ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ເລື່ອນເວລາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຢູ່ຫວຽດນາມ

06:35 | 21/03/2020

ຍສໝ - ໂດຍປະເຊີນໜ້າກັບສະພາບການທີ່ສັບສົນຂອງພະຍາດ COVID-19, ໃນວັນທີ 19 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍເຖິງຜູ້ນຳບັນດາປະເທດອາຊຽນ ແລະ ຜູ້ນຳປະເທດນິວຊີແລນ.

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ເລື່ອນເວລາຂອງກອງປະຊຸມສຸດຍອດອາຊຽນ 36 ແລະ ກອງປະຊຸມຜູ້ນຳອາຊຽນ - ນິວຊີແລນ, ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ກຳນົດຈັດຕັ້ງໃນວັນທີ 8 - 9 ເມສາ 2020 ຮອດທ້າຍເດືອນມິຖຸນາ 2020 ທີ່ນະຄອນດານັງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ຫວຽດນາມໄດ້ກະກຽມທຸກດ້ານຢ່າງຕັ້ງໜ້າແລ້ວ ແລະ ໄດ້ສຳເລັດການຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36. ແຕ່ວ່າ, ທ່ານນາຍົກລັດຖະມົນຕີຢືນຢັນ ການປັບປຸງເວລາການປະຊຸມ ແມ່ນມີຄວາມຈຳເປັນໃນສະພາບການຂອງການລະບາດຂອງ COVID-19 ທີ່ແຜ່ລະບາດຢູ່ໃນພາກພື້ນ ແລະ ສາກົນ, ແລະ ຍ້ອນວ່າ ອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການວ່າ: COVID-19 ແມ່ນໂລກລະບາດທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ດ້ວຍຄວາມຕັດສິນໃຈ, ຄວາມພະຍາຍາມຮ່ວມກັນ, ແລະ ຄວາມສາມັກຄີ, ປະຊາຄົມ ອາຊຽນ ສາມາດຍຶດໝັ້ນເພື່ອຮັບມືກັບທຸກໆສິ່ງທ້າທາຍ, ຮັບປະກັນຊີວິດທີ່ສະຫງົບສຸກໃຫ້ແກ່ປະຊາຊົນ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດສະມາຊິກຕ່າງໆ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ເລື່ອນເວລາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຢູ່ຫວຽດນາມ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ໄດ້ມີການພົບປະກັບເອກອັກຄະລັດຖະທູດບັນດາປະເທດນິວຊີແລນ. (ພາບ: TG&VN)

ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ໄດ້ມີການພົບປະກັບ ເອກອັກຄະລັດຖະທູດບັນດາປະເທດອາຊຽນ ແລະ ປະເທດນິວຊີແລນ ເພື່ອສົ່ງຈົດໝາຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການນຳຂອງບັນດາປະເທດນີ້.

ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຢືນຢັນວ່າ, ເຖິງວ່າອາຊຽນພວມປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກການລະບາດ, ແຕ່ອາຊຽນຕ້ອງສືບຕໍ່ຊຸກຍູ້ຄວາມມານະພະຍາຍາມ ເພື່ອຮັກສາ ກຳລັງແຮງຂອງການຮ່ວມມື ແລະ ເຊື່ອມໂຍງ, ຊຸກຍູ້ຈິດໃຈຂອງປະຊາຄົມອາຊຽນ ໃຫ້ມີຄວາມສະໜິດຕິດພັນ ແລະ ເໝາະສົມຢ່າງເປັນເຈົ້າການ ເຂົ້າກັບສິ່ງທ້າທາຍຢ່າງຕັ້ງໜ້າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.