ສະຖານທີ່ວາງສະແດງ ເອກສານ ແຕ່ປີ 1946 ກ່ຽວກັບ ການປະຕິວັດ ຖາງຕ໋າມ (ເດືອນ ສິງຫາ)

13:30 | 14/08/2018

ຍສໝ - ງານຕະຫຼາດນັດຂາຍປື້ມເກົ່າ ຢູ່ຮ່າໂນ້ຍ ເດືອນ 8 ຈະດຳເນີນໄປຕັ້ງແຕ່ວັນທີ 16-19 ສິງຫາ ທີ່ ສູນ ວາງສະແດງ ວັດທະນະທຳ-ສິນລະປະກອນ ຫວຽດນາມ( ເລກ 2 ຖະໜົນ ຮວາລື, ເມືອງຮາຍບ່າຈຶງ, ນະຄອນຫຼວງຮ່າໂນ້ຍ)

ສະຖານທີ່ວາງສະແດງ ເອກສານ ແຕ່ປີ 1946 ກ່ຽວກັບ ການປະຕິວັດ ຖາງຕ໋າມ (ເດືອນ ສິງຫາ)

ວັນທີ 19 ສິງຫາ 1945 ທີ່ຈະຕຸລັດໜ້າ ໂຮງລະຄອນ ຮ່າໂນ້ຍ ປະຊາຊົນນະຄອນຫຼວງ ເຂົ້າຮ່ວມງານມິດຕິ້ງ ຄຳນັບຮັບຕ້ອນ ຄະນະກຳມະການຄຸ້ມຄອງໂດຍຝ່າຍທະຫານ. (ພາບ: ສຳນັກຂ່າວຫວຽດນາມ)

ຈຸດພິເສດໃນງານວາງສະແດງຄັ້ງນີ້ແມ່ນ ສະຖານທີ່ວາງສະແດງປື້ມ-ໜັງສືພິມ ຕັ້ງແຕ່ປີ1946 ທີ່ຂຽນກ່ຽວກັບ ການປະຕິວັດ ເດືອນ 8 (ເດືອນສິງຫາ) ແລະ ວັນຊາດຫວຽດນາມ 2 ກັນຍາ. ໃນນັ້ນຜູ້ອ່ານຈະໄດ້ເຫັນເອກກະສານອັນລຳ້ຄ່າຄື: ໜັງສືພິມ ຊຶເທີ໋ດ (ໜັງສືພິມເລື່ອງຈິງ), ໜັງສືພິມ ລາວດົ້ງ (ໜັງສືພິມ ແຮງງານ) ສະບັບທີ 83-ປີ 1949, ໜັງສື ກິວກ໋ວກ(ໜັງສືພິມກູ້ຊາດ) ສະບັບທີ 813-ປີ 1949 ແລະ ໜັງສືພິມ ເຍີນເຢິນ( ໜັງສືພິມປະຊາຊົນ) ສະບັບວັນທີ 2 ກັນຍາ 1952...

ສະຖານທີ່ວາງສະແດງ ເອກສານ ແຕ່ປີ 1946 ກ່ຽວກັບ ການປະຕິວັດ ຖາງຕ໋າມ (ເດືອນ ສິງຫາ)

ບັນດາໜັງສືພິມກູ້ຊາດ.

ສະຖານທີ່ວາງສະແດງ ເອກສານ ແຕ່ປີ 1946 ກ່ຽວກັບ ການປະຕິວັດ ຖາງຕ໋າມ (ເດືອນ ສິງຫາ)

ສື່ສິ່ງພິມຂອງຫວຽດນາມໃນສະໄໝປະຕິວັດ.

ຄຽງຄູ່ກັນນັ້ນ ງານຕະຫຼາດນັດປື້ມເກົ່າຄັ້ງນີ້ຍັງມີອີກຫຼາຍກິດຈະກຳອື່ນໆ: ການຂາຍປື້ມລາຄາຖືກ 5.000-20.000 ດົ່ງ/ຫົວ, ຫຼຸດລາຄາ ແຕ່ 35-50% ສຳລັບປື້ມໃໝ່...

ຫົວຂໍ້ປື້ມທີ່ຈະນຳມາສະເໜີ ແລະ ສະແດງໃນງານຄັ້ງນີ້ແມ່ນມີຫຼາຍຂົງເຂດທີ່ແຕກຕ່າງກັນຄື: ວັດທະນະທຳ, ປະຫວັດສາດ, ເສດຖະກິດ, ກອງທັບ, ການແພດ, ປື້ມກາຕູນ, ຄວາມສາມາດໃນການດຳລົງຊີວິດ...

ງານຕະຫຼາດນັດເດືອນ 8 ຄັ້ງນີ້ຈະມີຫຼາຍຫົວໜ່ວຍດຳເນີນທຸລະກິດກ່ຽວກັບປື້ມເກົ່າຂອງຮ່າໂນ້ຍເຂົ້າຮ່ວມຄື: ຮ້ານຂາຍ ປື້ມເກົ່າລາຄາຖືກ, ຮ້ານຂາຍປື້ມ ຈ້ຽວຫ້າຍ, ຮ້ານຂາຍປື້ມເກົ່າ ກິມໝ໋າ, ຮ້ານຂາຍປື້ມເກົ່າ ເມືອງຮາຍບ່າຈຶງ, ຮ້ານຂາຍປື້ມເກົ່າ ຟຸ໋ກເກືອງ, ຮ້ານຂາຍປື້ມ ທ໋າຍຮ່າ, ຮ້ານຂາຍປື້ມເກົ່າ ແບັກມາຍ, ຮ້ານຂາຍປື້ມເກົ່າ ຢຸຍມິງ...

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.