ເປີດ ງານບຸນວັດທະນະທຳ ບັນດາເຜົ່າ ພາກກາງ ຫວຽດນາມ ຄັ້ງທີ 3

15:21 | 25/08/2018

ຍສໝ - ຕອນຄໍ່າວັນທີ 24 ສິງຫາ, ຢູ່ ນະຄອນ ຕາມກີ່ ແຂວງກວາງນາມ, ວັນບຸນວັດທະນະທໍາ ບັນດາເຜົ່າເຂດພາກກາງ ຄັ້ງທີ 3 ໃນຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທໍາບັນດາເຜົ່າເຂດພາກກາງໃນໄລຍະປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາປະເທດຊາດແບບຍືນຍົງ” ໄດ້ໄຂຂຶ້ນຢ່າງເປັນທາງການ. ງານດັ່ງກ່າວ ຈັດໂດຍ ກະຊວງ ວັດທະນະທໍາ ກິລາ ແລະ ທ່ອງທ່ຽວ ສົມທົບກັບ ຫ້ອງວ່າການ ແຂວງກວ້າງນາມ.

ເປີດ ງານບຸນວັດທະນະທຳ ບັນດາເຜົ່າ ພາກກາງ ຫວຽດນາມ ຄັ້ງທີ 3


ເປີດ ງານບຸນວັດທະນະທຳ ບັນດາເຜົ່າ ພາກກາງ ຫວຽດນາມ ຄັ້ງທີ 3

ລາຍການສະແດງສິລະປະ. (ພາບ: qdnd.vn)

ເປີດ ງານບຸນວັດທະນະທຳ ບັນດາເຜົ່າ ພາກກາງ ຫວຽດນາມ ຄັ້ງທີ 3

ຄະນະຈັດຕັ້ງມອບດອກໄມ້ ແລະທຸງທີ່ລະນຶກໃຫ້ບັນດາຫົວໜ່ວຍເຂົ້າຮ່ວມວັນບຸນ. (ພາບ: qdnd.vn.)

ນີ້ແມ່ນກິດຈະກຳ-ການເຄື່ອນໄຫວເພື່ອແນໃສ່ເຊີດຊູຄຸນຄ່າ ດ້ານວັດທະນະທໍາ ທີ່ເປັນມູນເຊື້ອອັນດີງາມຂອງປະຊາຊົນບັນດາເຜົ່າທີ່ມາຈາກຫຼາຍແຂວງພາກກາງ ຫວຽດນາມປະກອບມີ: ແທັງຮ໋ວາ, ເຫງະອານ, ຮ່າຕິ໋ງ, ກວ້າງຈິ, ກວ້າງບີ່ງ, ເທື່ອທຽນ-ເຫວ໋, ກວ້າງນາມ, ກວ້າງຫງາຍ, ບີ່ງດີ້ງ, ຟູ໋ອຽນ, ແຄ໋ງຮ່ວາ, ນີງທ້ວນ, ບີ່ງທ້ວນ; ນີ້ ແມ່ນໂອກາດ ທີ່ບັນດາ ສິລະປິນ, ນັກສະແດງ, ນັກກິລາໃນຂົງເຂດພົບປະ, ພົບປະແລກປ່ຽນ, ຖອດຖອນບົດຮຽນ, ອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທໍາຊົນເຜົ່າໃນໄລຍະແຫ່ງການເຊື່ອມໂຍງ ແລະ ພັດທະນາປະເທດຊາດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.