ຮ່າ​ໂນ້ຍ ດຶງ​ດູດ​ທຶນ FDI 21,8 ລ້ານ USD ໃນ​ເດືອນ​ມັງ​ກອນ

08:08 | 03/02/2023

ຍ​ສ​ໝ - ໃນ​ເດືອນ​ມັງ​ກ​ອ​ນ​ປີ 2023, ນະ​ຄອນ​ຮ່າ​ໂນ້ຍ ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ 21,8 ລ້ານ USD.

ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ອາທິດກາງ​ເດືອນ​ມັງ​ກອນ ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ອາທິດກາງ​ເດືອນ​ມັງ​ກອນ
9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ 9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ
ຮ່າ​ໂນ້ຍ ດຶງ​ດູດ​ທຶນ FDI 21,8 ລ້ານ USD ໃນ​ເດືອນ​ມັງ​ກອນ
ທ່ານ​ດິງ​ຕຽນ​ຢຸງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ພົບ​ປະ​ກັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

ຮ່າ​ໂນ້ຍ ດຶງ​ດູດ​ທຶນ FDI 21,8 ລ້ານ USD ໃນ​ເດືອນ​ມັງ​ກອນ

ໃນ​ເດືອນ​ມັງ​ກ​ອ​ນ​ປີ 2023, ນະ​ຄອນ​ຮ່າ​ໂນ້ຍ ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) 21,8 ລ້ານ USD.

ໃນ​ນັ້ນ​ມີ 22 ໂຄງ​ການ FDI ໄດ້​ຮັບ​ໃບ​ອະ​ນຸ​ຍາດ ດ້ວຍຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ບັນ​ລຸ 2,4 ລ້ານ USD, 9 ໂຄງ​ການ​ດັດປັບ​ເງິນ​ລົງ​ທຶນ​ດ້ວຍ​ເງິນ​ເພີ່ມ​ເຕີມ ບັນ​ລຸ 14,2 ລ້ານ USD, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ປະ​ກອບ​ຊື້​ຫຸ້ນ, ໃບ​ຫຸ້ນ 23 ເທື່​ອ, ບັນ​ລຸ 5,2 ລ້ານ USD.

ໃນ​ຊຸມ​ປີ​ຜ່ານ​ມາ, ຮ່າ​ໂນ້ຍ​ຍາມ​ໃດ​ກໍ່​ນອນ​ໃນ​ກຸ່ມ​​ແຖວ​ໜ້າ​ທົ່ວປະ​ເທດ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່​ມີ​ຄວາມ​ສະ​ດວກ. ໄປ​ຄຽງ​ຄູ່​ກັນ​ນັ້ນ​ ກໍ່ແມ່ນ​ການ​ຊຸກ​ຍູ້​​ໂຄງ​ລ່າງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ນະ​ຄອນ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ດຶງ​ດູດ​ເງິນ​ລົງ​ທຶນ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ພາ​ສີ, ທີ່​ດິນ…ຢ່າງ​ເປັນ​ປະ​ຈຳ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ​ຈະ​ສຸມ​ໃສ່​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ຕາມ​ລວງ​ເລິກ​ດ້ວຍ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ໃຫ້​ບຸ​ລິ​ມະ​ສິດ​ບັນ​ດາ​ໂຄງ​ການ​ທີ່ມີ​ຄຸນ​ນະ​ພາບ, ຜະ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ ແລະ ມີ​ລັກ​ສະ​ນະ​ແກ້ງ​ແຍ້ງ​ກັນ​ສູງ​ສຸມ​ໃສ່​ເຂົ້າໃນ​ບັນ​ດາ​ຂົງ​ເຂດ​ຄື: ພັດ​ທະ​ນາ​ໂຄງປະກອບ​ໂຄງ​ລ່າງ​ຕົວ​ເມືອງ, ສ້າງ​ນະ​ຄອນ​ທັນສະໄໝ, ອຸດ​ສາ​ຫະ​ກຳ​​ໜູນຊ່ວຍການນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ບັນ​ດາ​ໂຄງ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ຄົ້ນ​ຄ້​ວາ​ພັດ​ທະ​ນາ, ການ​ທ່ອງ​ທ່ຽວ, ການ​ບໍ​ລິ​ການ​ການ​ເງິນ, ທະ​ນາ​ຄານ, ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ, ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ອາ​ຫານ​​ປອດ​ສານ​ພິດ.

ແລະ​ກໍ່​ໃນ​ເດືອນ​ມັງ​ກອນ, ນະ​ຄອນ​ມີ​ວິ​ສາ​ຫະ​ກິດ 1.551 ແຫ່ງ​ຈົດ​ທະ​ບຽ​ນ​ສ້າ​ງ​ຕັ້ງ​ໃໝ່, ຫຼຸດ​ລົງ 27%ເມື່ອ​ທຽບ​ໃສ່​ກັບ​ປີ 2022, ທຶນ​ຈົດ​ທະ​ບຽນ​ໃໝ່​ບັນ​ລຸ 14.000 ຕື້​ດົງ, ຫຼຸດ​ລົງ 69%; ປະ​ຕິ​ບັດລະບຽບ​ການ​ຍຸບ​ເລີກ​ໃຫ້​ແກ່​ວິ​ສາ​ຫະ​ກິດ 252 ແຫ່ງ, ຫຼຸດ​ລົງ 21%, ມີ​ວິ​ສາ​ຫະ​ກິດ 7.895 ແຫ່ງ​ຈົດ​ທະ​ບຽນ​ຢຸດ​ຕິ​ການ​ເຄື່ອນ​ໄຫວ, ເພີ່ມ​ຂຶ້ນ 16%, ມີ​ວິ​ສາ​ຫະ​ກິດ 2.855 ແຫ່ງ​ກັບ​ຄືນເຂົ້າສູ່​ການ​ເຄື່ອນ​ໄຫວ, ຫຼຸດ​ລົງ 13%. ອັດ​ຕາ​ເອ​ກະ​ສານ​ຈົດ​ທະ​ບ​ຽນ​ວິ​ສາ​ຫ​ະ​ກິດ​ແບບ​ທາງ​ໄກ​ໄດ້​ຮັ​ກ​ສາ​ເປັນ 100%.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.