ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​ ສະເຫຼີມສະຫຼອງ 50 ປີ​ແຫ່ງການພົວພັນ ຫວຽດນາມ ​ແລະ ມາ​ເລ​ເຊຍ

00:00 | 28/07/2023

ຍສໝ - ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳສິລະປະທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຖືກເຊີນປະມານ 120 ທ່ານ.

ການ​ພົວພັນ​ມິດຕະພາບ​ຫວຽດນາມ-​ມາ​ເລ​ເຊຍ ​ພັດທະນາ​ຢ່າງຮອບດ້ານ ​ແລະ ​ເລິກ​ເຊິ່ງ​ໃນ​ທຸກ​ເສົາຄ້ຳ ການ​ພົວພັນ​ມິດຕະພາບ​ຫວຽດນາມ-​ມາ​ເລ​ເຊຍ ​ພັດທະນາ​ຢ່າງຮອບດ້ານ ​ແລະ ​ເລິກ​ເຊິ່ງ​ໃນ​ທຸກ​ເສົາຄ້ຳ
ຖ້ຽວບິນໂດຍກົງ ຮ່າໂນ້ຍ - Kuala Lumpur: ເປີດກາລະໂອກາດຫຼາຍຢ່າງ ເພື່ອຊຸກຍູ້ການແລກປ່ຽນປະຊາຊົນ. ຖ້ຽວບິນໂດຍກົງ ຮ່າໂນ້ຍ - Kuala Lumpur: ເປີດກາລະໂອກາດຫຼາຍຢ່າງ ເພື່ອຊຸກຍູ້ການແລກປ່ຽນປະຊາຊົນ.

​ໂຄງການ​ດັ່ງກ່າວ​ແມ່ນຈັດຕັ້ງໂດຍ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ສົມທົບ​ກັບ​ສູນ​ຄົ້ນ​ຄ້ວາ ​ແລະ ປະຕິບັດ​ວັດທະນະທຳ ​ແລະ ຄວາມ​ເຊື່ອ​ຖື​ໝູ່ຊົນ ຫວຽດນາມ ຂຶ້ນກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ວັດທະນະທຳ ​ແລະ ຄວາມ​ເຊື່ອ​ຖື ຫວຽດນາມ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​ ສະເຫຼີມສະຫຼອງ 50 ປີ​ແຫ່ງການພົວພັນ ຫວຽດນາມ ​ແລະ ມາ​ເລ​ເຊຍ

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​ ສະເຫຼີມສະຫຼອງ 50 ປີ​ແຫ່ງການພົວພັນ ຫວຽດນາມ ​ແລະ ມາ​ເລ​ເຊຍ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ, ທ່ານ​ນາງ ເຈີ່ນ​ທິ​ຊ໋າງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ມາ​ເລ​ເຊຍ - ຫວຽດນາມ ເນັ້ນ​ໜັກ​ວ່າ: ເຫດການ​ແມ່ນ​ກາ​ລະ​ໂອ​ກາດ ​ເພື່ອ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ແລກ​ປ່ຽນ ແລະ ຮ່ຳ​ຮຽນ​ກ່ຽວ​ກັບ​ສິ​ລະ​ປະ​ພື້ນ​ເມືອງ ແລະ ວັດ​ທະ​ນະ​ທຳ​ຂອງ 2 ປະ​ເທດ ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ​ເປັນ​ມໍລະດົກ​ວັດທະນະທຳ ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມະນຸດ​ເຊັ່ນ: ລຳ "ແຈ່ວ", ລຳ "ເຈົ່າວັນ", ​ແລະ “ກວານຮໍ່”.

ລາຍການພົບປະແລກປ່ຽນວັດທະນະທຳທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ນອນໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນຂອງສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ຢູ່ ມາເລເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ (1973 – 2023). ເຫດການນອນໃນໂຄງການຢ້ຽມຢາມ, ເຮັດວຽກຂອງຄະນະນັກສິລະປະການ ຫວຽດນາມ ຢູ່ ໄທ, ສິງກະໂປ, ມາເລເຊຍ…. ເພື່ອແນໃສ່ພົບປະແລກປ່ຽນ, ຮ່ຳຮຽນ ແລະ ໂຄສະນາວັດທະນະທຳສິລະປະພື້ນເມືອງ ຂອງ ຫວຽດນາມ ຢູ່ພາກພື້ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.