ເປີດຕົວ​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ຊຸດ​ໃໝ່​ຂອງ​ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ

15:35 | 30/11/2022

ຍ​ສ​ໝ - ພາຍຫຼັງ 4 ວັນ​ປະຕິບັດ​ວຽກ​ງານ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ຄວາມ​ຮັບຜິດຊອບ, ຕອນ​ບ່າຍ​ວັນ​ທີ 24/11, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 22 ຂອງ​ສະມັດ​ຊາ​ໃຫຍ່​ສັນຕິພາບ​ໂລກ​ ​ເລືອກ​ຕັ້ງໄດ້​ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່​ດ້ວຍ​ສະມາຊິກ 40 ທ່ານ.

ເປີດຕົວ​ປື້ມເອເລັກໂຕນິກ “ຫວຽດ​ນາມ ​ໃນ​ສະ​ໄໝ​ໂຮ່​ຈິີມິນ - ພົງສາວະດານ​ໂທລະ​ພາບ” ເປີດຕົວ​ປື້ມເອເລັກໂຕນິກ “ຫວຽດ​ນາມ ​ໃນ​ສະ​ໄໝ​ໂຮ່​ຈິີມິນ - ພົງສາວະດານ​ໂທລະ​ພາບ”
ເປີດຕົວ 'ການ​ທ່ອງ​ທ່ຽວສີຂຽວ' ໂດຍລົດໄຟຟ້າ ສຳລັບ SEA Games 31 ເປີດຕົວ 'ການ​ທ່ອງ​ທ່ຽວສີຂຽວ' ໂດຍລົດໄຟຟ້າ ສຳລັບ SEA Games 31
ເປີດຕົວ​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ຊຸດ​ໃໝ່​ຂອງ​ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ
​ທ່ານ Pallab Sengupta ​ເປັນ​ປະທານ​ສະມັດ​ຊາ​ໃຫຍ່ ​ສັນຕິພາບ​ໂລກ​ໃນ​ສະ​ໄໝ​ໃໝ່​ນັບ​ແຕ່​ປີ 2022 (ພາບ: ທູ​ຈາງ)

ຕາມ​ນັ້ນ​ແລ້ວ, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ 100%, ຄະນະ​ບໍລິຫານ​ງານ​ສະ​ໄໝ​ໃໝ່​ໄດ້​ເລືອກ​ຕັ້ງ​ທ່ານ Pallab Sengupta - ​ເລຂາທິການ​ໃຫຍ່​ອົງການ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ທົ່ວ​ອິນ​ເດຍ - ​ເປັນ​ປະທານ​ສະມັດ​ຊາ​ໃຫຍ່ ​ສັນຕິພາບ​ໂລກ​ໃນ​ສະ​ໄໝ​ໃໝ່​ນັບ​ແຕ່​ປີ 2022. ​ໃນ​ຂະນະ​ນັ້ນທ່ານ Athanasios Pafilis ສືບ​ຕໍ່​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ສະມັດ​ຊາ​ໃຫຍ່​ສັນຕິພາບ​ໂລກ​ໂດຍ​ຄະນະ​ບໍລິຫານ​ງານເລືອກ​ຕັ້ງ, ທ່ານ Iraklis Tsavdaridis ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂານຸການ​ຖາວອນ​ຂອງ​ສະ​ມັດ​ຊາ​ໃຫຍ່​ສັນຕິພາບ​ໂລກ.

ຄະນະ​ບໍລິຫານ​ງານ​ສະ​ໄໝ​ໃໝ່​ຍັງ​ໄດ້​ເລືອກ​ຕັ້ງ​ບຸກຄະລາ​ກອນ​ໃຫ້ 5 ຕຳ​ແໜ່​ງຮອງ​ປະທານ​ທີ່​ຕາງໜ້າ​ໃຫ້​ບັນດາ​ພາກ​ພື້ນ, ລວມມີ: ສະມັດ​ຊາ​ໃຫຍ່ສັນຕິພາບ​ອາ​ເມ​ລິ​ກາ (ທະ​ວີບອາ​ເມ​ລິ​ກາ), ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ (ພາກ​ພື້ນ​ອາຊີ - ປາຊີ​ຟິກ), ສະມາຄົມ​ປ້ອງ​ກັນ​ ສັນຕິພາບ, ຄວາມສາມັກຄີ ແລະ ປະຊາທິປະໄຕ (ຕາເວັນອອກກາງ), ສະຫະພັນມິດຕະພາບ ແລະ ຄວາມສາມັກຄີປະຊາຊົນ Angola (ອາຟຣິກາ), ການເຄື່ອນໄຫວສັນຕິພາບເຊັກ (ເອີຣົບ).

ທ່ານ Pallab Sengupta - ປະ​ທານ​ສະ​ພາ​ສັນ​ຕິ​ພາບ​ໂລກ​ຄົນ​ໃໝ່ - ເກີດ​ໃນ​ວັນ​ທີ 14 ມັງ​ກອນ 1950 ຢູ່ປະ​ເທດ​ອິນ​ເດຍ. ລາວມີຄວາມຮັກແພງເປັນພິເສດຕໍ່ຫວຽດນາມ. ໃນ​ຊຸມ​ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ, ບໍ່​ວ່າ​ໃນ​ຖາ​ນະ​ການ​ໃດ​ກໍ​ຕາມ, ທ່ານ​ Pallab Sengupta ລ້ວນ​ແຕ່ສະ​ໜັບ​ສະ​ໜູນ​ຫວຽດ​ນາມ. ພິ​ເສດ, ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ນຳ​ບັນດາ​ອົງການ​ນັກ​ສຶກສາ ​ແລະ ຊາວ​ໜຸ່ມ​ສາກົນ, ທ່ານ Pallab Sengupta ​ໄດ້​ມານະ​ພະຍາຍາມ​ຊ່ວຍ​ເຫຼືອ​ພາ​ລະ​ກິດແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ຫວຽດນາມ.

ໃນ​ຖາ​ນະເປັນ​ທ່ານ​ເລຂາທິການ​ໃຫຍ່​ອົງການ​ສາມັກຄີ​ທົ່ວ​ປວງ​ຊົນ​ອິນ​ເດຍ (AIPSO), ທ່ານ Pallab Sengupta ​ໄດ້​ອຸທິດ​ສ່ວນ​ຫຼາຍ​ກິດຈະກຳ AIPSO ​ໃຫ້​ແກ່​ຫວຽດນາມ, ​ເຊັ່ນ: 2 ຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສາມັກຄີ, ມິດຕະພາບ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດກ່ຽວ​ກັບການພົວພັນຫວຽດນາມ - ອິນເດຍ, ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດກອງປະຊຸມ ແລະເຄືອຂ່າຍປະຊາຊົນຫຼາຍຝ່າຍ.

ປີ 2017, ໂດຍ​ໄດ້​ຮັ​ບ​ການມອດ​ສິດ​ຈາກ​ທ່ານ​ປະ​ທານ​ປະ​ເທດ, ສະ​ຫະ​ພັນ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO) ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ຫລຽນ​ກາ​ມິດ​ຕະ​ພາບ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ໃຫ້​ແກ່ ທ່ານ Pallab Sengupta, ລາງວັນ​ນີ້​ເປັນ​ການ​ເຊີດ​ຊູ ​ແລະ ​ຮັບ​ຮູ້​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທ່ານ Pallab Sengupta ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.