ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD 2023

00:00 | 09/08/2023

ຍສໝ - ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມສະພາລັດຖະມົນຕີອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD) 2023 ທີ່ ດຳເນີນຢູ່ ປາຣີ, ປະເທດ ຝລັ່ງ ໃນວັນທີ 08 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ສືບຕໍ່ເຂົ້າຮ່ວມ ແລະ ແມ່ນນັກປະຖະກະຖາໃນວາລະປຶກສາຫາລືກ່ຽວກັບ “ການ ປ່ອຍທາດພິດລົງລະດັບ 0, ການພັດທະນາແບບຍືນຍົງ, ຊີວະນາໆພັນ”.

OECD ຄາດຄະເນເສດຖະກິດ ຫວຽດນາມ ປີ 2023 ບັນລຸດັບເຕີບໂຕ 6,5% OECD ຄາດຄະເນເສດຖະກິດ ຫວຽດນາມ ປີ 2023 ບັນລຸດັບເຕີບໂຕ 6,5%
ຫວຽດ​ນາມ ແລະ OECD ສືບ​ຕໍ່​ຊຸກ​ຍູ້​ການພົວ​ພັນ ໃຫ້ນັບ​ມື້​ນັບ​​ແທດ​ຈິງ ຫວຽດ​ນາມ ແລະ OECD ສືບ​ຕໍ່​ຊຸກ​ຍູ້​ການພົວ​ພັນ ໃຫ້ນັບ​ມື້​ນັບ​​ແທດ​ຈິງ

ທ່ານລັດຖະມົນຕີ ບຸຍແທັງເຊີນເນັ້ນໜັກເຖິງສິ່ງທ້າທາຍເຊິ່ງດິນຟ້າອາກາດໄດ້, ພວມ ແລະ ຈະແມ່ນໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດຂອງຍຸກສະໄໝ, ນາບຂູ່ເຖິງການຄ້ຳປະກັນດ້ານສະບຽງອາຫານ, ແຫຼ່ງນ້ຳ, ກໍ່ຜົນສະທ້ອນທາງລົບຕໍ່ການທຳມາຫາກິນຂອງປະຊາຊົນໃນທົ່ວໂລກ. ທ່ານລັດຖະມົນຕີ ບຸຍແທັງເຊີນ ຖືວ່າ ໂດຍແມ່ນປະເທດພວມພັດທະນາ, ພື້ນຖານເສດຖະກິດພວມມີການຫັນປ່ຽນ, ເພື່ອປະສົບຜົນສຳເລັດໃນວິວັດການຫັນປ່ຽນເສດຖະກິດຈາກ ການເປັນມົນລະຜິດ ມາເປັນການເປັນມິດກັບສິ່ງແວດລ້ອມ ຕ້ອງຮັບປະກັນບັນດາປັດໄຈຄື: ຄວາມດຸ່ນດ່ຽງ, ຄວາມສະເໝີພາບ, ຄົບຊຸດ ແລະ ບຸກທະລຸ.

ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD 2023

ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD 2023

ທ່ານລັດຖະມົນຕີບຸຍແທັງເຊີນ ເນັ້ນໜັກວ່າ ການຫັນປ່ຽນເປັນເສດຖະກິດສີຂຽວ, ໝູນວຽນ, ປ່ອຍທາດພິດໜ້ອຍລົງ ຍາມໃດກໍ່ແມ່ນແຜນນະໂຍບາຍພັດທະນາລຸລ່ວງ ແລະ ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີຢັ້ງຢືນວ່າວິວັດການກະທຳເພື່ອດິນຟ້າອາກາດ ຈະປະສົບຜົນສຳເລັດໄດ້ກໍ່ ດ້ວຍການໜູນຊ່ວຍຂອງເພື່ອນມິດສາກົນ, ພິເສດແມ່ນ OECD ຜ່ານການໜູນຊ່ວຍທຶນບູລິມະສິດ, ການຖ່າຍທອດເຕັກໂນໂລຢີ, ການສ້າງລະບອບລະບຽບການນະໂຍບາຍ, ການຄຸ້ມຄອງ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.