ຜລິດຕະພັນ ສອງລຸ້ນຂອງ ບໍລິສັດຜລິດລົດຍົນ VinFast : sedan ແລະ SUV ກຽມເປີດໂຊຕົວ ຢູ່ Paris Motor Show 2018

14:35 | 01/10/2018

ຍສໝ - ພາຍຫຼັງຂົນສົ່ງຈາກ Turin ໄປ Paris, ປະຈຸບັນ ສອງພີ່ນ້ອງ ຕະກຸນ VinFast ຄື ລຸ້ນ sedan ແລະ SUV ໄດ້ມາເຖິງງານວາງສະແດງລົດຍົນ Paris Motor Show 2018, ກຽມເປີດໂຊຕົວຕໍ່ສາຍຕາສາກົນ ໃນວັນທີ 2 ຕຸລາທີຈະມາເຖິງນີ້.

ລົດຍົນຂອງບໍລິສັດຜລິດລົດຍົນ Vinfast ໃຊ້ຈັກຂັບເຄື່ອນຂອງ BMW N20,ຊ່ວງລ່າງ BMW X5 ແລະ ຊີລີ 5 (5-Series), ລົດລຸ້ນ SUV ມີ 7ບ່ອນນັ່ງ ສ່ວນ sedan ແມ່ນ 5 ບ່ອນນັ່ງ.

ລົດຍົນຍີຫໍ້ ຫວຽດນາມ Vinfast ຈະເປີດໂຕໂຊ ສູ່ສາຍຕາຜູ້ຊົມໃຊ້ທົ່ວໂລກ ສອງລຸ້ນທຳອິດ ຢູ່ທີ່ງານ Paris Motor Show, ປະກອບມີ ລົດ SUV ແລະ ລົດ sedan ເປັນລົດຕົ້ນແບບ, ຈາກນັ້ນຈະນຳມາແນະນຳ ແລະ ເປີດໂຕຢູ່ ຫວຽດນາມ ໃນເດືອນ ທັນວາ ທ້າຍປີນີ້.

ຜລິດຕະພັນ ສອງລຸ້ນຂອງ ບໍລິສັດຜລິດລົດຍົນ VinFast : sedan ແລະ SUV ກຽມເປີດໂຊຕົວ ຢູ່ Paris Motor Show 2018

Paris Motor Show 2018.

ຄະນະຈັດງານວາງສະແດງ Paris Motor Show 2018 ກຳລັງກະກຽມຂັ້ນຕອນສຸດທ້າຍ ເພື່ອນຳສະເໜີ ລົດສອງລຸ້ນ ທີ່ມີເຄື່ອງໝາຍການຄ້າເປັນຂອງຫວຽດນາມ ແລະ ກຳລັງຈະເປັນລົດນ້ອງໃໝ່ທີ່ເປັ່ງປະກາຍບົນເວທີ ວາງສະແດງທີ່ໃຫຍ່ທີ່ສຸດໃນໂລກ ປະທະກັບຍີຫໍ້ທີ່ເກົ່າແກ່ມາຈາກທົ່ວທຸກມຸມໂລກ.

ຜລິດຕະພັນ ສອງລຸ້ນຂອງ ບໍລິສັດຜລິດລົດຍົນ VinFast : sedan ແລະ SUV ກຽມເປີດໂຊຕົວ ຢູ່ Paris Motor Show 2018

ລົດຍົນຂອງບໍລິສັດຜລິດລົດຍົນ Vinfast.

ຮູບແບບພາຍນອກຂອງລົດຍົນ Vinfast ອອກແບບໂດຍນັກອອກແບບ ຊາວ ອິດຕາລີ Pininfarina. ລົດຈະມີໂລໂກ້ ເປັນຮູບ ຕົວໜັງສື V ແລະ ມີແຜງ LED ເປັນຮູບຕົວໜັງສື V ດ້ານໜ້າ. ທັງສອງຂ້າງຂອງຕົວໜັງ V ຕິດແຜງ LED ປິ່ນອອກທັງສອງຂ້າງ ປະສານກັນເປັນ 'VF' - ເປັນຕົວຫຍໍ້ຂອງ Vinfast ຢ່າງລົງຕົວ.

ລົດ Vinfast ພັດທະນາມາຈາກ ຊ່ວງລ່າງຂອງ ລົດສອງລຸ້ນຫຍີຫໍ້ BMW ຄື: BMW X5 ແລະ BMW 5-Series. ວາລະສານ Auto motor und sport ໄດ້ເປີດເຜີຍວ່າ: ລົດທັງສອງລຸ້ນຈະໃຊ້ ເຄື່ອງຈັກ ຂອງ BMW N20, ລຸ້ນ 4 ສູບ, ປະລິມານ 2.0L, ແຕ່ໃຫ້ແຮງມ້າທີ່ແຕກຕ່າງກັນ ລະຫວ່າງ sedan ແລະ SUV.

ບໍລິສັດ VinFast ໄດ້ໃຫ້ຮູ້ວ່າ: VinFast ເປັນບໍຜລິດລົດຂອງຫວຽດນາມ ທີ່ໄດ້ຊື້ລິກາສິດ ຈາກ BMW ເພື່ອພັດທະນາ ເຄື່ອງຈັກຂັບເຄື່ອນ ໃຫ້ລົດທັງສອງລຸ້ນທີ່ຈະເອົາມາໂຊໃນງານວາງສະແດງລົດໃນຄັ້ງນີ້.

ຜລິດຕະພັນ ສອງລຸ້ນຂອງ ບໍລິສັດຜລິດລົດຍົນ VinFast : sedan ແລະ SUV ກຽມເປີດໂຊຕົວ ຢູ່ Paris Motor Show 2018

Paris Motor Show 2018Ảnh minh họa

ລົດຍົນ VinFast ຈະຮັບປະກັນມາດຕະຖານ ໄອເສຍ Euro5,ເກຍ ZF 8 ອໍໂຕ້, ຂັບເຄື່ອນສອງລໍ້ສຳລັດ ລຸ້ນ sedan ແລະ ຈະຜລິດຕາມສັ່ງ ລຸ້ນ ຂັບເຄື່ອນ 4 ລໍ້ ສຳລັບລຸ້ນ SUV.

ທ່ານ David Lyon, ອຳນວຍການດ້ານການອອກແບບ ຂອງ Vinfast ໃຫ້ຮູ້ຕື່ມອີກວ່າ: ບໍລິສັດກຳລັງ ຄົ້ນຄ້ວາ ລະບົບຈັດການແບບອັດຕະໂນມັດພາຍໃນຂອງລົດ. ລະບົບບັນເທິງ (ເຄື່ອງສຽງ) ສາມາດເຊື່ອມຕໍ່ກັບ ລະບົບ Android Auto ແລະApple CarPlay ແບບມາດຕະຖານ.

ຜລິດຕະພັນ ສອງລຸ້ນຂອງ ບໍລິສັດຜລິດລົດຍົນ VinFast : sedan ແລະ SUV ກຽມເປີດໂຊຕົວ ຢູ່ Paris Motor Show 2018

ລົດຍົນຂອງບໍລິສັດຜລິດລົດຍົນ VinfastẢnh minh họa

ລົດຈະມີລະບົບລຳໂພງຕິດຕັ້ງຈຳນວນ 9 ໂຕ ແລະ ລະບົບແອແບບອັດຕະໂນມັດ. ມີການຕົກແຕ່ງພາຍໃນດ້ວຍອະລູມີແນມ ແລະ ໄມ້. ສຳລັບຄວາມປອດໄພຂອງລົດ, ຜູ້ບໍລິຫານຂອງ Vinfast ເວົ້າວ່າ: ລົດທັງສອງລຸ້ນ ໄດ້ຮັບການປະເມີນ 5 ດາວ ໃນການທົດລອງ ການກະທົບ ຂອງ ASEAN NCAP.

ປະຈຸບັນ Vinfast ໄດ້ຜລິດລົດອອກມາແລ້ວ ຈຳນວນ 160 ຄັນ ກຳລັງທົດລອງ ຢູ່ ຢູໂລບ ແລະ ອາຊີ. ອີງຕາມການເປີດເຜີຍຂອງ ຜູ້ບໍລິຫານ Vinfast ທ່ານ James DeLuca, ອັດຕາສ່ວນໃນການຜລິດລົດທັງສອງລຸ້ນ sedan ແລະ SUV, ຜລິດອອກມາໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງຜູ້ຊົມໃຊ້ ໃນໄລຍະສັ້ນ ເຊິ່ງຈະຂາຍອອກສູ່ຕະຫຼາດໃນ ເດືອນ ກັນຍາ 2019.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.