ປະເທດລາວ ໄດ້ຍຶດຢາເສບຕິດ ຈໍານວນຫຼາຍຢ່າງຕໍ່ເນື່ອງ

00:00 | 11/08/2023

ຍສໝ - ຕາມສື່ມວນຊົນລາວ ໄດ້ນຳສະເໜີຂ່າວວ່າ: ກຳລັງປາບປາມຢາເສບຕິດ ແຂວງບໍ່ແກ້ວ, ພາກເໜືອຂອງລາວ, ໃນວັນທີ 4 ກໍລະກົດ ຜ່ານມານີ້ ໄດ້ຢຶດຢາເສບຕິດ 7 ລ້ານກວ່າເມັດ. ນີ້​ແມ່ນ​ໜຶ່ງ​ໃນ​ການຢຶດຢາ​ເສບ​ຕິດ​ຫຼາຍ​ຄັ້ງ​ຕິດ​ຕໍ່​ກັນ​ໃນ​ລາວ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ຕາມສື່ມວນຊົນ​ລາວແລ້ວ, ​ບັນດານາຍທະຫານ​ຕຳຫຼວດປ້ອມກວດກາ​​ນ້ຳ​ເທີ​ງ, ​ເມືອງ​ຫ້ວຍຊາຍ, ​ແຂວງ​ບໍ່ເເກ້ວ, ຕອນ​ບ່າຍ​ວັນ​ທີ 4 ກໍລະກົດ​ນີ້ ​ໄດ້​ກວດກາ​ລົດ​ໂດຍສານ​ຄັນ​ໜຶ່ງ​ທີ່​ພວມ​ເດີນທາງ​ໄປ​ນະຄອນຫຼວງ​ວຽງ​ຈັນ. ຜ່ານ​ການ​ກວດກາ, ​ກຳລັງ​​ຕຳຫຼວດ​ໄດ້​ຄົ້ົ້ນພົບ​ຢາ amphetamine 3.565 ​ຖົງ ​ແລະ ​ຢາ ketamine 193 ຖົງ​​ທີ່​ເຊື່ອງ​ໄວ້​ໃຕ້​ພື້ນ​ລົດ, ຢຶດ​ຢາ​ເສບ​ຕິດ 7.130.000 ​ເມັດ ​ແລະ ກັກ​​ເປົ້າໝາຍ 4 ຄົນ.

ປະເທດລາວ ໄດ້ຍຶດຢາເສບຕິດ ຈໍານວນຫຼາຍຢ່າງຕໍ່ເນື່ອງ

ກຳລັງປາບປາມຢາເສບຕິດ ແຂວງບໍ່ແກ້ວ ພາກເໜືອຂອງລາວ ຢຶດຢາເສບຕິດ 7 ລ້ານກວ່າເມັດ.

ກ່ອນໜ້ານີ້ ສອງສາມມື້ ກຳລັງຕຳຫຼວດ ເມືອງຕົ້ນເຟືອງ ແຂວງບໍ່ແກ້ວ ກັກຕົວຜູ້ຊາຍ 2 ຄົນໃນຂະນະທີ່ກໍາລັງກວດກາເຮືອລໍາໜຶ່ງ ທີ່ກໍາລັງແລ່ນຈາກມຽນມາ ​ຂ້າມ​ແມ່​ນ້ຳຂອງ​ໄປ​ລາວ, ໂດຍຢຶດຢາ​ເສບ​ຕິດ amphetamine 2.8 ລ້ານ ເມັດ ຢູ່ເທິງເຮືອ.

ຕາມການ​ສະຖິຕິ​ຂອງ​ກະຊວງ​ຕຳຫຼວດ​​ລາວແລ້ວ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ກຳລັງ​ຕຳຫຼວດ​ປະເທດນີ້ໄດ້​ແກ້​ໄຂ​ຄະດີ​ກ່ຽວ​ກັບ​ຢາ​ເສບ​ຕິດ 2.241 ຄະດີ, ກັກເປົ້າໝາຍໄດ້ 3.452 ຄົນ, ໃນນັ້ນເປັນຊາວຕ່າງປະເທດ 76 ຄົນ, ຢຶດຢາເສບຕິດໄດ້ຫຼາຍປະເພດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.