ເສ​ດ​ຖະ​ກິດ​ຫວຽດ​ນາມ ມີ​ສັນ​ຍານ​ຕັ້ງ​ໜ້າຫຼາຍ​ຢ່າງ ໃນ​ເດືອນ ຕຸ​ລາ ແລະ 10 ເດືອ​ນປີ 2022

09:40 | 30/10/2022

ວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ປະກາດຂໍ້ມູນສະຖິຕິກ່ຽວກັບສະພາບການເສດຖະກິດເດືອນ ຕຸລາ ແລະ 10 ເດືອນປີ 2022 ຢູ່ ຫວຽດນາມ.

undefined
ພາບປະກອບ: TTXVN

ຂໍ້ມູນໂດຍກົມໃຫຍ່ສະຖິຕິໄດ້ຊີ້ໃຫ້ເຫັນວ່າ ເດືອນຕຸລາ 2022, ຍອດວົງເງິນນຳເຂົ້າ, ສົ່ງອອກສິນຄ້າຂອງ ຫວຽດນາມ ຄາດວ່າ ບັນລຸ 58,27 ຕື້ USD, ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ກັບເດືອນກັນຍາ ແລະ ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021. ຄິດໄລ່ລວມ 10 ເດືອນປີ 2022, ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າຄາດຄະເນວ່າ ບັນລຸ 616 ຕື້ USD, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ດຸ່ນການຄ້າສິນຄ້າ 10 ເດືອນຄາດຄະເນວ່າ ສ່ົງອອກເກີດດຸນ 9,4 ຕື້ USD. ກ່ຽວກັບຕະຫຼາດສົ່ງອອກ - ນຳເຂົ້າສິນຄ້າໃນ 10 ເດືອນ ປະເທດອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ກ່ວາໝູ່ຂອງ ຫວຽດນາມ, ໃນຂະນະນັ້ນ ຈີນແມ່ນຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງ ຫວຽດນາມ.

ໃນຂະນະນັ້ນ, ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ ໃນ10 ເດືອນປີ 2022, ຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ, ຊື້ສ່ວນທຶນປະກອບຂອງນັກລົງທຶນຕ່າງປະເທດ ຢູ່ ຫວຽດນາມບັນລຸກ່ວາ 22,46 ຕື້ USD.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.