ຫະລ໋ອງເບ ຕິດທ໋ອບ 100 ມໍລະດົກໂລກ ຂອງອົງການ UNESCO

07:30 | 17/07/2018

ຍ​ສ​ໝ - ພາລະກິດຂອງ ເຄື່ອງໝາຍ ມໍລະດົກໂລກ ທີ່ອົງການ UNESCO ຢັ້ງຢືນໃຫ້ແມ່ນເພື່ອກຳນົດ, ປົກປ້ອງ ແລະ ປົກປັກຮັກສາ ບັນດາມໍລະດົກທາງວັດທະນະທຳ ແລະ ທຳມະຊາດອັນມີຄຸນຄ່າຂອງໂລກ.

ຫະລ໋ອງເບ ຕິດທ໋ອບ 100 ມໍລະດົກໂລກ ຂອງອົງການ UNESCO

ອ່າວຮ້າລອງ. (ພາບ: anninhthudo)

ພາ​ລະ​ກິດ​ຂອງ ເຄື່ອງ​ໝາຍ ມໍ​ລະ​ດົກ​ໂລກ ທີ່​ອົງ​ການ UNESCO ຢັ້ງ​ຢືນ​ໃຫ້​ແມ່ນ​ເພື່ອ​ກຳ​ນົດ, ປົກ​ປ້ອງ ແລະ ປົກ​ປັກ​ຮັກ​ສາ ບັນ​ດາ​ມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ອັນ​ມີ​ຄຸນ​ຄ່າ​ຂອງ​ໂລກ. ນັບ​ແຕ່​ມໍ​ລະ​ດົກ ທຳ​ອິດ​ໄດ້​ຮັບ​ການ​ຢັ້ງ​ຢືນ ບັນ​ດາ​ລາຍ​ຊື່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ທີ່​ຕ້ອ​ງ​ການ-ການ​ປົກ​ປ້ອງ​ຈາກ​ອົງ​ການ​ດັ່ງ​ກ່າວນີ້​ເພີ່ມ​ຂື້ນ​ເຖິງ 1.000 ແຫ່ງ.

ປະ​ເທດ​ອິດ​ຕາ​ລີ ແມ່ນ​ປະ​ເທດ​ທີ່​ມີ​ມໍ​ລະ​ດົກ​ທາງ​ທຳ​ມະ​ຊາດ ທີ່​ໄດ້​ຮັບ​ການ​ຢັ້ງ​ຢືນ​ຈາກ​ອົງ​ການ UNESCO ຫຼາຍກວ່າ​ໝູ່ ເຊິ່ງ​ມີ​ເຖິງ 54 ແຫ່ງ , ຮອງ​ມາ​ແມ່ນ ປະ​ເທດ​ຈີນມີ 53 ແຫ່ງ ແລະ ອັນ​ດັບ​ທີ 3 ແມ່ນ ປ​ະ​ເທດ​ ເອ​ດ​ສະ​ປາຍ ມີ 47 ແຫ່ງ.

ລາ​ຍ​ຊື່​ດັ່ງ​ການ​ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ຂື້ນ ດ້ວຍ​ບັນ​ດາ ສະ​ຖານ​ທີ່​ໃໝ່ໆ ທີ່​ໄດ້​ຮັບ​ການຍອມ​ຮັບ​ຈາກ ອົງ​ການ UNESCO ເຊິ່ງ​ປະ​ກອບ​ມີ: ສາຍ​ພູ Barberton Makhonjwa ຢູ່​ ປະ​ເທດ ອາບ​ພະ​ລິ​ກ​ກາ​ໃຕ້ ແລະ Fanjingshan ຢູ່​ປະ​ເທດ​ຈີນ.

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ການກໍ່​ການ​ຮ້າຍ​ແລະ ບັນ​ຫາ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ ໄດ້​ນາບ​ຄູ່​ຕໍ່​ສະ​ຖານ​ທີ່-ທີ່​ເປັນ​ມໍ​ລະ​ດົກ​ໂລກ ສິ່ງ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ຕ້ອງ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ ທີ່​ສະ​ຫຼາດ​ສ່ອງ​ໃສ ເພື່ອ​ປົກ​ປັກ​ຮັກ​ສາ ແລະ ບູ​ລະ​ນະ ປະ​ຕິ​ສັງ​ຂອນ ສະ​ຖານ​ທີ່-ທີ່​ເປັນ​ມໍ​ລະ​ດົກ​ດັ່ງ​ກ່າວ.

ໃນ​ລາຍ​ຊື່​ອັນ​ຄົບ​ຖ້ວນ​ສົມ​ບູນ​ຂອງ ຢູ​ເນດ​ສະ​ໂກ້ ປະ​ກອບ​ມີບັນ​ດາ​ດິນ​ແດນ​ທີ່​ມີ​ຊື່​ສຽງ, ອາ​ຄານ ແລະ ທັດ​ສະ​ນີ​ຍະ​ພາບ ອັນຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ. ສຳ​ນັກ​ຂ່າວ ຂອງ​ອາ​ເມ​ລິ​ກາໃນ​ມໍ່ໆ​ມານີ້​ໄດ້ ປະ​ກາດທ໋ອບ 100 ມໍ​ລະ​ດົກ​ໂລກ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ​ທີ່ ຢູ​ເນດ​ສະ​ໂກ້ ຮັບ​ຮອງ​ປະ​ກອບ​ມີ ບັນ​ດາ ສິ່ງ​ມະ​ຫະ​ສະ​ຈັນ​ທາງ​ທຳ​ມະ​ຊາດ ແລະ ຄົນ​ສ້າງ​ຂື້ນ​ແຕ່​ທົ່ວ​ສາ​ລະ​ທິດ​ຂອງ​ໂລກ.

ດິນ​ແດນ​ທີ່​ມີ​ຊື່​ສຽງ 3 ແຫ່ງ ອັນ​ດັບຕົ້ນ​ແມ່ນ : ອັງ​ກໍ​ວັດ ຢູ່​ປະ​ເທດ ກຳ​ປູ​ເຈຍ, ຮອງ​ມາ ແມ່ນ ວຽນ, ອິດ​ຕາ​ລີ ແລະ ເກາະ​ປະ​ກາ​ລັງ Great Barrier ຂອງ ປະ​ເທດ ອ໋ອດ​ສະ​ເຕ​ເລຍ.

ຫະ​ລ໋ອງ​ເບ ຫຼື​ວ່າ ອ່າວ​ຫະລ໋ອງ ຂອງ​ຫວຽດ​ນາມ ແມ່ນ​ຕິດ​ຢູ່​ໃນ​ອັນ​ດັບ ທີ 14 . ອີງ​ຕາມ​ແຫຼ່ງ​ຂ່າວ News Week ຫະ​ລ໋ອງ ນອນ​ໃນ​ອ່າວ​ພາກ​ເໜືອ ຫວຽດ​ນາມ ປະ​ກອບ​ມີ: 1.600 ເກາະ​ໃຫຍ່​ນ້ອຍ ເສກ​ສັນ​ປັ້ນ​ແຕ່ງ​ມາ​ເປັນ​ທີວ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ສົດ​ງົດ​ງາມ​ດ້ວຍ​ພູ​ຫີນ​ປູນ. ຍ້ອນ​ມີ​ຄຸນ​ລັ​ກ​ສະ​ນະ​ທຳ​ມະ​ຊາດ ແຕ່​ລະ​ເກາະ​ແມ່ນ​ບໍ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ຄົນ ແລະ ບໍ່​ໄດ້​ຮັ​ບ​ຜົນ​ສະ​ທ້ອນ ຈາກ​ການ​ປະ​ກົດ​ດ​ຕົວ​ຂອ​ງ​ມະ​ນຸດ. ຄວາມ​ງາມ​ອັນ​ພັນ​ລະ​ນາບໍ່​ໄດ້​ຂອງ​ສະ​ຖານ​ທີ່​ດັ່ງ​ກ່າວນີ້ ກໍ່​ຖືກ​ແຕ້ມ​ແຕ່ງ​ດ້ວຍ​ຄຸນ​ຄ່າ​ທາງ​ຊີ​ວະ​ວິ​ທະ​ຍາ​ອັນ​ເປັນ​ເອກ​ກະ​ລັກ".

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.