ໝາກລິ້ນຈີ່ສົດຂອງຫວຽດນາມ ພິຊິດໃຈຜູ້ບໍລິໂພກອາເມລິກາ

00:00 | 05/08/2023

ຍສໝ - ຫ້ອງ​ການ​ການ​ຄ້າ​ຫວຽດ​ນາມ ຢູ່ San Francisco ໄດ້​ສົມທົບ​ກັບ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ​ນຳ​ເຂົ້າ​ໝາກ​ລີ້ນ​ຈີ່​ສົດ​ຂອງ​ຫວຽດ​ນາມ ເພື່ອ​ບໍ​ລິ​ໂພກ​ຢູ່​ຕະ​ຫລາດ ອາ​ເມ​ລິ​ກາ.

ນຳໝາກລິ້ນຈີ່ຖ່ຽວ ຫວຽດນາມ ອອກໄປສູ່ທົ່ວໂລກ ນຳໝາກລິ້ນຈີ່ຖ່ຽວ ຫວຽດນາມ ອອກໄປສູ່ທົ່ວໂລກ
ການໝູນໃຊ້ດິຈິຕອນເພື່ອນໍາໝາກລິ້ນຈີ່ຖ່ຽວ ຫວຽດນາມ ໄປສູ່ທົ່ວໂລກ ການໝູນໃຊ້ດິຈິຕອນເພື່ອນໍາໝາກລິ້ນຈີ່ຖ່ຽວ ຫວຽດນາມ ໄປສູ່ທົ່ວໂລກ

ໂດຍສືບ​ຕໍ່​ຜົນສຳ​ເລັດ​ໃນ​ການ​ນຳ​ໝາກ​ລິນຈີ່​ເຂົ້າ​ສູ່​ລະບົບຮ້ານສັບພະສິນຄ້າ​ຂະໜາດ​ໃຫຍ່ (Safeway, Albertsons, Winco,…) ຢູ່​ຕະຫຼາດ​ອາ​ເມ​ລິ​ກາ​ໃນ​ປີ 2022, ການຜັນຂະຫຍາຍໂຄງການ “ຊຸກຍູ້​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມບັນດາ​ເຄືອ​ຂ່າຍ​ຈຳໜ່າຍອອກ​ຕ່າງປະ​ເທດ​ໂດຍ​ກົງ​ ຮອດ​ປີ 2030” ​ແຕ່​ເດືອນ​ພະຈິກ​ ປີ 2022, ສາຂາການຄ້າ​ຢູ່ San Francisco ຮ່ວມ​ກັບ​ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ​ Washington DC ​ໄດ້ຂົນຂວາຍ ​ແລະ ສົມທົບ​ກັບ​ບັນດາອົງການ​, ວິ​ສາ​ຫະກິດ​ພາຍ​ໃນປະເທດ ​ແລະ ວິ​ສາ​ຫະກິດ​ ອາ​ເມ​ລິ​ກາ ນຳ​ເຂົ້າ​ໝາກ​ລີ້ນຈີ່​ສົດ​ຂອງຫວຽດນາມ ​ເພື່ອຈຳໜ່າຍ​ຢູ່​ຕະຫຼາດອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ບັນດາ​ລັດໃນປະ​ເທດ​ນີ້.

ໝາກລິ້ນຈີ່ສົດຂອງຫວຽດນາມ ພິຊິດໃຈຜູ້ບໍລິໂພກອາເມລິກາ

ດ້ວຍ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ, ນັບ​ແຕ່​ວັນ​ທີ 30 ມິຖຸນາ 2023, ໝາກລິ້ນຈີ່ສົດ​ເກືອບ 20 ​ໂຕນ​ທີ່​ຂົນ​ສົ່ງດ້ວຍ​ທາງ​ທະ​ເລ​ໄດ້​ຮັບ​ການ​ນຳ​ເຂົ້າ, ຈຳໜ່າຍ​ຢ່າງ​ເປັນ​ທາງ​ການ​ຢູ່​ບັນດາ​ລະບົບຮ້ານສັບພະສິນຄ້າ​ Safeway ​ແລະ Albertsons ຢູ່​ລັດ West Coast ຂອງ​ອາ​ເມ​ລິ​ກາ, ໃນນັ້ນມີ Washington, Oregon và California, ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ອາ​ເມ​ລິ​ກາ ​ໃນ​ໂອກາດວັນຊາດ ວັນທີ 4 ກໍລະກົດ.

ການສືບຕໍ່ນຳເອົາໝາກລີ້ນຈີ່ມາບໍລິໂພກຢູ່ບັນດາຮ້ານສັບພະສິນຄ້າຕ່າງໆ ດ້ວຍລາຄາທີ່ແກ່ງແຍ່ງ, ພຽງແຕ່ 3,99 ໂດລາ/ pint, ເທົ່າກັບ 200.000 ດົ່ງ/ກິໂລກຼາມ ​ແມ່ນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຊຸກຍູ້​ການ​ບໍລິ​ໂພ​ກໝາກ​ໄມ້​ຂອງ​ຫວຽດນາມ ເວົ້າລວມ ​ແລະ ໝາກລິ້ນຈີ່​ ເວົ້າສະເພາະ ​ຢູ່​ຕະຫຼາດ ອາ​ເມ​ລິ​ກາ, ຍ້ອນວ່າໝາກໄມ້ສ່ວນໃຫຍ່ຂອງຫວຽດນາມ ທີ່ສົ່ງອອກໄປອາ​ເມ​ລິ​ກາ ແມ່ນພຽງແຕ່ການໄດ້ເຂົ້າເຖິງລະບົບຕະຫຼາດຂະໜາດນ້ອຍ ແລະ ຮ້ານສັບພະສິນຄ້າທີ່ຮັບໃຊ້ຜູ້ບໍລິໂພກເຊື້ອຊາດອາຊີ ເທົ່ານັ້ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.