ການທູດ ຫວຽດນາມ ຢືນຢັນທີ່ຕັ້ງຂອງປະເທດຊາດ

00:00 | 02/09/2024

ຍສໝ - ແນວທາງ “​ການ​ທູດ​ໄມ້​ໄຜ່” ຂອງ​ ຫວຽດນາມ ​ໄດ້​ຮັບ​ການ​ສະຫຼຸບ​ໂດຍ​ທ່ານອະດີດ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ໄດ້ຢືນຢັນ​ໂດຍ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ​ໃນ​ບົດ​ຂຽນ “​ຕັດສິນໃຈ​ກໍ່ສ້າງ​ພັກ ​ແລະ ປະເທດ ຫວຽດນາມ ຮັ່ງມີ, ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິໄລ”, ແມ່ນ​ແນວທາງ​ການ​ພົວພັນຕ່າງ​ປະ​ເທດ​ທີ່​ຈະ​ແຈ້ງ ​ແລະ ຂາດຂັ້ນ ​ດ້ວຍຈຸດສຸມແມ່ນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​
ສະ​ຖາ​ບັນ​ການ​ທູດ ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບັນ​ດາ​ກະ​ຊວງ, ສາ​ຂາ, ທ້ອງ​ຖິ່ນ ແລະ ອົງ​ການ​ການທູດ​ປະ​ຊາ​ຊົນ
ການທູດ ຫວຽດນາມ ຢືນຢັນທີ່ຕັ້ງຂອງປະເທດຊາດ

ນັກຂ່າວໜັງສືພິມ Gaston Fiorda, ຜູ້ຂຽນປຶ້ມ “ຫວຽດນາມ, ປະຫວັດສາດຂອງການຕໍ່ຕ້ານ”.

ນັກຂ່າວໜັງສືພິມ Gaston Fiorda, ນັກ​ຊ່ຽວຊານທີ່​ຄົ້ນຄວ້າບັນດາບັນຫາກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ອາກ​ຊັງ​ຕິນ ​ໄດ້​ເນັ້ນ​ໜັກຄື​ດັ່ງກ່າວ​ເມື່ອ​ກ່າວ​ເຖິງ​ບັນດາ​ໝາກຜົນ​ຂອງ​ການ​ທູດ ​ຫວຽດນາມ ​ໃນ​ໄລຍະ​ທີ່ຜ່ານ​ມາ​.

ນັກຊ່ຽວຊານ, ນັກຮຽນຮູ້ສາກົນຫຼາຍຄົນເຫັນດີເປັນເອກະພາບວ່າ “ການທູດໄມ້ໄຜ່” ຂອງ ຫວຽດນາມ ໄດ້ເກັບກ່ຽວບັນດາຜົນງານໃໝ່ທີ່ມີຄວາມໝາຍປະຫວັດສາດ, ພິເສດ ແມ່ນໃນສະພາບການໂລກທີ່ພວມຜັນແປຢ່າງວ່ອງໄວ ແລະ ສັບສົນກວ່າທີ່ຄາດຄະເນໄວ້, ກໍ່ໃຫ້ເກີດສິ່ງທ້າທາຍໃໝ່ໃນການພົວພັນສາກົນ. ທ່ານ​ຮອງອະດີດ​​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ອິນ​ເດຍ Satyendra Pradhan ​ໃຫ້​ຄຳ​ພິນິດໃສ​ວ່າ: “ການ​ທູດ​ໄມ້​ໄຜ່” ໄດ້ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ ຫວຽດນາມ ​ບົນ​ເວທີ​ສາກົນ ​ແລະ ຮັບປະກັນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ.

ທ່ານສາດສະດາຈານ Carl Thayer, ວິທະຍາຄານ​ປ້ອງ​ກັນຊາດ ອົດ​ສະ​ຕາ​ລີ ຕີ​ລາຄາ​ວ່າ: “ຫວຽດນາມ ​ໄດ້​ສ້າງ​ເຄືອ​ຂ່າຍ​ການ​ພົວພັນ​ທາງ​ການ​ເມືອງ ​ແລະ ການ​ທູດ​ຢ່າງ​ກວ້າງຂວາງ, ຫຼາຍດ້ານ​ກັບ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ບັນດາ​ອົງການ​ຫຼາຍ​ຝ່າຍ​ທີ່​ສຳຄັນ​ໃນ​ທົ່ວ​ໂລກ. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ​ມີອິດທິພົນ, ທີ່​ຕັ້ງ​ສູງ​ໃນ​ປະຊາ​ຄົມ​ສາກົນ ​ແລະ ໜູນ​ຊ່ວຍການ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ”.

ທ່ານ​ ປອ. ຫງວຽນ​ຮົ່ງ​ຫາຍ, ນັກ​ຄົ້ນ​ຄວ້າ​ສູນນະ​ໂຍບາຍອະນາຄົດ, ມະຫາວິທະຍາ​ໄລ Queensland (ອົດ​ສະ​ຕາ​ລີ) ​ໄດ້ຊີ້ແຈ້ງຜົນງານຂອງ “ການ​ທູດ​ໄມ້​ໄຜ່ ​ຫວຽດນາມ” ​ແມ່ນ​ການ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ສ້າງ​ສະພາບ​ແວດ​ລ້ອມແຫ່ງສັນຕິພາບ ​ແລະ ສະດວກເພື່ອຮັບໃຊ້ການພັດທະນາຂອງປະເທດ; ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ, ສັນຕິພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ປະກອບສ່ວນ​ຊ່ວຍ​ໃຫ້ ຫວຽດນາມ “ມີ​ພາລະກິດໃຫຍ່ຫຼວງ, ທ່າ​ແຮງ, ທີ່​ຕັ້ງ ​ແລະ ຊື່​ສຽງ​ສາກົນຄື​ໃນ​ປະຈຸ​ບັນ”.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ກຳລັງ​ສັດຕູ, ປະຕິ​ການ, ບັນດາ​ອົງການ ​ແລະ ບຸກຄົນ​ທີ່​ຂາດ​ເຈດ​ຕະນາ​ດີ​ຕໍ່ ​ຫວຽດນາມ ຍັງ​ມີ​ເຈດ​ຕະນາ​ບິດ​ເບືອນ ​ແລະ ບັນຍາຍ​ບໍ່ຖືກກ່ຽວກັບເນື້ອແທ້ຂອງ “ການ​ທູດ​ໄມ້​ໄຜ່” ​ເພື່ອ​ສ້າງ​ຂໍ້​ອ້າງ​ໃສ່​ຮ້າຍ​ປ້າຍ​ສີ​ໃຫ້ແນວທາງການພົວພັນຕ່າງປະເທດທີ່ເປັນ​​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫຼາຍ​ຝ່າຍ ​ແລະ ມີ​ຄວາມ​ຫຼາກ​ຫຼາຍຂອງພັກ ແລະ ລັດ ຫວຽດນາມ. ບາງອົງການຈັດຕັ້ງ ແລະ ພາກສ່ວນຝ່າຍຄ້ານ ທັງພາຍໃນ ແລະ ຕ່າງປະເທດ ໃຊ້ເລ່ລ່ຽມ “ລັກປ່ຽນຄວາມຄິດ”, ບິດເບືອນວ່າ “ການທູດໄມ້ໄຜ່” ແມ່ນ “ບໍ່ມີຄວາມເຫັນທາງດ້ານການເມືອງ ແລະ ຂາດຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍ”. ບັນດາການ​ບິດ​ເບືອນ​ຄວາມ​ຈິງ​ດັ່ງກ່າວ​ ແມ່ນມີ​ຈຸດປະສົງ​ຢ່າງ​ຈະ​ແຈ້ງ​ເພື່ອ​ທຳລາຍ​ນະ​ໂຍບາຍ​ການ​ທູດ​ຂອງ ​ຫວຽດນາມ, ​ເຮັດ​ໃຫ້​ເກີດ​ການ​ແບ່ງ​ແຍກ, ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ຕໍ່​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ ຫວຽດນາມ ກັບ​ບັນດາ​ປະ​ເທດ, ​ເປັນ​ການ​ຍຸແຫຍ່​ແນວ​ຄິດ​​ຊາດ​ນິຍົມຫົວຮຸນແຮງ...

​ຜູ້​ຊ່ຽວຊານ​ຫຼາຍ​ທ່ານ​ເນັ້ນ​ໜັກ​ວ່າ “ການ​ທູດ​ໄມ້​ໄຜ່” ຂອງ​ ຫວຽດນາມ ​ແມ່ນ​ການ​ສົມທົບ​ກັນ​ຂອງ​ຄວາມເປັນເຈົ້າການ, ມີ​ຄວາມ​ສາມາດ​ປັບ​ຕົວ​ສູງ​ໃນ​ໂລກ​ທີ່​ຜັນ​ແປ​, ພ້ອມ​ທັງ​ມີ​ຄວາມສະຫຼາດຄ່ອງແຄ່ວ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ພື້ນຖານເພື່ອ “ກົມກຽວ” ກັບ​ທຸກ​ຂົ້ວ​ໃນ​ໂລກທີ່​ຫຼາຍ​ຂົ້ວ. ທ່ານ ປອ. Tomotaka Shoji, ຜູ້ອຳນວຍການຄະນະຄົ້ນຄວ້າພາກພື້ນຂອງວິທະຍາຄານຄົ້ນຄວ້າປ້ອງກັນຊາດ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢັ້ງຢືນວ່າ ຝ່າຍການທູດນີ້ ແມ່ນສອດຄ່ອງກັບສະພາບແວດລ້ອມຍຸດທະສາດ ແລະ ສະພາບການປະຫວັດສາດ, ສະແດງໃຫ້ເຫັນວ່າ ນະໂຍບາຍການພົວພັນຕ່າງປະເທດຂອງ ຫວຽດນາມ ບໍ່ເປັນຄຳພີແຕ່ສະແດງໃຫ້ເຫັນຄວາມມີໄຫວພິບຂຶ້ນກັບຄູ່ຮ່ວມງານ ແລະ ສະຖານະການ.

ພາກສ່ວນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ຂອງ ​ຫວຽດນາມ ​ແມ່ນ​ຮັກສາ​ການ​ພົວພັນ​ແບບ​ພິ​ເສດ​ກັບ​ ຈີນ ​ຢ່າງ​ສະ​ເໝີ​, ​ພ້ອມກັນນັ້ນ ກໍ່​ພັດທະນາ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ອື່ນໆ”. ໃນຂະນະນັ້ນ, ນັກຊ່ຽວຊານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນນະໂຍບາຍ ຫວຽດນາມ - ອົດສະຕາລີ (AVPI), ຖືວ່າ ຫວຽດນາມ ສືບຕໍ່ປະຕິບັດວິທີການເຂົ້າເຖິງຢ່າງລະມັດລະວັງ, ເປັນເຈົ້າການ ແລະ ສະເໝີຕົ້ນສະເໝີປາຍສຳລັບບັນດາປະເທດມະຫາອຳນາດທົ່ວໂລກ, ຈາກ ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ..., ໂດຍຜ່ານ​ນັ້ນ, ຫວຽດ​ນາມ ໄດ້ພິສູດໃຫ້​ເຫັນ​ແຜນນະ​ໂຍ​ບາຍ “ເປັນເພື່ອນກັບ​ທຸກ​ປະ​ເທດ”.

ສິ່ງສຳຄັນກວ່າ, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ໃນ​ການຮັດແໜ້ນ​ສາຍ​ພົວພັນ, ​​ທ່ານ​ ປອ. Ruvislei González Saez, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ ກູ​ບາ - ຫວຽດນາມ, ຜູ້ອຳນວຍການ​ໂຄງການ​ພົວພັນ​ສາກົນ​ຢູ່ ກູ​ບາ. ນັກຊ່ຽວຊານ ກູບາ ເນັ້ນໜັກວ່າ, ຫວຽດນາມ ແມ່ນເພື່ອນ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດໃນປະຊາຄົມສາກົນ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຮ່ວມມືສາກົນ ແລະ ພາກພື້ນ, ສິ່ງດັ່ງກ່າວໄດ້ປັບປຸງທີ່ຕັ້ງທາງການທູດຂອງ ຫວຽດນາມ, ສອດ​ຄ່ອງ​ກັບ​ຄວາມຂະຫຍັນຂັນເຂື່ອນທີ່ນັບມື້ນັບເພິ່ມຂຶ້ນ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ນີ້ "ຄືເປັນ​ຫນຶ່ງ​ໃນບັນດ​ເສືອ​ອາ​ຊີ​ທີ່ພວມຟື້ນຕົວລຸກຂຶ້ນ​"​.

ສາມາດຢັ້ງຢືນໄດ້ວ່າ “ການທູດໄມ້ໄຜ່” ໄດ້ເຮັດໃຫ້ ຫວຽດນາມ ມີບົດບາດນັບມື້ນັບສູງໃນເວທີສາກົນ, ຊ່ວຍໃຫ້ ຫວຽດນາມ ປະສົບຜົນສຳເລັດໃນການຮັກສາສາຍພົວພັນກັບບັນດາປະເທດມະຫາອຳນາດ, ໃນຂະນະທີ່ຍັງໄດ້ຮັບປະກັນຜົນປະໂຫຍດແຫ່ງຊາດ. ບັນດາການ​ເຄື່ອນ​ໄຫວ​ການ​ພົວພັນຕ່າງປະ​ເທດ​ທີ່​ຟົດຟື້ນ​ຂອງ ​ຫວຽດນາມ ​ໃນ​ໄລຍະ​ຜ່ານມາ​, ການ​ເຂົ້າ​ຮ່ວມ​ທີ່ເປັນເຈົ້າການ ​ແລະ ຕັ້ງໜ້າ​ຂອງ ​ຫວຽດນາມ ​ໃນ​ບັນດາ​ບັນຫາ​ສາກົນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງຄົບຖ້ວນເຖິງ​ທີ່​ຕັ້ງ ​ແລະ ອິດທິພົນ​ສາກົນ​ທີ່ນັບ​ມື້​ນັບ​ສູງ​ຂອງ ​ຫວຽດນາມ. ນັ້ນກໍ່ແມ່ນການສະແດງໃຫ້ເຫັນຢ່າງມີຊີວິດຊີວາ ແລະ ຊັດເຈນທີ່ສຸດກ່ຽວກັບຜົນສຳເລັດຂອງ “ການທູດໄມ້ໄຜ່”, ປະຕິເສດບັນດາຂໍ້ກ່າວຫາທີ່ບິດເບືອນນະໂຍບາຍການພົວພັນຕ່າງປະເທດຂອງ ຫວຽດນາມ.

ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ

ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ

ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດງານພົບປະສັງສັນກັບສື່ມວນຊົນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ ປີຂານ 2022 ໂດຍທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນ ເປັນປະທານ.

ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021

ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021

ຫວ່າງແລ້ວນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງ ປະເທດ ໄດ້ອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ (25/04/1961-25/04/2021) ແລະ ປີມິດຕະພາບ ລາວ-ຈີນ 2021.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.