ການນຳເຂົ້າ-ສົ່ງອອກ ປີ 2022 ຂອງ ຫວຽດນາມ ອາດຈະສ້າງສະຖິຕິໃໝ່

12:29 | 14/04/2022

ຍສໝ - ໃນ​ປີ 2022, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ວາງ​ຄາດໝາຍ​ເພີ່ມ​ການ​ສົ່ງ​ອອກ 6-8% ​ເມື່ອ​ທຽບ​ໃສ່​ປີ 2021, ບັນລຸ​ປະມານ 363 ຕື້ USD.

ຮູບພາບງານບຸນປະເພນີ ແບກດັ່ງ ປີ 2022 ຢູ່ ກວາງນິງ ຮູບພາບງານບຸນປະເພນີ ແບກດັ່ງ ປີ 2022 ຢູ່ ກວາງນິງ
ປຸກລະດົມງານປະກວດ ແລະວາງສະແດງ “ຮູບພາບສິລະປະຫວຽດນາມ” ປີ 2022 ປຸກລະດົມງານປະກວດ ແລະວາງສະແດງ “ຮູບພາບສິລະປະຫວຽດນາມ” ປີ 2022
ພາບປະກອບ
ພາບປະກອບ

ຕາມທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ) ແລ້ວ, ໃນໄຕມາດທີ 1 ປີ 2022, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸ 176 ຕື້ USD, ບັນລຸການເຕີບໂຕ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ນີ້ແມ່ນລະດັບເຕີບໂຕສູງທີ່ສຸດ; ສະເພາະການສົ່ງອອກບັນລຸການເຕີບໂຕເກືອບ 13%.

ບັນດາໝວດຜະລິດຕະພັນກະເສດໄດ້ຮັບຮູ້ມີລະດັບການເຕີບໂຕໃນການສົ່ງອອກສູງພໍສົມຄວນ ປະມານແຕ່ 18 – 19%; ໃນນັ້ນມີໝວດສິນຄ້າພິເສດຄື: ກາເຟ, ເຂົ້າສານ, ສິນໃນນ້ຳ ຍັງບັນລຸລະດັບເຕີບໂຕສູງກວ່າອີກແຕ່ 38% ຫາເກືອບ 50%.

ປີ 2022, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ວາງເປົ້າໝາຍການສົ່ງອອກເພີ່ມຂຶ້ນແຕ່ 6-8% ເມື່ອທຽບໃສ່ປີ 2021, ບັນລຸປະມານ 363 ຕື້ USD; ຮັກສາດຸນການຄ້າຢູ່ໃນລະດັບສົ່ງອອກເກີນດຸນ. ກະຊວງ​ອຸດສາຫະກຳ​ ແລະ ​ການ​ຄ້າ​ຈະ​ມີ​ປຶ້ມ​ຄູ່​ມື​ຊີ້​ນຳບັນດາ​ວິ​ສາ​ຫະກິດ​ຫັນ​ຈາກການສົ່ງອອກ​ບໍ່​ເປັນ​ທາງ​ການ​ໄປ​ເປັນ​ໂຄ​ຕ້າ​ທາງ​ການ...

ໄຊພອນ

ເຫດການ
302 Found

Found

The document has moved here.