UNESCO ຮັບຮູ້ “ສິລະປະຂັບບ່າຍຈ່ອຍ ພາກກາງ ຫວຽດນາມ” ແມ່ນມໍລະດົກວັດທະນະທຳນາມມະທໍາຕາງໜ້າຂອງມວນມະນຸດ

09:50 | 07/05/2018

ຕອນຄໍ່າວັນທີ 5 ພຶດສະພາ, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດີ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີມອບໃບຢັ້ງຢືນຂອງ UNESCO ຮັບຮູ້ “ສິລະປະຂັບບ່າຍຈ່ອຍ ພາກກາງຫວຽດນາມ” ແມ່ນມໍລະດົກທາງດ້ານວັດທະນະທໍານາມມະທໍາຕາງໜ້າຂອງມວນມະນຸດ.

UNESCO ຮັບຮູ້ “ສິລະປະຂັບບ່າຍຈ່ອຍ ພາກກາງ ຫວຽດນາມ” ແມ່ນມໍລະດົກວັດທະນະທຳນາມມະທໍາຕາງໜ້າຂອງມວນມະນຸດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ພິທີ. (ພາບ: tuoitre.vn.)

ຜ່ານເລື່ອງເລື່ອງດັ່ງກ່າວ, ປະຊາຄົມໂລກໄດ້ຢັ້ງຢືນຄືນໃໝ່ຄັງສາງມໍລະດົກທາງດ້ານວັດທະນະທໍາທີ່ອຸດົມສົມບູນຂອງຫວຽດນາມ ແລະເຄົາລົບນັບຖື, ຮັບຮູ້ບັນດາການປະກອບສວ່ນຂອງຫວຽດນາມ ເຂົ້າໃນການເຮັດໃຫ້ຄັງສາງວັດທະນະທໍາຂອງມວນມະນຸດອຸດົມຮັ່ງມີກວ່າເກົ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຄື່ອງໝາຍແຫ່ງຊາດເຊິ່ງໂລກສະຫງວນໃຫ້ຫວຽດນາມ, ຜ່ານນັ້ນປະກອບສ່ວນແນະນໍາກັບເພື່ອນມິດສາກົນ ກ່ຽວກັບຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ແລະມີຄວາມເມດຕາຂອງປະຊາຊົນພາກກາງຫວຽດນາມ, ປະກອບສ່ວນເຮັດໃຫ້ເຂດນີ້ພັດທະນາການທ່ອງທ່ຽວແຂງແຮງກວ່າອີກໃນອານາຄົດ. ພ້ອມກັນນັ້ນ, ໄປພ້ອມກັບຄວາມເອກອ້າງທະນົງໃຈ ແມ່ນຄວາມຮັບຜິດຊອບຂອງຊາວຫວຽດນາມແຕ່ລະຄົນໃນການຮັກສາ ແລະອະນຸລັກຮັກສາສິລະປະຂັບບ່າຍຈ່ອຍຕໍ່ສາກົນ, ເພາະວ່າຈາກນີ້ໄປມໍລະດົກບໍ່ພຽງແຕ່ແມ່ນສະເພາະຂອງຫວຽດນາມເທົ່ານັ້ນ, ຫາກຍັງໄດ້ກາຍເປັນຊັບສິນລວມຂອງມວນມະນຸດອີກດ້ວຍ.

UNESCO ຮັບຮູ້ “ສິລະປະຂັບບ່າຍຈ່ອຍ ພາກກາງ ຫວຽດນາມ” ແມ່ນມໍລະດົກວັດທະນະທຳນາມມະທໍາຕາງໜ້າຂອງມວນມະນຸດ

ຜູ້ຕາງໜ້າ 9 ແຂວງທີ່ມີມໍລະດົກຂັບບ່າຍຈ່ອຍ ຕ້ອນຮັບໃບຢັ້ງຢືນຂອງ UNESCO ຮັບຮູ້ “ສິລະປະຂັບບ່າຍຈ່ອຍພາກກາງຫວຽດນາມ” ແມ່ນມໍລະດົກທາງດ້ານວັດທະນະທໍານາມມະທໍາຕາງໜ້າຂອງມວນມະນຸດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ພິທີ, ລາຍການສະແດງສິລະປະດ້ວຍຫົວຂໍ້ “ສິລະປະຂັບບ່າຍຈ່ອຍດັງກ້ອງກັງວານ” ໄດ້ຈັດການສະແດງຢ່າງອຸດົມສົມບູນ, ອັນໄດ້ເຕົ້າໂຮມນັກສິລະປິນ, ນັກຮ້ອງຂອງ 9 ແຂວງທີ່ມີມໍລະດົກຂັບບ່າຍຈ່ອຍເຂົ້າຮ່ວມສະແດງເກືອບ 400 ຄົນ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.