ຄົນລາວບໍ່ຖິ້ມກັນ ຮ່ວມໃຈຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

20:44 | 09/09/2019

ທຸກຄັ້ງຍາມທີ່ເກີດໄພພິບັດທາງທຳມະຊາດ ເປັນຕົ້ນແມ່ນໄພນ້ຳຖ້ວມ ອັນເປັນເຫດທີ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊີວິດ, ຊັບສິນ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ເນື້ອທີ່ທຳການຜະລິດ ແລະ ອື່ນໆ ໃນປະເທດລາວ. ສະນັ້ນ, ພີ່ນ້ອງຊາວລາວທຸກຖ້ວນໜ້າ ແມ່ນບໍ່ເຄີຍຖິ້ມກັນ, ບໍ່ເຄີຍປະໃຫ້ຜູ້ປະສົບໄພ ຕ້ອງຜະເຊີນໜ້າຕາມລຳພັງ, ບໍ່ຖິ້ມໃຫ້ເຂົາເຈົ້າຕ້ອງດຽວດາຍ ແລະ ອຶດຫິວ; ທຸກໆຄົນ ຈະຫາທາງ ໃຫ້ຄວາມຊ່ວຍເຫລືອ ຕາມຄວາມສາມາດ ຂອງຕົນ ມີທັງເງິນສົດ, ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳ ເປັນ, ຢາປົວຍາດ ລວມທັງກຳລັງໃຈ.

ຄົນລາວບໍ່ຖິ້ມກັນ ຮ່ວມໃຈຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ຄົນລາວບໍ່ຖິ້ມກັນ ຮ່ວມໃຈຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ປັດຈຸບັນນີ້ ເຮົາຈະເຫັນປະຊາຊົນລາວ, ບັນດາຫ້າງຮ້ານ, ບໍລິສັດ, ສຳນັກງານ, ອົງການ, ນິຕິ ບຸກຄົນ ແລະ ພາກສ່ວນຕ່າງໆ ຈຳນວນນັບບໍ່ຖ້ວນ ໄດ້ພ້ອມກັນລະດົມທຶນ ແລະ ນຳສິ່ງຂອງຈຳເປັນຕ່າງໆ ລົງໄປຊ່ວຍ ຜູ້ປະສົບໄພ ທາງພາກກາງ ແລະ ພາກໃຕ້ ເຊິ່ງສິ່ງທີ່ງົດງາມ ແລະ ປະທັບໃຈທີ່ສຸດ. ທີ່ສຳຄັນ ແມ່ນຄວາມເປັນຫ່ວງ ເປັນໄຍຈາກພາກລັດ ແລະ ກຳລັງໃຈຈາກ ປະຊາຊົນລາວ ທຸກຖ້ວນໜ້າ ໄດ້ຮ່ວມແຮງຮ່ວມໃຈກັນ ໃຫ້ຄວາມຊ່ວຍເຫລືອຄົນລະເລັກລະນ້ອຍໃນສັງຄົມ ເປັນກຳລັງແຮງທີ່ຍິ່ງໃຫຍ່ ແລະ ເປັນພະລັງອັນມະຫາສານ ໃຫ້ແກ່ບັນດາຜູ້ປະສົບໄພ ເຄາະຮ້າຍໃນຄັ້ງນີ້ ເພື່ອຕໍ່ສູ້ຜ່ານຜ່າ ວິກິດການເຫລົ່ານີ້ ໄປໄດ້ດ້ວຍດີ.

ປະຊາຊົນ ຫລາຍພັນຄອບຄົວຢູ່ 6 ແຂວງພາກກາງ ແລະ ພາກໃຕ້, ນອກຈາກຈະຕໍ່ສູ້ກັບສະ ພາບໄພພິບັດນ້ຳຖ້ວມ ໃນໄລຍະຜ່ານມາ ໃນການກອບກູ້ເອົາຊັບສິນ ແລະ ສິ່ງຂອງຕ່າງໆ ລວມທັງ ການເອົາຊີວິດ ລອດແລ້ວ, ຈາກນີ້ໄປ ຍັງຈະຕ້ອງຕໍ່ສູ້ ເພື່ອການຟື້ນຟູ ຫລັງນ້ຳບົກແຫ້ງລົງ ເປັນຕົ້ນ ການສ້ອມ ແປງເຮືອນຊານ, ໂຮງຮຽນ, ສຸກສາລາ, ພື້ນຖານໂຄງລ່າງ, ການຟື້ນຟູເນື້ອທີ່ການຜະລິດ ລວມທັງການຜະລິດທົນແທນ ແລະ ອື່ນໆ ເພື່ອແກ້ໄຂຊີວິດ ການເປັນຢູ່ໃ ຫ້ດີຂຶ້ນເທື່ອລະກ້າວ. ທັງນີ້ ສ່ວນໜຶ່ງແມ່ນ ມີຄວາມຕ້ອງການ ຄວາມຊ່ວຍເຫລືອ ຈາກພາກລັດ ແລະ ສັງຄົມ ທີ່ຈະຕ້ອງໃຫ້ຄວາມສຳຄັນກັບປະຊາຊົນ ໂດຍສະເພາະ ວັດຖຸສິ່ງຂອງ, ເຂົ້າປາ-ອາຫານ, ເງິນຄຳ ແລະ ແນວພັນພືດ ຕ້ອງໃຫ້ເຖິງມືປະຊາຊົນຢ່າງແທ້ຈິງ.

ຄົນລາວບໍ່ຖິ້ມກັນ ຮ່ວມໃຈຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ປະຊາຊົນເມືອງຍົມມະລາດ ໄດ້​ຮັບ​ເຂົ້າ​ຊ່ວຍ​ເຫລືອ​ເບື້ອງ​ຕົ້ນ 5 ​ໂຕນ

​ເມືອງ​ຍົມ​ມະ​ລາດ ​ແຂວງ​ຄຳ​ມ່ວນ ກໍ​ເປັນ​ໜຶ່ງ​ໃນ​ບັນດາ​ເມືອງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ ປະຊາຊົນ​ໄດ້​ຮັບ​ຜົນ​ກະທົບ​ໃນ​ຈຳນວນ 16 ບ້ານ, ມີ​ຈຳນວນ 2,046 ຄອບຄົວ, ຈໍານວນ​ພົນ 9.484 ຄົນ ​ແລະ ​ເພື່ອ​ເປັນ​ການ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ໃນ​ເບື້ອງ​ຕົ້ນ ຄະນະກຳມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ຂັ້ນ​ເມືອງ​ ກໍໄດ້ມອບເຂົ້າຊ່ວຍເຫລືອປະຊາຊົນແລ້ວຈຳນວນ 5 ໂຕນ ມູນຄ່າ 35 ລ້ານ​ກີບກີບ, ພ້ອມ​ທັງໄດ້ແຕ່ງຕັ້ງກໍາລັງແຮງງານຊາວໜຸ່ມອາສາພັດທະນາ, ກໍາລັງ​ສະຫງົບສຸກ, ກອງຫລອນບ້ານ ​ແລະ ພະນັກງານ​ເມືອງ ລົງ​ຊ່ວຍ​ເຫລືອຍາມ​ສຸກ​ເສີນ​ປະຈຳ​ຢູ່​ຂັ້ນ​ເມືອງ ​ແລະ ​ປະຈຳ​ຢູ່​ແຕ່ລະ​ບ້ານ​ ໂດຍ​ສະ​ເພາະ​ຈຸດ​ບ້ານ​ໄຮ່​ຜາວຽງ​. ​ເຊິ່ງປັດຈຸ​ບັນ ​ຍັງ​ຂາດ​ແຄນ​ເຄື່ອງ​ອຸປະ​ໂພ​ກ ​ແລະ ບໍລິ​ໂພ​ກ​ເປັນ​ຕົ້ນ ຈັກ​ປັ່ນ​ໄຟ, ​ເຮືອຈັກ, ​ເສື້ອ​ຊູຊີບ, ຜ້າ​ຢາງ, ​ເຕັ້ນ, ​​ເຂົ້າສານ, ອາຫານ​ແຫ້ງ, ​ເຄື່ອງນຸ່ງ​, ນ້ຳ​ດື່ມ, ຢາ​ປົວ​ພະຍາດ ແລະ ອຸປະກອນ​ອື່ນໆ.

ກອງ​ເລຂາ​ຄະນະ​ກຳມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ຂັ້ນ​ເມືອງ​ຍົມ​ມະ​ລາດ ລາຍ​ງານ​ວ່າ: ທົ່ວ​ເມືອງມີ​ເນື້ອ​ທີ່ນາປີ ຖືກ​ຖ້ວມ 1.601 ​ເຮັກຕາ, ​​ເນື້ອ​ທີ່ສວນ​ຖືກ​ຖ້ວມ 98 ​ເຮັກຕາ, ໜອງປາຖື​ກຖ້ວມ 40 ໜອງ, ຄວາຍ ຕາຍ 2 ​ໂຕ, ງົວ​ຕາຍ 5 ​ໂຕ, ໝູຕາຍ 116 ​ໂຕ, ​ແບ້​ ຕາຍ 12 ​ໂຕ ​ແລະ ສັດ​ປີກ ຕາຍ 1.298 ​ໂຕ. ຂະນະ​ດຽວ​ກັນ ມີ​ໂຮງຮຽນ 14 ​ແຫ່ງ​​ໄດ້ໂຈະ​​ການ​ຮຽນ-ການ​ສອນຊົ່ວຄາວ ໃນ​ນັ້ນ​ ມີ​ໂຮງຮຽນປະຖົມ 12 ​ແຫ່ງ ​ແລະ ມັດທະຍົມ 2 ​ແຫ່ງ ​ແລະ ອາຄານ​ຮຽນຖືກ​ນ້ຳ​ຖ້ວມ​ຈຳນວນ 6 ຫລັງ, ສະພາບ​ເສັ້ນທາງ ​ແລະ ການ​ສັນຈອນ ມີ​ເສັ້ນທາງ​ດິນ​ແດງ​ຖືກ​ຖ້ວມ 2 ​ເສັ້ນຄື: ທາງ​ເລກ​ທີ 6158 (ບ້ານ​ໄຮ່-ບ້ານ​ທ່າ​ໂຈນ) ​ເລິກ​ປະມານ 2,5 ​ແມັດ ​ແລະ ​ເສັ້ນທາງ ​ເລກ​ທີ 5656 (ບ້ານ​ນາ​ໂຊກ-ບ້ານໂພນ​ແສດ) ​ເລິກ​ປະມານ 1,3 ​ແມັດ ເຊິ່ງ​ບໍ່ສາມາດ​ໃຊ້​ພາຫະນະ​ສັນຈອນ​ໄປມາ​ໄດ້ ​ແລະ ທາງ​ປູຢາງ​ເລກທີ 12 ຖືກ​ຖວ້ມມີ 3 ຈຸດ​ຄື: ຈຸດ​​ໂພນໜອງ​ເຢັນ​ຍາວ​ປະມານ 1 ກິ​ໂລ​ແມັດ ​ລະດັບ​ນ້ຳ​ເລິກ​ປະມານ 1 ​ແມັດ, ຈຸດໜອງສະໜາມຍາວ​ປະມານ 850 ​ແມັດ ລະດັບ​ນ້ຳ​ເລິກ​ປະມານ 1,2 ​ແມັດ, ​​ແລະ ຈຸດໜອງລ້ຽງຄວາຍ​ຍາວ​ປະ​ມານ 2 ກິ​ໂລ​ແມັດ ລະດັບ​ນ້ຳ​ເລິກ​ປະມານ 1,4 ​ແມັດ ນອນ​ໃນ​ຂອບ​ເຂດ​ບ້ານ​ນາ​ໂຊກ (ລົດ​ບໍ່​ສາມາດ​ສັນຈອນ​ໄປ-ມາ​ໄດ້).

ສຳລັບ​ໄຟຟ້າ​ໄດ້ຖືກ​ຕັດ​ການ​ຊົມ​ໃນຄົວ​ເຮືອນທັງໝົດ 10 ບ້ານ​, ໂຮງໝໍນ້ອຍຖືກ​ນ້ຳຖ້ວມ​ 1 ​ແຫ່ງ (ບ້ານ​ນາ​ກະຕັງ) ​ເຊິ່ງ​​ທາງຄະນະ​ກຳມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ຂັ້ນ​ເມືອງ​ຍົມ​ມະ​ລາດ​ ໄດ້ລົງ​ສົມທົບ​ກັບ​ຄະນະ​ພັກ​ຮາກ​ຖານ​ກຸ່ມ​ບ້ານ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນ​ບ້ານ​ໄດ້​ສຳຫລວດ, ກວດກາ​ພື້ນ​ທີ່​ສູນລີ້​ໄພ ​ແລະ ຕິດຕາມ​ຊີ​ວິດ​ການ​ເປັນ​ຢູ່, ສິ່ງ​ຂອງ​ທີ່​ຈຳ​ເປັນ ​ແລະ ສິ່ງ​ທີ່​ຍັງ​ຂາດ​ເຂີນ, ​ເຊິ່ງ​​ປະຊາຊົນ​ໄດ້​ໄປ​ພັກ​ຢູ່​ສູນ​ລີ້​ໄພ​ທີ່​ກຳນົດ​ໃວ້ຈຳນວນ 8 ຈຸດ​ ມີ​ທັງໝົດ 8 ບ້ານ, ມີ 686 ຄອບຄົວ.

ຄົນລາວບໍ່ຖິ້ມກັນ ຮ່ວມໃຈຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງຄົງເຊໂດນ ໄດ້ຮັບການຊ່ວຍເຫລືອຢ່າງຕໍ່ເນື່ອງ

ປັດຈຸບັນປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງຄົງເຊໂດນ ແລະ ເມືອງວາປີ ແຂວງສາລະວັນ ພວມໄດ້ຮັບການຊ່ວຍເຫລືອ ຢ່າງຕໍ່ເນື່ອງ ຈາກອຳນາດການປົກຄອງແຂວງ, ເມືອງ, ບໍລິສັດ-ຫ້າງຮ້ານຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ເປັນຈຳນວນຫລວງຫລາຍ ເປັນຕົ້ນ ເຄື່ອງອຸປະໂພກ-ບໍລິໂພກ, ນ້ຳດື່ມ, ເຄື່ອງນອນ, ເຄື່ອງນຸ່ງ, ວັດຖຸ, ສິ່ງຂອງເຄື່ອງໃຊ້ຕ່າງໆ ມາຮອດວັນທີ 8 ກັນຍາ 2019 ລວມມູນຄ່າປະມານ 1 ຕື້ກວ່າກີບ.

ພາຍຫລັງທີ່ປະຊາຊົນ ໄດ້ຮັບຜົນກະທົບຈາກໄພພິບັດ ດັ່ງກ່າວ, ນັບແຕ່ວັນທີ 2 ກັນຍາ ເປັນຕົ້ນມາ ອຳນາດການປົກຄອງບ້ານ, ເມືອງ ກໍໄດ້ປະສານສົມທົບກັບ ອຳນາດການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ເຂົ້າມາຊ່ວຍເຫລືອບັນເທົາທຸກສຸກເສີນ ໃນເບື້ອງຕົນ.ພ້ອມທັງ ປຸກລະດົມໃຫ້ທົ່ວສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ເຂົ້າມາຊ່ວຍເຫລືອໃນຄັ້ງນີ້, ບວກໃສ່ຄວາມເປັນເຈົ້າການ ຂອງປະຊາຊົນທັງພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ ທີ່ໄດ້ປະກອບສ່ວນເຮື່ອແຮງ ສະຕິປັນຍາ, ບຸກຄະລະກອນ, ພາຫະນະ ແລະ ວັດຖຸສິ່ງຂອງຕ່າງໆ ເຊັ່ນ: ລົດ, ເຮືອ ແລະ ອຸປະກອນຈາກກອງ ບັນຊາການ ທະຫານແຂວງ, ປກສ ແຂວງ, ພະແນກແຮງງານແຂວງ, ກອງພົນທີ 5, ກອງພົນທີ 4, ເມືອງລະຄອນເພັງ, ໜ່ວຍງານກູ້ໄພຈາກລະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ພາກສ່ວນອື່ນໆ ເຮັດໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບມີຄວາມພໍໃຈ.

(ໄຊພອນ)

ເຫດການ
302 Found

Found

The document has moved here.