ອັດຕາເງິນເຟີ້ໃນລາວ ສືບຕໍ່ມີທ່າຫຼຸດລົງ

00:00 | 09/08/2023

ຍສໝ- ກົມສະຖິຕິຂອງລາວໃຫ້ຮູ່ວ່າ ອັດຕາເງິນເຟີ້ປະຈຳປີຂອງປະເທດລາວຫຼຸດລົງລະດັບ 38.86% ໃນເດືອນພຶດສາພາ ເມື່ອທຽບກັບ 39.89% ໃນເດືອນເມສາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້ ແລະ ສະຖຽນລະພາບເສດຖະກິດມະຫາພາກ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້ ແລະ ສະຖຽນລະພາບເສດຖະກິດມະຫາພາກ
ສາກົນຕີລາຄາສູງຄວາມມານະພະຍາຍາມຄວບຄຸມໄພເງິນເຟີ້ຂອງ ຫວຽດນາມ ສາກົນຕີລາຄາສູງຄວາມມານະພະຍາຍາມຄວບຄຸມໄພເງິນເຟີ້ຂອງ ຫວຽດນາມ

ອີງ​ຕາມຂ່າວສື່ມວນຊົນລາວ, ​ເຖິງ​ວ່າ​ດັດຊະນີ​ເງິນ​ເຟີ້​ຂອງ​ລາວ​ໄດ້​ຫຼຸດ​ລົງ​ເປັນ​ເວລາ 4 ​ເດືອນ​ຕິດຕໍ່​ກັນ, ​ແຕ່​ອັດຕາ​ເງິນ​ເຟີ້​ນີ້​ຍັງ​ຢູ່ໃນລະດັບ​ສູງ​ເຊິ່ງເຮັດ​ໃຫ້​ລາຍ​ຮັບ​ຕົວ​ຈິງ​ຂອງບັນດາຄອບຄົວ​​ຫຼຸດ​ລົງ, ສົ່ງ​ຜົນ​ກະທົບ​ຕໍ່​ການ​ບໍລິ​ໂພ​ກ ​ແລະ ການ​ລົງທຶນ.

ອັດຕາເງິນເຟີ້ໃນລາວຍັງສືບຕໍ່ຫຼຸດລົງ


ພືດຜັກຂາຍດີນຢູ່ບ້ານຊຳເໜືອ ແຂວງຫົວພັນ

ເລື່ອງເງິນກີບອ່ອນຄ່າຍັງສືບຕໍ່ເປັນໜຶ່ງໃນປັດໄຈເຮັດໃຫ້ເງິນເຟີ້ໃນສະພາບການໜຶ່ງສ່ວນສາມຈຳນວນສິນຄ້າທີ່ໃຊ້ໃນການຄິດໄລ່ການຂຶ້ນລາຄາໃນລາວແມ່ນເຄື່ອງນຳເຂົ້າ. ໃນເດືອນພຶດສະພາ 2023, ລາຄາອາຫານ ແລະ ເຄື່ອງດື່ມທີ່ບໍ່ມີແອວກໍຮໍເພີ່ມຂຶ້ນ 52,69%, ໃນຂະນະທີ່ຄ່າຢາ ແລະ ການເບິ່ງແຍງດູແລສຸຂະພາບເພີ່ມຂຶ້ນ 40,78%; ລາຄາບໍລິການໂຮງແຮມ ແລະ ຮ້ານອາຫານ ເພີ່ມຂຶ້ນ 37,4% ເຮັດໃຫ້ຄ່າໃຊ້ຈ່າຍໃນເຮືອນ, ໄຟຟ້າ, ແກັສກໍ່ເພີ່ມຂຶ້ນ.....

​ເຖິງວ່າ​ລັດຖະບານ​ລາວ​ ໄດ້​ພະຍາຍາມ​ສະກັດ​ກັ້ນ​ການ​ເພີ່ມ​ຂຶ້ນ​ຂອງ​ລາຄາ​ສິນຄ້າ​ ແລະ​ ການ​ບໍລິການ​ກໍ່ຕາມ, ​ແຕ່​ອັດຕາ​ເງິນ​ເຟີ້​ຂອງ​ປະ​ເທດ​ໃນ​ເດືອນ​ພຶດສະພາ​ປີ 2022 ໄດ້ຮັບ​ຮູ້ແມ່ນ 12,81% ກ່ອນ​ທີ່​ຈະ​ເພີ່ມ​ຂຶ້ນ​ເປັນ 23,61% ​ໃນ​ເດືອນ​ກໍລະກົດ, 25,62% ​ໃນ​ເດືອນ​ກຸມພາ ​ປີ 2023, ອັດຕາ​ເງິນ​ເຟີ້​ໄດ້​ເພີ່ມ​ຂຶ້ນ​ເປັນ 41.3% ກ່ອນທີ່ຈະເລີ່ມຫຼຸດລົງເລັກນ້ອຍໃນເດືອນທີ່ຜ່ານມາ.

​ເພື່ອ​ຕອບ​ສະໜອງ​ກັບ​ອັດຕາ​ເງິນ​ເຟີ້​ສູງ, ວັນ​ທີ 1 ມິຖຸນາ​ນີ້, ທະນາຄານ​ແຫ່ງ​ລັດ​ລາວ​ໄດ້​ສ້າງ​ຕັ້ງຫ້ອງ​ການຮັບຜິດຊອບໃໝ່​ເພື່ອ​ດັດສົມ​ເງິນຕາ​ຕ່າງປະ​ເທດ, ຫົວໜ່ວຍ ນີ້​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຕິດຕາມ​ກະແສຂອງ​ເງິນຕາ​ຕ່າງປະ​ເທດເຂົ້າ ແລະ ອອກ, ແລະ ຊຸກຍູ້ໃຫ້ມີການນຳໃຊ້ເງິນກີບໃຫ້ກວ້າງຂວາງ.

ໂດຍບໍ່ຫົວຊາສະພາບການເງິນເຟີ້ຍັງຢູ່ໃນລະດັບສູງ, ວົງການເຈົ້າໜ້າທີ່ເສດຖະກິດຂອງລາວກໍ່ເຫັນແງ່ດີກ່ຽວກັບ ຄວາມເປັນໄປໄດ້ໃນການຟື້ນຟູເສຖກິດພໍສົມຄວນ, ໂດຍເວົ້າວ່າປີນີ້ປະເທດລາວຍັງສາມາດເຕີບໂຕໃນລະດັບ 4.5%. ວົງການນັກສັງເກດການສາກົນຍັງເຫັນດີກັບຖະແຫຼງການກ່ຽວກັບຄວາມເປັນໄປໄດ້ຂອງການກັບຄືນສູ່ໄລຍະການຂະຫຍາຍຕົວຂອງເສດຖະກິດລາວ. ແຕ່ວ່າ, ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ກໍ່ສະແດງລະມັດລະວັງ, ຖືວ່າ ຂອບຂະໜາດຂອງໜີ້ສິນສາທາລະນະ ແລະ ໜີ້ຕ່າງປະເທດຂອງລາວ ກຳລັງມີຄວາມສ່ຽງພໍສົມຄວນຕໍ່ແງ່ຫວັງນີ້.

ດີງເລື້ອງ

ເຫດການ
302 Found

Found

The document has moved here.