ຂົນຂວາຍຄວາມເປັນທຳໃຫ້ທະເລຕາເວັນອອກ: ໝູ່ເພື່ອນສຳນຽງດຽວກັນ

16:27 | 05/12/2019

ຍສໝ - ມາຮອດປັດຈຸບັນນີ້, VUFO ແລະ ບັນດາອົງການຈັດຕັ້ງສະມາຊິກໄດ້ມີເປັນພັນສາຂາ, ໝູ່ເພື່ອນ, ເພື່ອນຮ່ວມມື ທີ່ຂຶ້ນກັບທຸກໆຊົນຊັ້ນ, ກ້ອນກຳລັງສັງຄົມໃນທົ່ວທະວີບໄດ້ອັບເດດກ່ຽວກັບສະພາບທະເລຕາເວັນອອກ. ແລະພວກເຂົາພ້ອມທີ່ຈະຊ່ວຍເຫຼືອຄວາມຖືກຕ້ອງ ແລະ ເປັນທຳຂອງຫວຽດນາມກ່ຽວກັບບັນຫານີ້.

ຂົນຂວາຍຄວາມເປັນທຳໃຫ້ທະເລຕາເວັນອອກ: ໝູ່ເພື່ອນສຳນຽງດຽວກັນ

ທ່ານ Marcel Winter ປະທານສະມາຄົມເຊັກ - ຫວຽດນາມ ສະໜັບສະໜູນ ຫວຽດນາມ ໃນບັນຫາທະເລຕາເວັນອອກ.

ວັນທີ 12 ກັນຍາ 2019, ເມຶ່ອເຮຶອຫຼາຍລຳຂອງຈີນໄດ້ກະທຳລະເມີດກົດຢູ່ທະເລຕາເວັນອອກ, ສະມາຄົມຄົນເກົາຫຼີໃຕ້ຮັກຫວຽດນາມ (VESAMO) ໄດ້ອອກປະກາດໃຫ້ຈີນຢຸດຢັ້ງການກະທຳລະເມີດນັ້ນ. 2 ປີກ່ອນໜ້ານີ້, ເມື່ອຕ້ອງການຕໍ່ສູ້ປົກປ້ອງສິດອະທິປະໄຕໃນທະເລຕາເວັນອອກຂອງຫວຽດນາມ, ວັນທີ 17/11/2017, ຢູ່ທີ່ມະຫາວິທະຍາໄລເຕັກນິກ Dongwon (ຢາງຊານ, ເກົາຫຼີໃຕ້), ສະມາຄົມຄົນເກົາຫຼີໃຕ້ຮັກຫວຽດນາມ (VESAMO), ມະຫາວິທະຍາໄລເຕັກນິກ Dongwon, ມະຫາວິທະຍາໄລ Youngsan (ສູນຄົ້ນຄວ້າກົດໝາຍທາງທະເລ, ສູນຮຽນຮູ້ສາກົນ, ສູນຄົ້ນຄວ້າຫວຽດນາມ) ແລະສະຖາບັນວິທະຍາສາດເຕັກນິກມະຫາສະໝຸດທະເລເກົາຫຼີໃຕ້ໄດ້ຈັດຕັ້ງສຳມະນາກ່ຽວກັບທະເລຕາເວັນອອກ. ໃນງານສຳມະນາໄດ້ສາຍຫຼາຍກ່ວາ 30 ຮູບ ແລະເອກະສານຫຼາຍຢ່າງກ່ຽວກັບສະພາບການໂຕຈິງຂອງທະເລຕາເວັນອອກລວມມີ: ແຜນທີ່ປະຫວັດສາດທະເລຕາເວັນອອກຜ່ານແຕ່ລະໄລຍະ, ຮູບຫາດຫີນຢູ່ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ...

ຢູ່ນີ້, ບໍ່ແມ່ນພຽງຂ່າວທີ່ຊື່ສັດ, ໂດຍລວມ ແລະ ອັບເດດກ່ຽວກັບສະພາບການຂອງທະເລຕາເວັນອອກແຕ່ມັນຍັງສ້າງບັນຍາກາດສາມັກຄີ, ແບ່ງປັນ, ເຫັນໃຈຂອງຫຼາຍໆຄົນທັງໃນ ແລະ ນອກງານສຳມະນາກໍ່ມີຄວມຮູ້ສຶກແບບດຽວກັບຫວຽດນາມ. ເນື່ອງຈາກການແບ່ງປັນຂ່າວສານຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) , ບໍ່ພຽງແຕ່ເກົາຫຼີໃຕ້, ຫຼາຍປະເທດໃນໂລກກໍ່ໄດ້ອອກສຽງຊ່ວຍຫວຽດນາມໃນບັນຫາທະເລຕາເວັນອອກ. ເດືອນ 10/2019, ປະທານສະມາຄົມ ແບນຊິກ - ຫວຽດ Pierre Gréga ໃຫ້ຮູ້ວ່າ: ຕໍ່ກັບວຽກທີ່ຈີນໄດ້ກະທຳຜິດຢ່າງຮ້າຍແຮງກົດໝາຍສາກົນ ແລະ ສິດອະທິປະໄຕຂອງຫວຽດນາມໃນຂົງເຂດທະເລຕາເວັນອອກ. ສະມາຄົມ ແບນຊິກ - ຫວຽດ ຈະຂົນຂວາຍລັດຖະບານ ແລະ ພັນທະມິດເອີຣົບ ຮຽກຮ້ອງໃຫ້ຈີນປະຕິບັດກົດໝາຍສາກົນ ແລະ ເຄົາລົບສິດອະທິປະໄຕ, ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຫວຽດນາມໃນຂົງເຂດນີ້.

ຕໍ່ຈາກນັ້ນ, ປະທານສະມາຄົມ ມິດຕະພາບ ຮຸງກາຣີ - ຫວຽດນາມ, ທ່ານ Botz László; ປະທານສະມາຄົມ ແຊັກ - ຫວຽດ ທ່ານ Marcel Winter ໄດ້ໃຫ້ຂໍ້ມູນກັບຂ່າວ ຫຼື ມີບົດປະຕິເສດທີ່ຂຶ້ນໃນໜ້າເວັບຂອງສະມາຄົມ ສະໜັບສະໜຸນບັນດາຖະແຫຼງການສິດອະທິປະໄຕຖືກຕ້ອງຕາມກົດໝາຍ ແລະ ແທ້ຈິງຂອງຫວຽດນາມຢູ່ທະເລຕາເວັນອອກ. ກ່ອນສະພາບການເຄັ່ງຕຶງ, ສັບສົນ ຢູ່ທະເລຕາເວັນອອກ, ຕອບສະໜອງຄວາມຮຽກຮ້ອງການເຄື່ອນໄຫວຂອງVUFO ແລະ ບັນດາອົງການຈັດຕັ້ງສະມາຊິກຢູ່ສູນກາງ ແລະ ທ້ອງຖິ່ນ, ໄດ້ມີໝູ່ເພື່ອນຈຳນວນຫຼາຍ, ຄູ່ຮ່ວມມືສາກົນມີການຕອບໂຕ້ດ້ານບວກ ແລະ ມີການເຄື່ອນໄຫວໂຕຈິງເພຶ່່ອສະໜັບສະໜຸນຫວຽດນາມ. VUFO ໄດ້ຮ່ວມມືກັບຄູ່ຮ່ວມມືເກົາຫຼີໃຕ້ຈັດຕັ້ງສຳມະນາມີລັກສະນະປະຈຳກ່ຽວກັບທະເລຕາເວັນອອກແນໃສ່ຕອບສະໜອງຄວາມຄິດເຫັນຂອງປະຊາຊົນເກົາຫຼີໃຕ້ ກ່ຽວກັບສະພາຍການໂຕຈິງ ແລະ ຈຸດຢືນຂອງປະເທທດເຮົາກ່ຽວກັບບັນຫານີ້.

ພ້ອມກັນນັ້ນ, ເຄື່ອນໄຫວຕາໜ່າງໝູ່ເພື່ອນເອີຣົບສະໜັບສະໜຸນຫວຽດນາມກ່ຽວກັບບັນຫາທະເລຕາເວັນອອກ, ອອກແຈ້ງການສະໜັບສະໜຸນຫວຽດນາມກ່ຽວກັບບັນຫາທະເລຕາເວັນອອກສົ່ງໃຫ້ສະຫະປະຊາຊາດ. ສະພາເອີຣົບແລະ ສະພາຂອງແຕ່ລະປະເທດຢູ່ເອີຣົບ ສະແດງໃຫ້ເຫັນເຖິງການຕໍ່ຕ້ານວຽກທີ່ຈີນລະເມີດສົນທິສັນຍາກ່ຽວກັບກົດໝາຍທະເລ.

(ໄຊພອນ)

ເຫດການ
302 Found

Found

The document has moved here.