ຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານ ຂຶ້ນສູ່ລະດັບສູງໃໝ່

17:54 | 04/08/2023

ຍສໝ - ທ່ານເອກອັກຄະລັດຖະທູດ ເລືອງກວັກຮູຍ ໃຫ້ຮູ້ວ່າ ການຢ້ຽມຢາມໄດ້ມີຄວາມໝາຍສຳຄັນທີ່ສຸດ ເຊິ່ງໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຣານ (04/8/1973 - 4/8/2023)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Mohammad Bagher Ghalibaf ປະທານສະພາໃຫ້ຄຳປຶກສາມຸດສະລິມ ອີຣານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ, ໄປຢ້ຽມຢາມ ອີຣານ ໃນລະຫວ່າງວັນທີ 8 – 10 ສິງຫາ. ໂດຍຕອບສຳພາດຕໍ່ນັກຂ່າວສະຖານີວິທະຍຸ ຫວຽດນາມ ປະຈຳ ຕາເວັນອອກກາງເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລືອງກວັກຮູຍ ຢັ້ງຢືນວ່າ: ການຢ້ຽມຢາມ ອີຣານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະແມ່ນຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານ ຂຶ້ນສູ່ລະດັບສູງໃໝ່.

ຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານ ຂຶ້ນສູ່ລະດັບສູງໃໝ່
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລືອງກວັກຮູຍ (ພາບ: VOV)

ທ່ານເອກອັກຄະລັດຖະທູດ ເລືອງກວັກຮູຍ ໃຫ້ຮູ້ວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ເຊິ່ງໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຣານ (04/8/1973 - 4/8/2023) ແລະ ນີ້ກໍ່ແມ່ນການຢ້ຽມຢາມ ອີຣານ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ນັບແຕ່ປີ 1999. ສິ່ງນີ້ສະແດງໃຫ້ເຫັນການນຳສອງປະເທດຖືເປັນສຳຄັນທີ່ສຸດ ແລະ ມີຄວາມຫວັງຢາກສືບຕໍ່ຊຸກຍູ້, ເປີດກວ້າງການພົວພັນດ້ານການເມືອງ, ເສດຖະກິດ, ວັດທະນະທຳ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ,ທ່ານປະທານສະພາແຫ່ງຊາດ ຫວຽດ​ນາມ ເວືອງດິ່ງເຫວະ ຈະ​ມີ​ການໂອ້ລົມ​ເຈ​ລະ​ຈາ​ກັບ​ທ່ານປະທານສະພາແຫ່ງຊາດ ອີ​ຣານ Mohammad Bagher Ghalibaf; ເປັນປະທານເວທີປາໄສດ້ານກົດໝາຍ, ນະໂຍບາຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ກ່າວຄຳປາໄສ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຢູ່​ສະ​ຖາ​ບັນ​ຄົ້ນຄ້ວາການເມືອງ ແລະ ສາກົນ ອີ​ຣານ (IPIS); ເປີດສັບປະດາວັດທະນະທຳຫວຽດນາມ ຢູ່ ອີຣານ ແລະ ຢ້ຽມຢາມບາງຮາກຖານວັດທະນະທຳ, ວິທະຍາສາດ ແລະ ເຕັກໂນໂລຢີສູງຂອງ ອີຣານ.

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ