ປະເທດລາວ ປະກາດໃຊ້ບັນດາມາດຕະການແນໃສ່ຊຸກຍູ້ການຜະລິດພາຍໃນປະເທດ

00:00 | 05/08/2023

ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ກອງ​ປະ​ຊຸມ​ສະໄໝສາມັນເທື່ອທີ 5, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ IX ຂອງປະເທດລາວ ໄດ້​ຈັດຕັ້ງ​​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ກະຊວງ​ອຸດສາຫະກຳ​ການ​ຄ້າລາວ​ ໄດ້ຍົກອອກ​ມາດ​ຕະການຈຳນວນໜຶ່ງ ​ເພື່ອ​ຊຸກຍູ້​ການ​ຜະລິດ​ສິນຄ້າ​ພາຍ​ໃນ​ປະ​ເທດ, ຫຼຸດ​ການ​ນຳ​ເຂົ້າ​ລົງ​ເທື່ອ​ລະ​ກ້າວ.

ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ, ທ່ານ ນາງ ຈັນສຸກ ແສງພະຈັນ ກ່າວວ່າ: ປະຈຸບັນນີ້ກະຊວງໄດ້ສົມທົບກັບກະຊວງແຜນການ ແລະ ການລົງທືນຂອງ ລາວ ເພື່ອຊຸກຍູ້ໃຫ້ນັກທຸລະກິດຢູ່ລາວ ຂາຍບັນດາຜະລິດຕະພັນສິນຄ້າທີ່ຜະລິດພາຍໃນປະເທດ ແທນທີ່ຈະເປັນສິນຄ້ານໍາເຂົ້າ. ກະຊວງອຸດສາຫະກຳ ແລະ ການຄ້າ ຈະຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອຄວບຄຸມການນຳເຂົ້າສິນຄ້າທີ່ປະເທດ ລາວສາມາດຜະລິດໄດ້. ສອງ​ກະຊວງກໍ່​​ເອກະພາບ​ຫຼຸດ​ຜ່ອນ​ການ​ສົ່ງ​ອອກ​ວັດຖຸ​ດິບ ​ແລະ ຈັດແບ່ງແຫຼ່ງ​​ໃຫ້​ບັນດາ​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ​ເພື່ອ​ໜູນ​ຊ່ວຍ​ການ​ສົ່ງ​ອອກ​ບັນດາ​ລາຍການສິນຄ້າ​ທີ່​ມີ​ມູນ​ຄ່າ​ສູງ.

ປະເທດລາວ ປະກາດໃຊ້ບັນດາມາດຕະການແນໃສ່ຊຸກຍູ້ການຜະລິດພາຍໃນປະເທດ

ອາຫານທີ່ຂາຍຢູ່ຕະຫຼາດຊຳເໜືອ, ແຂວງຫົວພັນ, ປະເທດລາວ.

ນອກ​ນີ້, ບັນດາ​ກະຊວງ, ຂະ​ແໜງ​ການພ້ອມ​ກັບ​ອຳນາດການປົກຄອງທ້ອງ​ຖິ່ນ​ຂອງ​ປະ​ເທດລາວ ​ກໍ່ຈະ​ວາງ​ແຜນການ​ຈັດ​ງານ​ຕະຫຼາດນັດ ເພື່ອແນໃສ່​ຄຳ​ໝັ້ນ​ສັນຍາ​ສ້າງ​ແຜນການ​ເຄື່ອນ​ໄຫວ​ລວມ.

ທ່ານ​ນາງ ຈັນ​ສຸກ ​ໃຫ້​ຮູ້​ວ່າ: ​ເພື່ອ​ໜູນຊ່ວຍໃຫ້ຈຸນລະວິ​ສາ​ຫະກິດ, ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ (MSME) ຕື່ມ​ອີກນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ຈະສະໜອງບ້ວງເງິນກູ້ຢືມບຸລິມະສິດດ້ວຍອັດຕາດອກເບ້ຍຕໍ່າ ແລະ ການຊ່ວຍເຫຼືອດ້ານເຕັກນິກ ເພື່ອຊ່ວຍໃຫ້ວິສາຫະກິດ MSME ຍົກສູງຄຸນນະພາບການຜະລິດ. ສິ່ງນີ້ຈະເຮັດໃຫ້ວິສາຫະກິດພາຍໃນປະເທດມີຄວາມອາດສາມາດແກ່ງແຍ່ງຢູ່ທັງຕະຫຼາດພາຍໃນປະເທດ ແລະ ສາກົນ, ຍ້ອນວ່າປັດຈຸບັນ ສປປ ລາວ ມີທະນາຄານການຄ້າ 8 ແຫ່ງ, ສະຖາບັນການເງິນຈຸລະພາກ 11 ແຫ່ງ ແລະ ກອງທຶນຮ່ວມມືຕາມສັນຍາ 2 ແຫ່ງ ເພື່ອສະໜອງເງິນກູ້ຢຶມໃຫ້ແກ່ MSME.

ພິເສດ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ລາວ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ທະນາຄານ​ແຫ່ງ​ລັດ ລາວ ​ເພື່ອ​ຈົດທະບຽນບັນດາ​ວິ​ສາ​ຫະກິດ​ນຳ​ເຂົ້າ ​ແລະ ສົ່ງ​ອອກທັງໝົດ​ພາຍ​ໃນ 6 ​ເດືອນ​ຕໍ່ໜ້າ ​ແລະ ພັດທະນາ​ພື້ນຖານ​ຂໍ້​ມູນ​ສັງລວມກ່ຽວກັບຂ່າວສານນີ້ ເພື່ອ​ສາມາດດັດສົມການ​ຄ້າ​ສອງ​ສົ້ນ​ພາຍ​ໃນ​ສອງສົ້ນໃຫ້​ດີ​ຂຶ້ນໃນອະນາຄົດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.