃນຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ ແລະຂະແໜງການກ່ຽວທີ່ຂ້ອງອື່ນໆ; ສ້າງເງື່ອນໄຂໃຫ້ຄະນະ ໄປທັດສະນະສຶກສາເພື່ອຖອດຖອນບົດຮຽນປະສົບການ ແລະຝຶກອົບຮົມບາງຮູບແບບພັດທະນາກະສິກຳຊົນນະບົດ; ພິຈາລະນາໜູນຊ່ວຍເຄື່ອງຈັກ, ອຸປະກອນ, ເບ້ຍໄມ້, ແນວພັນສັດລ້ຽງ ...

ນອກຈາກນັ້ນ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ກໍ່ຫວັງວ່າ ແຂວງດັກນົງ ຈະສ້າງເງື່ອນໄຂເພື່ອໃຫ້ແນວໂຮມປະເທດຊາດແຂວງດັກນົງ ແລະ ແນວລາວສ້າງຊາດ ໄດ້ຮຽນຮູ້ ແລະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ; ມຸ່ງໄປເຖິງການລົງນາມໃນເນື້ອໃນ, ໂຄງການຮ່ວມມືລະຫວ່າງສອງຝ່າຍ.

ບູນມີ

ເຫດການ
302 Found

Found

The document has moved here.