ມາ​ຮ່​ວາ​ບິ່ງ​ເພື່ອ​ລ່າ​ເມກ​ຢູ​ຖ້ຳ​ເກຍ

09:11 | 17/12/2022

ຖ້າ​ຢາກ​ລ່າ​ເມກ​ແຕ່​ພຽງ​ແຕ່​ມີ​ເວ​ລາ​ຫວ່າງ​ຍາມ​ທ້າຍ​ອາ​ທິດ, ແທນ​ທີ່​ຈະ​ເລືອກ​ເອົາ​ຕາ​ຊົວ (ແຂວງ​ເຊີນ​ລາ) ທີ່​ມີຫຼາຍ​ຄົນ​ມາ​ທ່ຽວ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ອຶດ​ອັດ ຄັບ​ແຄບບຽດ​ກັນ, ທຸກ​ຄົນ​ອາດ​ຈະ​ໄປ​ຍັງ​ຖ້ຳ​ເກຍ​ຢູ່ ຮ່​ວາ​ບິ່ງ​ເພື່ອ​ລ່າ​ເມກ.

ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ
ຈັດສົ່ງທະ​ຫານ 2000 ຄົນ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່ ແຂວງ​ບິ່ງ​ເຢຶອງ ​ຕ້ານ​ໂລກ​ລະ​ບາດ ຈັດສົ່ງທະ​ຫານ 2000 ຄົນ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່ ແຂວງ​ບິ່ງ​ເຢຶອງ ​ຕ້ານ​ໂລກ​ລະ​ບາດ
ພາບ: tcdulichtphcm.vn
ພາບ: tcdulichtphcm.vn

ໃນ​ຈຸດ​ເວ​ລາ​ນີ້, ການ​ລ່າ​ເມກແມ່ນ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ຜູ້​ໃດ​ທີ່​ມີ​ຄວາມ​ມັກຮັກ​ຕໍ່​ການ​ທ່ອງ​ທ່ຽວ, ມັກ​ຮັກ​ການ​ຄົ້ນ​ຫາ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ.

ນາງ ​ເລ​ທິ​ແທັງ​ເຕິມ (ບ້ານ​ເກີດ​ຢູ່​ລາວ​ກາຍ, ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ) ໄດ້​ຮູ້​ຈັກ​ເຖິງ​ຖ້ຳ​ເກຍ - ເຊິ່ງ​ແມ່ນ​ສະ​ຖານ​ທີ່​ລ່າ​ເມກ​ຢູ່​ຕາ​ແສງປ່າ​ກໍ່ (ແຂວງ​ຮ່​ວາ​ບິ່ງ) ດັ່ງ​ນັ້ນ​ ລາວ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ສະ​ຖານ​ທີ່​ແຫ່ງ​ນີ້ຫຼາຍ​ກ່​ວາອີກ. ນາງ​ ເລ​ທິ​ແທັງ​ເຕິມ​ ເວົ້າ​ກັບ​ວາ​ລະ​ສານ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນວ່າ:

“ຜ່ານ​ການ​ຊອກ​ຮູ້, ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ວ່າ​ຍັງ​ຮົກ​ເຮື້ອປະຖົມປະຖານ ແລະ ຍັງ​ບໍ່​ທັນ​ພັດ​ທະ​ນາ. ຖ້າ​ເດີນ​ທາງ​ໃນ​ທ້າຍ​ອາ​ທິດ, ແນ່ນອນ​ວ່າ​ບໍ່​ມີ​ຄົນຫຼາຍ​ຄື​ຢູ່​ຕາ​ຊົວ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ວ່າ ຈະ​ເລືອກ​ເອົາ​ຖ້ຳ​ເກຍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແທນ​ຕາ​ຊົວ”.

ພາບ: tcdulichtphcm.vn
ພາບ: tcdulichtphcm.vn

ຕາມ​ເຕິມ​ແລ້ວ, ນີ້​ແມ່ນ​ການ​ທ່ອ​ງ​ທ່ຽວ​ແມ່ນ​ພະ​ຈົນ​ໄພ​ ຍ້ອນເປັນ​ຄັ້ງ​ທຳ​ອິດ​ໄດ້​ໄປ​ຄື​ຈັ່ງ​ຊີ້. ເສັ້ນ​ທາງ​ ​ຮ່າ​ໂນ້ຍ - ຖ້ຳ​ເກຍ ຍາວ​ກ່​ວາ 150 ກີ​ໂລ​ແມັດ ແລະ ເດີນ​ທາງ​ໃນ​ວັນ​ທີ່​ມີ​ອາ​ກາດ​ໝອກຫຼາຍ, ຝົນ​ຕົກ​ຈັ່ງ​ຊັ້ນຈິ່ງເຮັດໃຫ້​ໜາວ​ຈັດ. ນາງ​ອາ​ຍຸ 23 ປີ​ກໍ່​ບໍ່​ຄິດ​ວ່າ ມື້​ນີ້​ຈະ​ໄດ້ໄປ​ລ່າ​ເມກ, ເຖິງ​ຢ່າງ​ໃດກໍ່​ຕາມ, ​ໝາກ​ຜົ​ນທີ່​ນາງ​ຄົນ​ນີ້​ໄດ້​ຮັບ​ແມ່ນ​ລື່ນ​ກາຍ​ຄາດໝາຍ.

ພາຍຫຼັງ​​ເດີນ​ທາງມາໄດ້ໄລ​ຍະ​ໜຶ່ງ, ແທັງ​ເຕີມ ​ໄດ້​ມາ​ຮອດ​ກິ່ວ ດ່າ​ຈັ້ງ (ຮ່​ວາ​ບິ່ງ). ເຕິມ​​ໄດ້​ພັກ​ຜ່ອນ, ກິນ​ນ້ຳ​ຢູ່​ຮ້າ​ນ ແລະ ຖ່າຍ​ຮູບ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ກິ່ວ. ຮ້ານ​ມີຫຼາຍ​ມູມ​ເພື່ອ​ຖ່າຍ​ຮູບ, ຖ່າຍ​ຮູບ​ຢູ່​ແຫ່ງ​ນີ້​ຈະ​ເຫັນ​ໄດ້​ພູ​ຫີນປູນ.

ຫຼັງ​ຈາກ​ນັ້ນ, ເຕິມ​ໄດ້​ເດີນ​ທາງ​ໄປ​ຍັງ homestay ຕຽນ​ຈາງ. ເສັ້ນ​ທາງ​ນີ້​ຍາວ​ປະ​ມານ 40 ກີ​ໂລ​ແມັດ, ເຕິມ​ພ້ອມ​ກັບ​ເພື່ອນ​ຂອງ​ຕົນ​ໄດ້​ຜັກ​ຜ່ອນ ແລະ ກິນ​ເຂົ້າ​ຢູ່ ແຫ່ງ​ນີ້.

ພາບ: tcdulichtphcm.vn
ພາບ: tcdulichtphcm.vn

ຮອດ​ຕອນ​ຄ່ຳ, ເຂົາ​ເຈົ້າ​ໄປ​ຕະຫຼາດກາງຄືນ ປ່າ​ກໍ່. ເຕິມ​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ກະ​ກຽມ​ເຄື່ອງ​ຂອງ​ໝົດ​ທຸກ​ຢ່າງ​ແລ້ວ, ເຖິງ​ຢ່າງ​ໃດ​ກໍ່​ຕາມ ເມື່ອ​ມາ​ຕະຫຼາດ​ຂ້າ​ພະ​ເຈົ້າ​ຍັງ​ຮູ້​ສຶກ​ຜິດ​ຫວັງ​ນ້ອຍ​ໜຶ່ງ​ເພາະ​ວ່າ​ຢູ່​ແຫ່ງ​ນີ້​ມີ​ແຕ່​ອາ​ຫານ​ທຳ​ມະ​ດາ. ແຕ່​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິ​ລະ​ປະພົບປະແລກ​ປ່ຽນ​ຢູ່​ແຫ່ງ​ນີ້​ມ່ວນຫຼາຍ. ຖ້າ​ມາ​ແຫ່ງ​ນີ້​ໃນ​ວັນ​ເສົາ​ແຕ່​ບໍ່​ແວ່​ຢາມ​ຕະຫຼາດ​ກາງຄືນ​ແມ່ນ​ເສຍ​ດາຍ​ທີ່​ສຸດ. ມາ​ຕະຫຼາດກາງຄືນ ​ປ່າ​ກໍ່, ທຸກ​ຄົນ​ຈະ​ມີ​ໂອ​ກາດ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງຊາວ​ເຜົ່າ​ມົ້ງ ດ້ວຍ​ການ​ເປົ່າ​ແຄນ, ການ​ຟ້ອນ, ຈູດກອງ​ໄຟ.

ໃນ​ການ​ເດີນ​ທາງ​ນີ້, ເຕິມ​ຮູ້​ສຶກ​ມັກ​ຕະຫຼາດ​ກາງຄືນ ​ປ່າ​ກໍ່​ ຂອງ​ຊາວ​ເຜົ່າ​ມົ້ງ​ທີ່​ສຸດ. ໄປເຂົ້າ​ຮ່ວມ​ຕະຫຼາດ​ກາງຄືນ, ເຕິມ​ມີ​ໂອ​ກາດ​ໄດ້​ຮູ້​ຈັກ​ເຖິງ​ຄວາມ​ງາມ​ທາງ​ດ້ານ​ວັດ​ນະ​ທະ​ນຳ​ຂອງ​ຊົນ​ເຜົ່າ​ມົ້ງ​ຜ່ານ​ບັນ​ດາ​ວາດ​ຟ້ອນ, ການ​ເປົ່າ​ແຄນ… ຍິ່ງ​ໄປ​ກ່​ວາ​ນັ້ນ, ຢູ່​ແຫ່ງ​ນີ້​ຊາວ​ທ້ອງ​ຖິ່ນ​ມີ​ຄວາມ​ລຽບ​ງ່າຍ ແລະ ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.