WWF ຫວຽດ​ນາມ ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່ ກາ​ເມົາ ແລະ ບາກ​ລຽວ

08:10 | 26/12/2022

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ແຂວງ ກ່າ​ເມົາ ຫງວຽນ​ມິງ​ລວນ ​ເນັ້ນ​ໜັກ​ວ່າ ນັບ​ແຕ່​ປີ 2010 ມາ​ຮອດ​ປັດ​ຈຸ​ບັນ, WWF ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ 4 ໂຄງ​ການ​ຢູ່​ກ່າ​ເມົາ ດ້ວຍຍອດ​ທຶນ​ໜູນ​ຊ່ວຍ​ກ່​ວາ 25,1 ຕື້ ດົ່ງ​. ໃນ​ນັ້ນ​ປີ 2022, ອົງ​ການ WWF ຫວຽດ​ນາມ ມີ 2 ໂຄງ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ​ນິວ​ຊີ​ແລນ ຢ່າງ​ເປັນ​ທາງ​ການ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ​ນິວ​ຊີ​ແລນ ຢ່າງ​ເປັນ​ທາງ​ການ
VUFO ໜູນ​ຊ່ວຍ​ກ່າ​ເມົາ ​ລະດົມ​ການ​ອຸປະຖໍາບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ VUFO ໜູນ​ຊ່ວຍ​ກ່າ​ເມົາ ​ລະດົມ​ການ​ອຸປະຖໍາບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ
ພາບ​ປະ​ກອບ
ພາບ​ປະ​ກອບ

ໂຄງ​ການ​ເພີ່ມ​ທະ​ວີ​ຄ​ວາມ​ສາ​ມາດ​ໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດຂອງ​ລະ​ບົບ​ນິ​ເວດປ່າຊາຍເລນ, ລະ​ບົບ​ນິ​ເວດ​ກະ​ສິ​ກຳ ແລະ ປະ​ຊາ​ຄົ​ມ​ທ້ອງ​ຖິ່ນ ຢູ່​ເຂດ​ແຄມ​ທະ​ເລ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ມີ​ຄວາມ​ຜາດຖະໜາຢາກ​ເພີ່ມ 120 – 150% ສະ​ມັດ​ຕະ​ພາບ​ ກຸ້ງ​ລ້ຽງ ແລະ ຍົກ​ສູງ​ມູນ​ຄ່າ​ການ​ຄ້າ​ໃຫ້​ແກ່​ໂຕ​ກຸ້ງ​ຜ່ານ​ການ​ນຳ​ໃຊ້​ບັນ​ດາ​ວິ​ທີ​ການ​ປະ​ຕິ​ບັດ​ຜະ​ລິດ​ທີ່​ດີ​ກ່​ວາ, ພ້ອມ​ທັງ​ປູກ​ປ່າປ້ອງ​ກັນ​ຕື່ມ​ອີກ 60 ເຮັກ​ຕາ ກໍ່​ຄື​ນຳ​ໃຊ້​ການ​ຄຸ້ມ​ຄອງ​ປ່າ​ໂດຍ​ອີງ​ໃສ່​ປະ​ຊາ​ຄົມ​ແບບ​ຍືນ​ຍົງ​ເກືອບ 3000 ເຮັກ​ຕາ​ໃຫ້​ແກ່​ສອງ​ແຂວງ: ກ່າ​ເມົາ ແລະ ບາກ​ລ້ຽວ.

ໂຄງ​ການ​ໄດ້​ຮັບ​ການ​ໜູນ​ຊ່ວ​ຍ​ຈາກກອງ​ທຶນ UBS Optimus Foundation (UBS OF) ແຕ່​ເດືອນ ກຸມ​ພາ​ ປີ 2022 ມາ​ຮອດ​ເດືອນ ສິງ​ຫາ ປີ 2025. ໂຄງ​ການ​ມີ 2 ພາ​ກສ່ວນຕົ້ນຕໍ, ປັບ​ປຸງ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຄົມ​ລ້ຽງ​ກຸ້ງ​ຢູ່​ປ່າຊາຍເລນ ເພື່ອ​ຈຳ​ກັດ​ການ​ທຳ​ລາຍ​ປ່າ ແລະ ປະ​ຕິ​ຮູບ​ການ​ຜະ​ລິດ​ຮູບ​ແບບ​ປະ​ສົມ​ການ​ລ້ຽງ​ກຸ້ງ ແລະ ປູກ​ເຂົ້າ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ປົກ​ປ້ອງ​ປ່າ​ຊາຍເລນ, ລະ​ບົບ​ນິ​ເວດ​ກະ​ສິ​ກຳ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແຊກ​ແຊ​ງ ຈາ​ກການ​ສົ່ງ​ເສີມ​ນະ​ໂຍ​ບາຍ ຈົນ​ຮອດ​ການ​ເຄື່ອນ​ໄຫວ​ລະ​ອຽດ​ຢູ່​ທ້ອງ​ຖິ່ນ ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ດິນ​ຟ້າ​ອາ​ກາດ ຂອງ​ປ່າ​ຊາຍເລນ, ລະ​ບົບ​ນິ​ເວດ​ກະ​ສິ​ກຳ ແລະ ປະ​ຊາ​ຄົມ​ທ້ອງ​ຖິ່ນ ຢູ່​ສອງ​ແຂວງ ກ່າ​ເມົາ ແລະ ບາກ​ລຽວ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ແຂວງ ກ່າ​ເມົາ ຫງວຽນ​ມິງ​ລວນ ​ເນັ້ນ​ໜັກ​ວ່າ ນັບ​ແຕ່​ປີ 2010 ມາ​ຮອດ​ປັດ​ຈຸ​ບັນ, WWF ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ 4 ໂຄງ​ການ​ຢູ່​ກ່າ​ເມົາ ດ້ວຍຍອດ​ທຶນ​ໜູນ​ຊ່ວຍ​ກ່​ວາ 25,1 ຕື້ ດົ່ງ​. ໃນ​ນັ້ນ​ປີ 2022, ອົງ​ການ WWF ຫວຽດ​ນາມ ມີ 2 ໂຄງ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ. ໂຄງ​ການ ປັບ​ປຸງ​ການ​ດຳ​ລົງ​ຊີວິດຂອງ​ຄົນ​ທຸກ​ຍາກ ຜ່ານ​ການ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ດ້ວຍ​ການ​ອະ​ນຸ​ລັກ​ຮັກ​ສາ​ບັນ​ເຂດ​ດິນຊາຍເລນ Ramsar ຢູ່​ເຂດ​ທົ່ງ​ພຽງ​ແຄມແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ - ອະ​ນຸ​ໂຄງ​ການ ປ່າ​ສະ​ຫງວນ​ແຫ່ງ​ຊາດ ມຸຍ​ກ່າ​ເມົາ ແລະ ໂຄງ​ການເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ລະ​ບົບ​ນິ​ເວດ​ປ່າຊາຍເລນແລະ ປະ​ຊາ​ຄົ​ມ​ທ້ອງ​ຖິ່ນ ຢູ່​ເຂດ​ແຄມ​ທະ​ເລ​ແຂວງ ກ່າ​ເມົາ.

ນີ້​ແມ່ນ​ບັນ​ດາ​ໂຄງ​ການ​ປະ​ກອບ​ສ່ວນ​ຊ່ວຍ​ທ້ອງ​ຖິ່ນ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຂອງ​ປ່າ​ຊາຍເລນ, ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນໃນ​ບັນ​ດາ​ເຂດ​ປ່າ​ຊາຍເລນ, ແທນ​ທີ່​ການ​ກະ​ທຳ ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຄົມ​ທ້ອງ​ຖິ່ນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາກ​ອນ​ທ​ຳ​ມະ​ຊາດ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປັບ​ປຸງ​ການ​ຫ​າ​ເງິນ​ລ້ຽງ​ຊີບ​ຂອງ​ປະ​ຊາ​ຊົນ​ເຂດ​ປະ​ຕິ​ບັດ​ໂຄງ​ການ” ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຂົນ​ແຂວງ​ກ່າ​ເມົາ​ເນັ້ນ​ໜັກ.

ທ່ານ ເລ​ຮ່​ວາຍ​ເຟືອງ ຮອງ​ຫົວ​ໜ້າ​ຫ້ອງ​ການ​ກະ​ສິ​ກຳ​ເມືອງ ງອກ​ຮຽນ, ແຂວງ ກ່າ​ເມົາ​ ແບ່ງ​ປັນ​ວ່າ ໂດຍ​ແມ່ນ​ເມືອງ​ໜຶ່ງ​ດຽວ​ຂອງ​ແຂວງ​ກ່າ​ເມົາ​ທີ່​ມີ 3 ດ້ານ​ຕິດ​ກັບ​ທະ​ເລ. ຊຸມ​ປີ​ມໍ່ໆ​ມາ​ນີ້, ນ້ຳ​ທະ​ເລ​ຂຶ້ນ​ສູງ ແລະ ອາ​ກາດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຮ້​າຍ​ແຮງ​ກໍ່​ຜົນ​ກະ​ທົບ​ຫຍໍ້​ທໍ້​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ເມືອງ. ນີ້​ແມ່ນ​ໂຄງ​ການ​ສຳ​ຄັນ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ, ວາງ​ແຜນ​ກຳ​ນົດ ແລະ ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ລວມ​ຂອງ​ທ້ອ​ງ​ຖິ່ນ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​ປ່າ, ນຳ​ໃຊ້​ການ​ປະ​ຕິ​ບັດ​ບັນ​ດາ​ວິ​ທີ​ການ​ທຳ​ມະ​ຊາດ, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ຍົກ​ສູງ​ມູນ​ຄ່າ​ທາງ​ການ​ຄ້າ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປ່າ, ສ້າງວຽກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິ​ໃຫ້​ແກ່​ປະ​ຊາ​ຊົນ. ທ່ານ​ ເລ​ຮ່​ວາຍ​ເຟືອງ ​ແບ່ງ​ປັນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.