ສາກົນຕີລາຄາສູງຄວາມມານະພະຍາຍາມຄວບຄຸມໄພເງິນເຟີ້ຂອງ ຫວຽດນາມ

07:33 | 07/06/2022

ຄາດວ່າ ໄພເງິນເຟີ້ຂອງ ຫວຽດນາມ ຮັບໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳກວ່າ 3% ໃນປີ 2022.

ນັກຊ່ຽວຊານສາກົນຕີລາຄາສູງຕໍ່ຄຳເໜັ້ນສັນຍາຫັນປ່ຽນພະລັງງານສະອາດຂອງ ຫວຽດນາມ ນັກຊ່ຽວຊານສາກົນຕີລາຄາສູງຕໍ່ຄຳເໜັ້ນສັນຍາຫັນປ່ຽນພະລັງງານສະອາດຂອງ ຫວຽດນາມ
ປະຊາຄົມສາກົນຕີລາຄາສູງຜົນງານຂອງຫວຽດນາມ, ວາງຄາດຫວັງຫຼາຍຢ່າງກ່ຽວກັບລັດຖະບານຊຸດໃໝ່ ປະຊາຄົມສາກົນຕີລາຄາສູງຜົນງານຂອງຫວຽດນາມ, ວາງຄາດຫວັງຫຼາຍຢ່າງກ່ຽວກັບລັດຖະບານຊຸດໃໝ່
ສາກົນຕີລາຄາສູງຄວາມມານະພະຍາຍາມຄວບຄຸມໄພເງິນເຟີ້ຂອງ ຫວຽດນາມ
(ພາບປະກອບ: baodautu.vn)

ບັນດາອົງການຈັດຕັ້ງສາກົນໄດ້ມີຫຼາຍບົດລາຍງານຕີລາຄາສູງຄວາມມານະພະຍາຍາມຄວບຄຸມໄພເງິນເຟີ້ໃນປີ 2022 ຂອງ ຫວຽດນາມ ວ່ານອນໃນລະດັບເປົ້າໝາຍຄວບຄຸມໄພເງິນເຟີ້ແມ່ນ 4%.

ໃນບົດລາຍງານດ້ວຍຫົວຂໍ້ “ຫວຽດນາມ; ການຟື້ນຟູຢ່າງແຮງໃນການຜັນປ່ຽນຫຼາຍຢ່າງຈາກພາຍນອກ”, ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3 (ARMO) ຕີລາຄາວ່າ, ຄາດວ່າ ໄພເງິນເຟີ້ຂອງ ຫວຽດນາມ ຮັບໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳກວ່າ 3% ໃນປີ 2022. ARMO ໃຫ້ຂໍ້ສັງເກດວ່າ ເພື່ອບັນລຸໄດ້ໝາກຜົນຄືດັ່ງກ່າວແມ່ນຍ້ອນແຜນການນຳໃຊ້ກອງທຶນຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ ແລະ ການບໍລິຫານລາຄາເພື່ອທົດແທນໃຫ້ຄວາມດັນເກີດມາຈາກການຜັນແປກ່ຽວກັບລາຄາພະລັງງານໃນທົ່ວໂລກ.

ສ່ວນໃນບົດລາຍງານ “Vietnam at a glance” ເດືອນ ພຶດສະພາ, ທະນາຄານ HSBC ໃຫ້ຂໍ້ສັງເກດວ່າ, ປະຈຸບັນ ຄວາມດັນຈາກໄພເງິນເຟີ້ຂອງ ຫວຽດນາມ ພວມຮັກສາຢູ່ໃນລະດັບຕ່ຳຢູ່ພາກພື້ນ ອາຊຽນ. HSBC ຄາດຄະເນວ່າ ໄພເງິນເຟີ້ຈະຢູ່ໃນລະດັບ 3,7% ໃນປີ 2022.

ທ່ານ Brian Lee Shun Rong, ນັກຄົ້ນຄວ້າເສດຖະກິດມະຫາພາກ, ທະນາຄານລົງທຶນ Maybank, ສິງກະໂປ ໃຫ້ຮູ້ວ່າ, ຫວຽດນາມ ພວມໄປຖືກທິດໃນການຄວບຄຸມໄພເງິນເຟີ້ໃນປີ 2022. ພ້ອມກັນນັ້ນ, ຄວາມມານະພະຍາຍາມຮັບປະກັນແຫຼ່ງສະໜອງຢູ່ພາຍໃນປະເທດແມ່ນອຸດົມສົມບູນ ແລະ ການຄວບຄຸ້ມລາຄາບັນດາສິນຄ້າທີ່ຈຳເປັນໄດ້ຊ່ວຍຫຼຸດຜ່ອນຄວາມດັນໄພເງິນເຟີ້.

vovworld.vn

ທ່ານອາດຈະມັກ

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ