OECD ຄາດຄະເນເສດຖະກິດ ຫວຽດນາມ ປີ 2023 ບັນລຸດັບເຕີບໂຕ 6,5%

00:00 | 26/04/2023

ຍສໝ - ໄລຍະເກີດພະຍາດໂຄວິດ - 19, ການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ໄດ້ລື່ນກາຍຢ່າງກະໂດດຂັ້ນເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້.

ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025
ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023 ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023

ໃນຕອນເຊົ້າວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງ, ສົມທົບກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ OECD ແລະ ທະນາຄານພັດທະນາອາຊີ (ADB) ແລະ ບັນດາກະຊວງ, ອົງການທຽບເທົ່າກະຊວງຈັດຕັ້ງພິທີ ປະກາດ “ບົດລາຍງານເສດຖະກິດຂອງ OECD: ຫວຽດນາມ ປີ 2023”. ນີ້ແມ່ນບົດລາຍງານສະບັບທຳອິດກ່ຽວກັບເສດຖະກິດ ຫວຽດນາມ ໂດຍ OECD ແລະ ADB ປະຕິບັດ.

OECD ຄາດຄະເນເສດຖະກິດ ຫວຽດນາມ ປີ 2023 ບັນລຸດັບເຕີບໂຕ 6,5%

OECD ຄາດຄະເນເສດຖະກິດ ຫວຽດນາມ ປີ 2023 ບັນລຸດັບເຕີບໂຕ 6,5%

ປະກາດບົດລາຍງານ, ທ່ານ ປ.ອ Koen Vincent ສັງກັດຄະນະເສດຖະກິດຂອງ OECD ໃຫ້ຮູ້ວ່າ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າດ້ານເສດຖະກິດຫຼາຍພໍສົມຄວນ ໃນຊຸມທົດສະວັດຜ່ານມາ ແລະ ຮັກສາລະດັບເຕີບໂຕສູງ. ບັນດາການປະຕິຮູບຢ່າງເລິກເຊິ່ງ ແລະ ຕໍ່ເນື່ອງ ນັບແຕ່ທ້າຍຊຸມປີ 1980 ແມ່ນຂໍ້ກຸນແຈພາໄປເຖິງຜົນສຳເລັດດ້ານເສດຖະກິດນີ້. ເສດຖະກິດ ຫວຽດນາມ ກໍ່ພິສູດໃຫ້ເຫັນຄວາມສາມາດໃນການຟື້ນຟູຕໍ່ໜ້າບັນດາບັນຫາລວມມີ: ພະຍາດໂຄວິດ - 19. ໄລຍະເກີດພະຍາດໂຄວິດ - 19, ການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ໄດ້ລື່ນກາຍຢ່າງກະໂດດຂັ້ນເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້. OECD ຄາດວ່າ, ເສດຖະກິດ ຫວຽດນາມ ມີການເຕີບໂຕຢ່າງໝັ້ນແກ່ນ ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) ຢູ່ລະດັບ 6,5%ໃນປີ 2023 ແລະ 6,6%ໃນປີ 2024.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.