VSIP ຮ່ວມມືກັບ 9 ແຂວງ, ນະຄອນ ເພື່ອພັດທະນາສວນອຸດສາຫະກຳສະຫຼາດ

08:50 | 27/03/2023

ຕອນເຊົ້າວັນທີ 25 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ການນຳບາງແຂວງ, ນະຄອນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I ຢູ່ແຂວງບີງເຢືອງ (VSIP I - ບີງເຢືອງ).

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ບັນດາ​ແຂວງ, ນະຄອນ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປີດກວ້າງ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ບັນດາ​ແຂວງ, ນະຄອນ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປີດກວ້າງ
ແຂວງ ບິ່ງເຟືອກ ຮ່ວມມືກັບ Becamex IDC ຈັດຕັ້ງກອງປະຊຸມອອນໄລ ກ່ຽວກັບການສົ່ງເສີມການລົງທຶນກັບຈີນ ແຂວງ ບິ່ງເຟືອກ ຮ່ວມມືກັບ Becamex IDC ຈັດຕັ້ງກອງປະຊຸມອອນໄລ ກ່ຽວກັບການສົ່ງເສີມການລົງທຶນກັບຈີນ

ຕາມ​ສັນຍາ​ທີ່​ໄດ້​ລົງ​ນາມ​ແລ້ວ, VSIP ​ແລະ 9 ​ແຂວງ, ນະຄອນ​ປະກອບມີ ບິ່ງ​ເຟືອກ; ໄຕນິງ; ບິ່ງທ້ວນ; ແຄງຮວ່າ; ເຫ້ວ; ຮ່າຕິ້ງ; ແທງຮວາ; ໄທປີງ; ນາມ​ດິງ ​ຈະ​ດຳ​ເນີນ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ສຳ​ລັບ​ສວນ​ອຸດ​ສາ​ຫະ​ກຳ, ຕົວ​ເມືອງ ແລະ ການ​ບໍ​ລິ​ການ.

VSIP ຮ່ວມມືກັບ 9 ແຂວງ, ນະຄອນ ເພື່ອພັດທະນາສວນອຸດສາຫະກຳສະຫຼາດ

ພິທີ​ລົງ​ນາມ​ໃນຄັ້ງນີ້ ​ແມ່ນ​ການ​ສືບ​ຕໍ່​ສັນຍາ​ຮ່ວມ​ມື​ລະຫວ່າງ​ບໍລິສັດ Becamex IDC Corporation ​ແລະ Sembcorp Development LTD ​ເຊິ່ງ​ໄດ້​ປະກາດ​ໃນ​ວັນ​ທີ 10 ກຸມພາ 2023, ​ໃນ​ໄລຍະ​ຢ້ຽມຢາມ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງ​ເຊີນ.

VSIP I - ບີງເຢືອງ ໄດ້ຮັບການສ້າງຕັ້ງເມື່ອປີ 1996 ແລະ ກໍ່ສ້າງສຳເລັດໃນປີ 1997 ດ້ວຍເນື້ອທີ່ 500 ເຮັກຕາ ພ້ອມກັບ ລະບົບຄຸ້ມຄອງ ແລະ ພື້ນຖານໂຄງລ່າງບັນລຸມາດຕະຖານສາກົນ, ກາຍເປັນໜຶ່ງໃນບັນດາເຂດອຸດສາຫະກຳຕົວແບບຂອງ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຖືວ່າ, ຕ້ອງແຜ່ຂະຫຍາຍ ແລະ ເປີດກ້ວາງຮູບແບບ VSIP ອອກສູ່ບັນດາແຂວງຕາມທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ. ເຖິງຢ່າງໃດກໍດີ, ໃນຂະບວນວິວັດຜັນຂະຫຍາຍປະຕິບັດຢູ່ທ້ອງຖິ່ນ, ຕ້ອງພິຈາລະນາວ່າໂຄງການໃດສາມາດປະຕິບັດໄດ້ຈຶ່ງເຮັດ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.