ເພີ່ມທະວີການຮ່ວມມືຄົ້ນຄວ້າທິດສະດີລະຫວ່າງ ຫວຽດນາມ - ລາວ

08:02 | 09/12/2022

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ວັນທີ 06 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ, ໄດ້ພົບປະກັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ ແລະ ເຮັດວຽກກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ
ສືບຕໍ່ມານະພະຍາຍາມເສີມສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ສືບຕໍ່ມານະພະຍາຍາມເສີມສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ
ເພີ່ມທະວີການຮ່ວມມືຄົ້ນຄວ້າທິດສະດີລະຫວ່າງ ຫວຽດນາມ - ລາວ
ເພີ່ມທະວີການຮ່ວມມືຄົ້ນຄວ້າທິດສະດີລະຫວ່າງ ຫວຽດນາມ - ລາວ. ພາບ: TTXVN

ທີ່ບັນດາການເຮັດວຽກ, 2 ຝ່າຍຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ 2 ສະພາທິດສະດີສູນກາງຂອງ 2 ພັກ, ກໍຄືຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ ໃນໄລຍະຜ່ານມາ; ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານຄົ້ນຄວ້າທິດສະດີ, ຕົວຈິງ ແລະ ບຳລຸງສ້າງພະນັກງານ; ສະແດງຄວາມປາດຖະໜາວ່າ 2 ສະພາທິດສະດີ, 2 ສະຖາບັນ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງ, ໂດຍສະເພາະແມ່ນບັນຫາໃໝ່ທີ່ກຳລັງວາງອອກ; ຍົກສູງປະສິດທິຜົນໃນວຽກງານການສຶກສາ, ບຳລຸງສ້າງພະນັກງານຊ່ວຍລາວ. ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນຊວັນທັງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ ແລະ ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳລາວ; ໄປຢ້ຽມຢາມທະນາຄານອຸດສາຫະກຳການຄ້າ ຫວຽດນາມ ຈຳກັດ ຢູ່ ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.