ຫຼົງໄຫຼກັບເສັ້ນທາງທີ່ເຕັມໄປດ້ວຍສີບົວຂອງດອກເຕື່ອງວີ ທີ່ໂຣມານຕິກ ຄືຢູ່ໃນສວນແຫ່ງເທບນິຍາຍ | |
ຫຼົງໄຫຼກັບທິວທັດອັນງົດງາມຢູ່ວັດທີ່ມີພະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດຫວຽດນາມ |
ໂດຍເປັນແຂວງຢູ່ເຂດຕາເວັນອອກພາກເໜືອຫວຽດນາມ, ບັກກ້ານ ໄດ້ຮູ້ຈັກ ເຖິງວ່າເປັນດິນແດນທີ່ມີທິວທັດທຳມະຊາດຫຼາຍແຫ່ງນັບແຕ່ຖ້ຳ, ໜອງນ້ຳຈືດໄປຮອດປ່າສະຫງວນ… ສຳລັບນັກທ່ອງທ່ຽວທີ່ມັກທຳມະຊາດ, ມັກຄົ້ນຫາຄວາມງາມຂອງທຳມະຊາດ, ຄວາມສະຫງົບງຽບຂອງດິນແດນທ້ອງຟ້າ, ບັກກ້ານ ຈະເປັນສະຖານທີ່ສຸດຍອດເພື່ອຄົ້ນຫາ ນັ້ນແມ່ນເຂດທົ່ງຫຍ້າ ຊາມຈຽມ.
ເຂດທົ່ງຫຍ້າ ຊາມຈຽມ ຍັງເປັນທີ່ຮູ້ຈັກວ່າເປັນພູແຫ່ງຄວາມຮັກ. (ພາບ: ກວານແທງງວຽນ)
ຫຍ້າສີຂຽວງາມ ຢູ່ຊາມຈຽມ. (ພາບ: ດັງຫາຍ)
ທິວທັດທີ່ສວຍງາມປາກົດຢູ່ຕໍ່ຫນ້ານັກທ່ອງທ່ຽວ. (ພາບ: ດັງຫາຍ)
ຕົ້ນໄມ້ທີ່ຂຽວງາມຢາຍໄປທົ່ວພູ. (ພາບ: ຮວ່າງເຟືອງ)
ຝູງສັດລ້ຽວ ປະດັບຈຸດຄວາມງຽບສະຫງົບຂອງ ຊາມຈຽມ. (ພາບ: ກວານແທງງວຽນ)
ຊາມຈຽມ ເປັນບ່ອນຕັ້ງຄ້າຍທີ່ໄດ້ນິຍົມທີ່ສຸດສໍາລັບໄວຫນຸ່ມ. (ພາບ: ເລຈ່ຽວເຢືອງ)
ເບິ່ງຕາເວັນຂຶ້ນ ຫຼື ຕາເວັນຕົກຢູ່ໃນ ຊາມຈຽມ ລ້ວນແຕ່ເປັນປະສົບການທີ່ບໍ່ອາດລືມໄດ້. (ພາບ: ໂດລີງ)
![]() |
ບູນມີ