ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

11:24 | 29/08/2018

ຍສໝ - ເນື່ອງໃນໂອກາດ ຄົບຮອບ 51 ປີ ສ້າງຕັ້ງ ປະຊາຄົມ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) ແລະ 23 ປີ ທີ່ຫວຽດນາມ ເຂົ້າຮ່ວມ ປະຊາຄົມນີ້ . ຕອນຄຳ່ວັນທີ 28 ສິງຫາ ຢູ່ທີ່ ຮ່າໂນ້ຍ ສະຫະພັນ ອົງການມິດຕະພາບ ຫວຽດນາມ ນະຄອນ ຮ່າໂນ້ຍ ປະສານສົມທົບກັບ ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ຈັດ ງານການສະແດງ ເດີນແບບໃນຊຸດດັ້ງເດີມ ແລະ ແລກປ່ຽນສິນລະປະວັດທະນະທຳ ອາຊຽນ (ASEAN)

ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ບັນດາຜູ້ແທນຕ່າງໜ້າແກ່ບັນດາ ອົງການ ໃນປະເທດ ອາຊຽນເຂົ້າຮ່ວມງານ.

ເຂົ້າຮ່ວມໃນງານ ມີບັນດາ ຕ່າງໜ້າການນຳ ກະຊວງ ທະບວງ ຂະແໜງການ ສູນກາງ ແລະ ນະຄອນ ຮ່າໂນ້ຍ , ຕ່າງໜ້າການນຳສະຫະພັນ ອົງການມິດຕະພາບຫວຽດນາມ , ສະຫະພັນ ອົງການມິດຕະພາບ ນະຄອນ ຮ່າໂນ້ຍ; ບັນດາສະຖານທູດ ຕ່າງໜ້າ ສະຖານທູດຕ່າງປະເທດ , ບັນດາ ອົງການສາກົນ, ອົງການທີ່ບໍ່ຂື້ນກັບລັດຖະບານ , ນັກຮຽນນັກສຶກສາຕ່າງປະເທດ ທີ່ກຳລັງສຶກສາຮຳ່ຮຽນຢູ່ ຮ່າໂນ້ຍ.

ເປົ້າໝາຍຂອງການຈັດງານແມ່ນ ເພື່ອເພີ່ມທະວີ ການໂຄສະນາ ເຜີຍແຜ່ ຢ່າງເລິກເຊິ່ງ ກ່ຽວກັບ ການສ້າງປະຊາຄົມ ອາຊຽນ ASEAN ທີ່ເຂັ້ມແຂງ ແລະ ເຊື່ອມຕໍ່ຢ່າງແໜ້ນແຟ້ນ. ນີ້ກໍ່ແມ່ນ ໂອກາດຊຸກຍູ້ ການແລກປ່ຽນ, ຮັດແໜ້ນ ສາຍພົວພັນມິດຕະພາບ ອັນດີງາມ ລະຫວ່າງ ຫວຽດນາມ ກັບ ປະຊາຄົມ ອາຊຽນ ASEAN ກໍ່ຄືການເພີ່ມທະວີ ຄວາມສາມັກຄີ ຂອງປະຊາຊົນ ຂອງປະຊາຄົມ ອາຊຽນ ASEAN ເວົ້າລວມ.

ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ທ່ານນາງ ຫງວ໋ຽນລານ ເຮືອງ ຫົວໜ້າ ຂົນຂວາຍ ນະຄອນຫຼວງ ປະທານ ສະຫະພັນ ອົງການມິດຕະພາບ ນະຄອນຮ່າໂນ້ຍ.

ກ່າວຄຳເຫັນໃນງານຄັ້ງນີ້ ທ່ານນາງ ຫງວ໋ຽນລານ ເຮືອງ ຫົວໜ້າ ຂົນຂວາຍ ນະຄອນຫຼວງ ປະທານ ສະຫະພັນ ອົງການມິດຕະພາບ ນະຄອນຮ່າໂນ້ຍ ໄດ້ເນັ້ນໜັກວ່າ: ໃນຊ່ວງ 51 ປີທີ່ຜ່ານມາ ອາຊຽນ ASEAN ແມ່ນອົງການໜຶ່ງທີ່ປະສົບຄວາມສຳເລັດໃນພາກພື້ນ ມີການພັດທະນາ ຢ່າງກ້າວກະໂດດ ມີການຮ່ວມມືອັນແໜ້ນແຟ້ນ ມີສາຍພົວພັນກັບຄູ່ຮ່ວມມືທີ່ສະໜິດແໜ້ນ ກັບຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນທີ່ສຳຄັນຂອງໂລກ.

ພາລະກຳລັງ ແລະ ຄວາມເຊື່ອໝັ້ນ ຂອງ ອາຊຽນ ASEAN ນັບມື້ນັບ ເພີ່ມຂື້ນ ເມື່ອ ສະມາຊິກປະຊາຄົມ ປະກອບທັງ 10 ປະເທດຂອງ ອາຊີຕາເວັນອອກສ່ຽງໃຕ້. ສິ່ງດັ່ງກ່າວປະກອບສ່ວນເຂົ້າໃນການປັບປຸງສ້າງ ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຢູ່ພາກພື້ນ, ເພີ່ມທະວີການຮ່ວມມື ແລະ ເຊື່ອມຕໍ່ລະຫວ່າງບັນດາ ສະມາຊິກ,ຍົກສູງຈຸດຢືນຂອງ ປະຊາຄົມ ບົນເວທີສາກົນ ສ້າງພື້ນຖານໃຫ້ແກ່ບາດກ້າວຂອງການພັດທະນາຕໍ່ໜ້າ.

ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ລາຍການສະແດງສິນລະປະວັດທະນະທຳຂອງຫວຽດນາມ.

ການສະແດງສິນລະປະ ໄດ້ຈັດຂື້ນຢ່າງອຸດົມສົມບູນ ເປັນເອກກະລັກ ໂດຍ ສິນລະປິນ ໂຮງລະຄອນ ລຳເລື່ອງ ຮ່າໂນ້ຍ ແລະ ບັນດາ ສິນລະປະກອນສະໝັກຫຼິ້ນ ມາຈາກບັນດາສະຖານທູດ ໃນປະເທດ ອາຊຽນ ASEAN ຂື້ນສະແດງ ເຊິ່ງປະກອບມີ: ບົດເພັງ, ບົດຟ້ອນ ສັນລະເສີນປະເທດຊາດ ປະຊາຊົນ ມູນເຊື້ອວັດທະນະທຳ ບັນດາປະເທດ ອາຊຽນ ASEAN ເປັນຂອງຂວັນມອບໃຫ້ບັນດາ ຜູ້ແທນຫວຽດນາມ ແລະ ເພື່ອນມິດສາກົນ ທີ່ກຳລັງເຮັດວຽກ ປະຈຳຢູ່ ສສ ຫວຽດນາມ ປະກອບສ່ວນເຂົ້າໃນການສ້າງຄວາມສາມັກຄີ ມິດຕະພາບ ຫວຽດນາມ ກັບບັນດາປະເທດ ເວົ້າລວມ ແລະ ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ກັບ ບັນດາ ນະຄອນຫຼວງຕ່າງໆ ໃນໂລກ.

ລາຍການສະແດງ ປຽບເໝືອພາບ ທີ່ມີຄວາມຫຼາກຫຼາຍທາງດ້ານສີສັນ ປະສົມກົມກຽວກັນ ຂອງປະຊາຊົນບັນດາເຜົ່າ ຂອງ ກ້ອນກຳລັງສາມັກຕີ ອາຊຽນ ASEAN ແລະ ການເຂົ້າຮ່ວມຢ່າງສຸດອົກສຸດໃຈຂອງບັນດາປະເທດເພື່ອນບ້ານ. ສິ່ງດັ່ງກ່າວ ຢັ້ງຢືນ ອາຊຽນ ASEAN ຈະສືບຕໍ່ ເປັນກ້ອນກຳລັງອັນແໜ້ນໜາຂອງສະຫະພັນ ສັນຕິ ແລະ ຈະເລີນຮຸ່ງເຮືອງ ໃນປະຈຸບັນ ກໍ່ຄືໃນອານາຄົດ. ນີ້ກໍ່ແມ່ນໂອກາດດີໃນການ ໂຄສະນາ ເຜີຍແຜ່ ພາບລັກຂອງ ນະຄອນຫຼວງຮ່າໂນ້ຍ - ນະຄອນ ແຫ່ງສັນຕິພາບ ເອື້ອອາລີ ຮັບແຂກ.

ບາງຮູບພາບຂອງການສະແດງສິນລະປະ:

ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ການສະແດງຊຸດປະຈຳຊາດຂອງ ປະເທດອິນໂດເນເຊຍ.

ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ການສະແດງຊຸດປະຈຳຊາດ ຂອງປະເທດ ສປປ ລາວ.

ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ການສະແດງຊຸດຍາວ (ອ໋າວຢ່າຍ ຫວຽດນາມ) ທີ່ມີຮູບສະຖານທີ່ທ່ອງທ່ຽວຂອງບັນດາປະເທດ ອາຊຽນ.

ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ນັກສືກສາສະແດງ ຊຸດເຄື່ອງຍາວ (ອ໋າວຢ່າຍ) ທີ່ມີຮູບສະຖານທີ່ທ່ອງທ່ຽວຂອງປະເທດກຳປູເຈຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.