ພາບປະກອບ
ສະນັ້ນ, ຈຶ່ງເກີດມີການຈັດຕັ້ງເປັນກຸ່ມ, ເປັນຂະບວນການລຸກຂຶ້ນຕໍ່ສູ້ກັບພວກນາຍທຶນຊຶ່ງຂະບວນການຕໍ່ສູ້ຄັ້ງທຳອິດ ແມ່ນເກີດຂຶ້ນຢູ່ປະເທດອັງກິດ ໃນປີ 1764. ຈາກນັ້ນ, ຈຶ່ງໄດ້ສ້າງຕັ້ງອົງການກຳມະບານຂຶ້ນ ແລະ ຂະບວນການຂອງຊົນຊັ້ນກຳມະກອນກໍໄດ້ແຜ່ລາມໄປຫຼາຍປະເທດໃນໂລກໂດຍສະເພາະໃນເດືອນພະຈິກ ປີ 1884 ຢູ່ເມືອງຊີກາໂກທີ່ເປັນຈຸດໃຈກາງອຸດສາຫະກຳຂອງສະຫະລັດອາເມຣິກາ, ຊົນຊັ້ນກຳມະກອນໄດ້ຕໍ່ສູ້ທວງໃຫ້ເພີ່ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກພ້ອມທັງຮຽກຮ້ອງໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ລວມ ຕົວລຸກຂຶ້ນທວງເອົາສິດຕ່າງໆ ຂອງຕົນຢ່າງແຂງແຮງ.
ຕົກມາໃນວັນທີ 1 ພຶດສະພາ 1886 ຢູ່ເມືອງຊີກາໂກ ໄດ້ເກີດມີການຕໍ່ສູ້ຂອງຊົນ ຊັ້ນກຳມະກອນ ແລະ ຊາວ ຜູ້ອອກແຮງງານອີກເປັນຄັ້ງໃຫຍ່ທີ່ສຸດຊຶ່ງໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານ 5.000 ແຫ່ງ ແລະ ອອກມາ ເດີນຂະບວນປະທ້ວງມີຄົນເຂົ້າ ຮ່ວມ 340.000 ຄົນ ຢູ່ຕາມຕົວເມືອງໃຫຍ່ຂອງສະຫະລັດອາເມຣິກາ ແລະ ໄດ້ອອກຖະ ແຫຼງການໃຫ້ພວກນາຍທຶນ ຕ້ອງປະຕິບັດ: “ກຳມະກອນຜູ້ ໜຶ່ງເຮັດວຽກມື້ໜຶ່ງ 8 ຊົ່ວໂມງ, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ແລະ ໃນຂະນະດຽວກັນນັ້ນ;ພວກນາຍທຶນ, ກໍໄດ້ສັ່ງໃຫ້ເຈົ້າໜ້າທີ່ຍິງກວາດໃສ່ຜູ້ປະທ້ວງເສຍຊີວິດ 9 ຄົນ ແລະ ຈາກນັ້ນມາ, ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ ແຜ່ລາມຢ່າງແຂງແຮງໄປຍັງທະວີບເອີຣົບ ແລະ ທະວີບອະເມຣິກາ ຊຶ່ງກາຍເປັນກະແສຟອງອັນເດັດດ່ຽວຂອງຂະບວນກຳມະກອນໃນທົ່ວໂລກ ແລະ ເປັນບາດກ້າວຂະຫຍາຍຕົວ ແຫ່ງໄຊຊະນະອັນສຳຄັນ ແລະ ໃຫຍ່ຫຼວງ ທີ່ເປັນປະຫວັດສາດຂອງຊົນຊັ້ນກຳມະກອນ.
ຢືນຢູ່ຕໍ່ໜ້າສະພາບການຄືດັ່ງກ່າວ, ກອງປະຊຸມພັກກອມມູນິດສາກົນຄັ້ງທີ II, ຈຶ່ງໄດ້ໄຂຂຶ້ນໃນວັນທີ 14 ກໍລະກົດ 1889 ຢູ່ປະເທດຝຣັ່ງ ໂດຍມີຜູ້ແທນ 393 ຄົນທີ່ມາຈາກ 22 ປະເທດແລະໄດ້ຜ່ານໂຄງການ ດຳເນີນງານທີ່ສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂັວນ “ມື້ໜຶ່ງ ເຮັດວຽກ 8 ຊົ່ວໂມງ ແລະ ກຳ ນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ” ແລະ ແຕ່ນັ້ນມາ “ວັນ ທີ 1 ພຶດສະພາ ຂອງທຸກໆປີຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນສາກົນໃນທົ່ວໂລກ”.
(ແຫຼ່ງຂໍ້ມູນ: pasaxon.org.la)