ເປີດຖ້ຽວບິນຕົງ ຈາກນະຄອນ ໂຮ່ຈີ໋ມິງ ຫາ ນະຄອນ ນິວເດນລີ ປະ​ເທດ ອິນ​ເດຍ

10:00 | 23/05/2018

ຍ​ສ​ໝ - ທ່ານ P. Harish,ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສສ ຫວຽດນາມ ໄດ້ໃຫ້ຂໍ້ມູນວ່າ: ຕາມແຜນໃນປີ 2018 ນີ້, ສາຍການບິນ ຫວຽດເຈັດ (VietJet) ຈະສ້າງເສັ້ນທາງບິນ ໂດຍກົງ ຈາກນະຄອນ ໂຮ່ຈີ໋ມິງ ຫາ ນະຄອນ ນິວເດນລີ.

ເປີດຖ້ຽວບິນຕົງ ຈາກນະຄອນ ໂຮ່ຈີ໋ມິງ ຫາ ນະຄອນ ນິວເດນລີ ປະ​ເທດ ອິນ​ເດຍ

ສາຍ​ການ​ບິນ ຫວຽດ​ເຈັດ.

ປະ​ຈຸ​ບັນ ສາຍ​ການ​ບິນ ແລະ ທ່ອງ​ທ່ຽວ ຂອງປະເທດອິນເດຍ ກຳ​ລັງໄດ້​ປະ​ສານ ອຳ​ນວຍ​ຄວາມ​ສະ​ດວກ ໃຫ້​ແກ່​ຈັດ​ຕັ້ງ ການຕະຫຼາດ ພາຍໃນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກ, ເຊິ່ງຄາດວ່າຖ້ຽວ​ບິນກົງ ຈະສ້າງຄວາມຈະເລີນເຕີບໂຕ ອັນ​ເຂັ້ມ​ແຂງ ດ້ານ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ ໄປ​ມາ ລະ​ຫວ່າງ ສອງ​ປະ​ເທດ, ພິ​ເສດ​ ແມ່ນ ນັກ​ທ່ອງ​ທ່ຽວ​ຈາກ ສ​ສ ຫວຽດ​ນາມ ໄປ​ທ່ຽວ ປະ​ເທດ ອິນ​ເດຍ. ສະຖິຕິຂອງຂະ​ແໜງທ່ອງທ່ຽວອິນເດຍໃນ 3 ປີທີ່ຜ່ານມາ, ຈໍານວນນັກທ່ອງທ່ຽວ ຫວຽດນາມ ໄປ​ທ່ຽວ​ຍັງປະເທດອິນເດຍ ເພີ່ມ​ຂື້ນ ແລະ ເຕີບໂຕຢ່າງດີ. ໃນປີກາ​ຍນີ້, ມີ​ຈຳ​ນວນ ນັກທ່ອງທ່ຽວ ທີ່​ໄປ​ທ່ຽວ​ຍັງ ປະ​ເທດ ອິນ​ເດຍ ມີ ປະມານ 50.000 ເທື່ອຄົນ. ໃນປີນີ້, ທ່ອງທ່ຽວ ອິນເດຍ ຄາດຄະ​ເນວ່າຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ຊາວ​ຫວຽດ​ນາມ ປະ​ມານ 70.000 ຫາ 75.000 ເທື່ອຄົນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.