ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ

00:00 | 25/07/2023

ຍສໝ - ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ ສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ປະຊາຊົນ ທີ່ມີຕໍ່ການເສຍສະຫຼະຊີວິດເພື່ອຊາດຂອງບັນດານັກຮົບໃນການຕໍ່ສູ້ເພື່ອປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ.

ຕອນບ່າຍວັນທີ 18 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍຢູ່ແຂວງ ດັກລັກ, ເນື່ອງໃນໂອກາດສະເຫຼີອມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2023).

ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ

ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ ທີ່ການມາຢ້ຽມຢາມຢູ່ນະຄອນ ບວງມາທວດ

(ພາບ: TTXVN)

ຢູ່ບັນດາຄອບຄົວທີ່ມາຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ ສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ປະຊາຊົນ ທີ່ມີຕໍ່ການເສຍສະຫຼະຊີວິດເພື່ອຊາດຂອງບັນດານັກຮົບໃນການຕໍ່ສູ້ເພື່ອປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ. ທ່ານປາດຖະໜາວ່າ ຍາດຕິພີ່ນ້ອງຄອບຄົວບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ຕັ້ງໜ້າເຂົ້າຮ່ວມພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມ.

ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງ ດັກລັກ ກໍ່ສະຫງວນຈຳນວນເງິນກວ່າ 6 ຕື້ດົ່ງ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຈັດການເຄື່ອນໄຫວຈູດທູດໃຕ້ທຽນຈານຶກບຸນຄຸນ ເພື່ອອາໄລຫາຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຢູ່ນະຄອນ ຮ່າໂນ້ຍ, ໃນເດືອນ ກໍລະກົດ ນີ້, ໄດ້ມອບຂອງຂວັນກວ່າ 121.000 ພູດໃຫ້ແກ່ບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຍາດຕິພີ່ນອງ, ບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນ. ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຮ່າໂນ້ຍ ກໍ່ແຕ່ງຕັ້ງຄະນະຜູ້ແທນໄປທະຫວາຍດອກໄມ້ທູບທຽນຢູ່ເຂດສຸສານແຫ່ງຕ່າງໆຂອງນະຄອນ, ເຂດປູຊະນີຍະສະຖານປະຫວັດສາດປະຕິວັດ ແລະ ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ຮ່າຢາງ, ດ້ຽນບຽນ, ກົນດາວ, ຝູກວກ, ໄຕນິງ, ກອນຕູມ…

ດີງເລື້ອງ

ເຫດການ
302 Found

Found

The document has moved here.