ນຳໝາກລິ້ນຈີ່ຖ່ຽວ ຫວຽດນາມ ອອກໄປສູ່ທົ່ວໂລກ

08:15 | 20/06/2022

ຍສໝ-ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບັກຢາງ, ຫາຍເຢືອງ, ຈັດເວທີປາໄສ “Vietnamese Lychees go global” – “ນຳໝາກລິ້ນຈີ່ຖ່ຽວ ຫວຽດນາມ ອອກໄປສູ່ທົ່ວໂລກ”.

ຫງວຽນທິແອັວງ ນັກກິລາທີ່ດີເດັ່ນຂອງ ກິລາປະເພດແລ່ນແລະລານຂອງຫວຽດນາມ ຫງວຽນທິແອັວງ ນັກກິລາທີ່ດີເດັ່ນຂອງ ກິລາປະເພດແລ່ນແລະລານຂອງຫວຽດນາມ
ຍ້ອງຍໍຊົມເຊີຍຄະນະນັກກິລາກອງທັບທີ່ເຂົ້າຮ່ວມ ຊີເກມ 31 ແລະໂຮງໝໍສະໜາມ ຂັ້ນ 2 ເລກ 3 ຍ້ອງຍໍຊົມເຊີຍຄະນະນັກກິລາກອງທັບທີ່ເຂົ້າຮ່ວມ ຊີເກມ 31 ແລະໂຮງໝໍສະໜາມ ຂັ້ນ 2 ເລກ 3
ນຳໝາກລິ້ນຈີ່ຖ່ຽວ ຫວຽດນາມ ອອກໄປສູ່ທົ່ວໂລກ
ທ່ານເຈີນວັນກວັນ ຮອງປະທານຄະນະກຳມະການປະຊາຊົນແຂວງຫາຍເຢືອງ ກ່າວຄໍາປາໄສ ທີ່ ເວທີປາໄສ ( ພາບ: qdnd.vn)

ປັດຈຸບັນ ໝາກລິ້ນຈີ່ຖ່ຽວ ຫວຽດນາມ ທີ່ມີຊື່ສຽງ ມີຢູ່ໃນສອງເຂດຄື ໝາກລິ້ນຈີ່ຖ່ຽວ ແທງຮ່າ (ແຂວງຫາຍເຢືອງ) ແລະ ໝາກລິ້ນຈີ່ຖ່ຽວ ລຸກງ້ານ (ແຂວງບັກຢາງ), ເຊິ່ງໄດ້ປະກົດຢູ່ກ່ວາ 30 ປະເທດ ແລະ ເຂດແຄ້ວນ. ປີ 2022, ໝາກລິ້ນຈີ່ຖ່ຽວ ຫວຽດນາມ ຄາດຄະເນວ່າ ຈະໄດ້ຮັບຜົນດີ, ດ້ວຍປະລິມານການຜະລິດ ປະມານ 320.000 ໂຕນ.

ບັກຢາງ - ເຂດຜະລິດໝາກລິ້ນຈີ່ຖ່ຽວທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍເນື້ອທີ່ກວ່າ 28.000 ເຮັກຕາ, ປະລິມານການຜະລິດ ຄາດວ່າ ບັນລຸໄດ້ປະມານ 180.000 ໂຕນ.

ແຂວງ ຫາຍເຢືອງ ມີເນື້ອທີ່ປະມານ 9.000 ເຮັກຕາ, ປະລິມານການຜະລິດ ຄາດວ່າ ບັນລຸໄດ້ປະມານ 60.000 ໂຕນ, ໃນນັ້ນ 100% ເນື້ອທີ່ປູກໝາກລິ້ນຈີ່ແມ່ນໄດ້ປູກຕາມຂັ້ນຕອນການຜະລິດທີ່ສະອາດ ແລະ ປອດໄພ.

ທີ່ເວທີປາໄສ, ທ່ານເຈີນວັນກວັນ, ຮອງປະທານຄະນະກຳມະການປະຊາຊົນແຂວງຫາຍເຢືອງ, ໃຫ້ຮູ້ວ່າ: ໝາກລິ້ນຈີ່ຖ່ຽວຈະສຸກໄປທົ່ວສວນ ໃນໄລຍະເວລາສັ້ນ ນັບແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ, ດ້ວຍປະລິມານການຜະລິດໃຫຍ່, ເວລາເກັບກ່ຽວສັ້ນ ສະນັ້ນ ການເຊື່ອມຕໍ່ພົວພັນການຄ້າ, ຊອກຫາຕະຫຼາດແມ່ນສິ່ງທີ່ຈຳເປັນທີ່ສຸດ.

ທ່ານ ຟານ​ເທ໋​ຕວັນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບັກ​ຢາງ, ໃຫ້​ຮູ້​ວ່າ: “ແຂວງ ບັກ​ຢາງ ກໍາລັງກ້າວ​ເຂົ້າ​ສູ່​ລະ​ດູ​ການ​ເກັບ​ກ່ຽວ​ໝາກ​ລິ້ນ​ຈີ່ຖ່ຽວ ປີ 2022. ພວກ​ເຮົາ​ພ້ອມແລ້ວ​​ທີ່​ຈະ​ກະ​ກຽມບັນດາ​ເງື່ອນ​ໄຂ​ຜະ​ລິດ, ປຸງ​ແຕ່ງ ແລະ ບໍ​ລິ​ໂພກ​ໝາກ​ລິ້ນ​ຈີ່​ທີ່ມີຄຸນ​ນະ​ພາບ​ສູງ.. ພວກຂ້າພະເຈົ້າຫວັງ​ວ່າ ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຈາກ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ; ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ...​ສໍາລັບວຽກງານເຊື່ອມ​ຕໍ່, ​ບໍລິ​ໂພ​ກ, ​ເປີດ​ກວ້າງ​ຕະຫຼາດ, ຊຸກຍູ້​ການ​ສົ່ງ​ອອກ​ໝາກລິ້ນ​ຈີ່ຖ່ຽວ”.

ທີ່​ເວທີ​ປາ​ໄສ ກໍໄດ້ດຳເນີນ​ການ​ວາງສະ​ແດງ​ດິ​ຈິ​ຕອນ “ໝາກລິ້ນ​ຈີ່​ຖ່ຽວ ຫວຽດນາມ ອອກ​ໄປ​ສູ່​ທົ່ວ​ໂລກ” ​ເພື່ອ​ແນະນຳ​ໃຫ້​ບັນດາ​ອົງການ​ການ​ທູດ, ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ການ​ຄ້າ, ວິສາຫະກິດ​ພາຍ​ໃນ ​ແລະ ສາກົນ, ບັນດາ​ວິ​ສາ​ຫະກິດ... ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ຂອງໝາກລິ້ນຈີ່ເວົ້າສະເພາະ ​ແລະ ບັນດາຜະລິດ​ຕະພັນ​ກະ​ເສດ​ເວົ້າລວມ.

ຫອມມາລາ

ເຫດການ
302 Found

Found

The document has moved here.