ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

08:47 | 31/05/2018

ຕອນບ່າຍວັນທີ 30 ພຶດສະພາ, ທີ່ສໍານັກງານໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7 ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ, ຄະນະນັກຂ່າວແຫ່ງ ສປປ ລາວ ໂດຍທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ແຫ່ງ ສປປ ລາວ ໄດ້ມີການຢ້ຽມຢາມ ແລະເຮັດວຽກກັບໜັງສືພິມກອງທັບປະຊາຊົນຫວຽດນາມ. ຕ້ອນຮັບຄະນະນັກຂ່າວ, ຝ່າຍໜັງສືພິມກອງທັບປະຊາຊົນຫວຽດນາມ ມີທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ເລຂາຄະນະພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ.

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ກ່າວຄໍາເຫັນທີ່ພິທີຕ້ອນຮັບຄະນະນັກຂ່າວແຫ່ງ ສປປ ລາວ. (ພາບ: ທູຖຸຍ-ຫວຽດເກືອງ.)

ທີ່ການຕ້ອນຮັບ, ທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ໄດ້ແນະນໍາໂດຍສັງເຂບກ່ຽວກັບບັນດາຈຸດພື້ນຖານໃນໄລຍະທາງເກືອບ 68 ປີແຫ່ງການສ້າງສາ, ພັດທະນາ ແລະເຕີບໃຫຍ່ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ປັດຈຸບັນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ມີບັນດາສື່ສິ່ງພິມ: ໜັງສືພິມລາຍວັນ; ໜັງສືພິມລາຍອາທິດ; ໜັງສືພິມລາຍເດືອນ (ເຫດການ ແລະພະຍານຫຼັກຖານ) ແລະໜັງສືພິມກອງທັບປະຊາຊົນເອເລັກໂຕນິກ.

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ຕ້ອນຮັບຄະນະນັກຂ່າວແຫ່ງ ສປປ ລາວ (ພາບ: ທູຖຸຍ-ຫວຽດເກືອງ.)

ດ້ວຍເປົ້າໝາຍຜັນຂະຫຍາຍການສ້າງໜັງສືພິມກອງທັບປະຊາຊົນຫວຽດນາມ ກາຍເປັນອົງການສື່ມວນຊົນຫຼາຍປະເພດ, ກໍານົດທິດຫາງສຽງ, ຕາມແຜນຮ່າງ “ກຳນົດແຜນການພັດທະນາ ແລະຄຸ້ມຄອງສື່ມວນຊົນທົ່ວປະເທດເຖິງປີ 2025” ຂອງລັດຖະບານ, ກົງກັບໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ, ໜັງສືພິມກອງທັບປະຊາຊົນເອເລັກໂຕນິກໄດ້ຈັດທົດລອງເວັບໄຊສະເພາະ video-audio.

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ແນະນໍາບັນດາວັດຖຸພັນຢູ່ຫ້ອງມູນເຊື້ອໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ຄະນະນັກຂ່າວແຫ່ງ ສປປ ລາວ. (ພາບ: ທູຖຸຍ-ຫວຽດເກືອງ)

ຕາມທ່ານພົົນຈັດຕະວາ ຟ້າມວັນຮ໋ວນ ແລ້ວ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການໂຄສະນາກ່ຽວກັບແນວທາງ, ທັດສະນະ, ນະໂຍບາຍຂອງພັກ ແລະລັດຫວຽດນາມ, ກ່ຽວກັບເສດຖະກິດ-ສັງຄົມ, ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາການເຄື່ອນໄຫວຂອງກໍາລັງປະກອບອາວຸດ.

ໂດຍປະຕິບັດແນວທາງພົວພັນຕ່າງປະເທດຂອງພັກ ແລະລັດຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສະຫງວນປະລິມານສ່ວນໃຫຍ່ເພື່ອໂຄສະນາກ່ຽວກັບສະພາບໂລກ, ບັນດາປະເທດໃນຂອບເຂດທົ່ວໂລກ, ພິເສດແມ່ນໂຄສະນາກ່ຽວກັບປະເທດຊາດ ແລະປະຊາຊົນ, ບັນດາຜົນງານພົ້ນເດັ່ນຂອງປະເທດລາວ ອ້າຍນ້ອງກໍ່ຄືສາຍພົວພັນແບບພິເສດຫວຽດນາມ-ລາວ.

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານ ປິ່ນປາດຖະໜາ ພັນທະມາລີ ກ່າວຄໍາເຫັນທີ່ການເຮັດວຽກກັບໜັງສືພິມກອງທັບປະຊາຊົນ ຫວຽດນາມ. (ພາບ: ທູຖຸຍ-ຫວຽດເກືອງ)

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ແນະນໍາບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. (ພາບ: ທູຖຸຍ-ຫວຽດເກືອງ)

ຄະນະນັກຂ່າວແຫ່ງ ສປປ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ຄະນະນັກຂ່າວແຫ່ງ ສປປ ລາວ ຖ່າຍຮູບເປັນທີ່ລະນຶກກັບການນໍາ, ນັກຂ່າວ, ນັກບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ. (ພາບ: ທູຖຸຍ-ຫວຽດເກືອງ)

ຕາງໜ້າຄະນະນັກຂ່າວແຫ່ງ ສປປ ລາວ, ທ່ານ ປິ່ນປາດຖະໜາ ພັນທະມາລີ ມີຄວາມປິຕິຊົມຊື່ນຊົມເມື່ອໄດ້ເຫັນປະຈັກຕາການເຕີບໃຫຍ່ເຂັ້ມແຂງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ກໍ່ຄືບັນດາການປະກອບສ່ວນສໍາຄັນຂອງໜັງສືພິມສໍາລັບປະເທດຫວຽດນາມ ແລະການປະກອບສ່ວນໃຫ້ແກ່ສາຍພົວພັນຫວຽດນາມ-ລາວ. ຄະນະນັກຂ່າວແຫ່ງ ສປປ ລາວ ກໍ່ຖືວ່າ, ການມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ເວົ້າລວມ, ຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ເວົ້າສະເພາະຈະນໍາມາເຊິ່ງບັນດາຄຸນຄ່າພຶດຕິກໍາຕົວຈິງທີ່ມີປະໂຫຍດໃຫ້ແກ່ບັນດານັກຂ່າວ ລາວ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.