ເວທີປາໄສເສດຖະກິດ ແລະ ການພົວພັນການຄ້າວິສາຫະກິດ ຫວຽດນາມ - ອິດສະຣາແອັນ

06:57 | 18/08/2023

ຍສໝ - ເວທີ​ປາ​ໄສ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ອິດສະຣາ​ແອັນ ​ແລະ ນະຄອນ​ໂຮ່ຈິ​ມິນ ​ໃນ​ການ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອິດສະຣາ​ແອັນ ມີ​ກາລະ​ໂອກາດ​ພົບ​ປະ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຊອກ​ຫາ​ຄູ່​ຮ່ວມ​ມື​ທີ່​ມີຄວາມສາມາດບົ່ມຊ້ອນ ​ແລະ ມີຄວາມໄວ້ເນື້ອເຊື່ອໃຈ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕອນເຊົ້າວັນທີ 15 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ໄດ້ຈັດເວທີປາໄສແລກປ່ຽນວິສາຫະກິດ ແລະ ການຄ້າ ຫວຽດນາມ - ອິດສະຣາແອັນ.

ເວທີປາໄສເສດຖະກິດ ແລະ ການພົວພັນການຄ້າວິສາຫະກິດ  ຫວຽດນາມ - ອິດສະຣາແອັນ
ທ່ານ ຫວໍວັນຮວານ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວ​ຄຳ​ເຫັນ​. (ພາບ: ມີ່ງທື່)

​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ທ່ານ NirBarkat ລັດຖະມົນຕີກະຊວງເສດຖະກິດ - ອຸດສາຫະກຳ ອິດສະຣາແອັນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທ່ານ ຫວໍວັນຮວານ, ຮອງ​ປະທານ VCCI ທ່ານ ຫວໍເຕີນເເທງ, ຜູ້ອຳນວຍການ VCCI ສາຂາ​ນະຄອນ​ໂຮ່ຈິ​ມິນ ທ່ານ ເຈິ່ນງອກລຽມ, ບັນດາວິສາຫະ​ກິດ ອິດສະຣາແອັນ ​ແລະ ຫວຽດນາມ.

ເວທີປາໄສເສດຖະກິດ ແລະ ການພົວພັນການຄ້າວິສາຫະກິດ  ຫວຽດນາມ - ອິດສະຣາແອັນ
ທ່ານ NirBarkat, ລັດຖະມົນຕີກະຊວງເສດຖະກິດ - ອຸດສາຫະກຳ ອິດສະຣາແອັນ (ພາບ: TTXVN)

ປັດຈຸບັນ, ອິດສະຣາແອັນ ມີ 40 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຈຳນວນເງິນລົງທຶນ 140 ລ້ານ USD. ກ່ຽວກັບດ້ານການຄ້າ, ອິດສະຣາແອັນ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 5 ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ຢູ່ ຕາເວັນອອກກາງ. ທີ່ເວທີປາໄສ, ທ່ານ NirBarkat, ລັດຖະມົນຕີກະຊວງເສດຖະກິດ - ອຸດສາຫະກຳ ອິດສະຣາແອັນ ຖືວ່າ ຫວຽດນາມ ແລະ ອິດສະຣາແອນ ມີຫຼາຍກາລະໂອກາດເພື່ອຮ່ວມມື, ລົງທຶນ, ດຳເນີນທຸລະກິດ. ອິດສະຣາແອັນ ກໍພວມສ້າງກອງທຶນລົງທຶນໃຫ້ບັນດາບໍລິສັດເລີ່ມຕົ້ນທຸລະກິດ ຢູ່ ຫວຽດນາມ. ດັ່ງນັ້ນ, ຫວຽດນາມ ຕ້ອງສ້າງລະບົບນິເວດທີ່ອຳນວຍສະດວກ ເພື່ອໃຫ້ບັນດາວິສາຫະກິດ ອິດສະຣາແອັນ ມີກາລະໂອກາດຮ່ວມມືລົງທຶນ. ວິສາຫະກິດ ອິດສະຣາແອັນ ຖື ຫວຽດນາມ ເປັນປະຕູແຫ່ງການເຄື່ອນໄຫວລົງທຶນຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຫວັງວ່າ ລັດຖະບານ 2 ປະເທດ ຈະເປີດສາຍການບິນໂດຍກົງ ເພື່ອສ້າງຄວາມສະດວກໃຫ້ແກ່ວິສາຫະກິດ 2 ຝ່າຍ.

ສ່ວນທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວັງວ່າ ເວທີປາໄສຄັ້ງນີ້ ຈະເປີດໂອກາດໃຫ້ວິສາຫະກິດ ນະຄອນ ໂຮ່ຈີມິນ ແລະ ອິດສະຣາແອັນ ຮ່ວມມືລົງທຶນ, ດຳເນີນທຸລະກິດ. ອຳນາດການປົກຄອງນະຄອນ ຍາມໃດກໍສ້າງເງື່ອນໄຂສະດວກ ເພື່ອຊຸກຍູ້ການຮ່ວມມືລົງທຶນນີ້.

ເຫດການ
302 Found

Found

The document has moved here.