ບິ່ງ​ລຽວ - ສະ​ຖານ​ທີ່​ນັດ​ພົບ​ທີ່​ດຶງ​ດູດ​ໃຈ​ໃນຍາມທີ່ບໍ່ແມ່ນ​ລະ​ດູ​ການ​ທ່ອງ​ທ່ຽວ​

07:23 | 14/11/2022

ຍ​ສ​ໝ - ໂດຍ​ໄດ້​ຮັບ​ຖື​ວ່າ ແມ່ນ “ຊາ​ປາ​ ຂະໜາດນ້ອຍຂອງ ກວາງ​ນິງ”, ບິ່ງ​ລຽວ​ນັບ​ມື້​ນັບ​ມີ​ຄວາມ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວຫຼາຍ​ຂຶ້ນ, ສ່ວນຫຼາຍ​ແມ່ນ​ເພື່ອນ​ໜຸ່ມ​ທີ່​ມີ​ຄວາມ​ນິ​ຍົມ​ໄປ​ທ່ອງ​ທ່ຽວ​, ຄົ້ນ​ຫາ ແລະ ລົງ​ພຶດ​ຕິ​ກຳ​ຕົວ​ຈິງ.

ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ
ໄຂວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ພໍ່​ແມ່​ພີ່​ນ້ອງ​ຊາວ​ເຜົ່າ ຂະ​ແມ ພາກ​ໃຕ້ ຫວຽດ​ນາມ ໄຂວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ພໍ່​ແມ່​ພີ່​ນ້ອງ​ຊາວ​ເຜົ່າ ຂະ​ແມ ພາກ​ໃຕ້ ຫວຽດ​ນາມ
ບິ່ງ​ລຽວ (ພາ​ບ: TTXVN)
ບິ່ງ​ລຽວ ໂດຍ​ໄດ້​ຮັບ​ຖື​ວ່າ ແມ່ນ “ຊາ​ປາ​ ຂະໜາດນ້ອຍຂອງ ກວາງ​ນິງ”

ເມືອງ​ບິ່ງ​ລຽວ, ແຂວງກວາງ​ນິງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ມີ​ຊື່​ສຽງ​ຄື ກະ​ດູກ​ສັນຫຼັງ ໄດ​ໂນ​ເສົາ, ສະ​ຫວັນ​ຫຍ້າເລົາ.

ບັນ​ດາ​ທົ່ງ​ເຂົ້າ​ສຸກ​ເຫຼືອ​ອາ​ລ່າມ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ, ເຂດ​ພູ​ສູງ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ຄື ກາວ​ບາ​ແລງ, ກາວ​ລີ, ກາ​ວ​ຊຽມ, ສວນດອກ​ໄມ້​ກາວ​ເຊີນ, ຕາດ​ແຄວັນ, ຕາດແຄ​ຕຽນ, ຕາດແມ່​ນ້ຳ​ມອກ, ບັນ​ດາຫຼັກ​ໝາຍ​ຊາຍ​ແດນ​ທີ່​ສວຍ​ງາມ ແລະ ສັກ​ກະ​ລະ​ບູ​ຊາ…ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ, ເປັນ​ຕົ້ນ​ແມ່ນ​ລະ​ດູ​ໃບ​ໄມ້ຫຼົ່ນ - ລະ​ດູ​ໜາວ (ຍາມທີ່ບໍ່ແມ່ນລະ​ດູ​ການ​ທ່ອງ​ທ່ຽວ​).

ໂດຍ​ໄດ້​ຮັບ​ຖື​ວ່າ ແມ່ນ “ຊາ​ປາ ​ຂະໜາດນ້ອຍຂອງ ກວາງ​ນິງ”, ບິ່ງ​ລຽວ​ນັບ​ມື້​ນັບ​ມີ​ຄວາມ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວຫຼາຍຂຶ້ນ, ສ່ວນຫຼາຍ​ແມ່ນ​ເພື່ອນ​ໜຸ່ມ​ທີ່​ມີ​ຄວາມ​ນິ​ຍົມ​ໄປ​ທ່ອງ​ທ່ຽວ​, ຄົ້ນ​ຫາ ແລະ ລົງ​ພຶດ​ຕິ​ກຳ​ຕົວ​ຈິງ.

ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ບິ່ງ​ລຽວ​ເລີ່ມ​ເພີ່ມ​ຂຶ້ນ​ສູງ​ນັບ​ແຕ່​ເດືອນ​ຕຸ​ລາ, ເມື່ອ​ອາ​ກາດ​ເລີ່ມ​ເຂົ້າ​ລະ​ດຸ​ໃບ​ໄມ້ຫຼົ່ນ - ລະ​ດູ​ໜາວ ກໍ່​ຄື​ໃນ​ຈຸດ​ເວ​ລາ ບິ່ງ​ລຽວ ​ກ້າວ​ເຂົ້າ​ສູ່​ລະ​ດູ​ງາມ​ທີ່​ສຸດ​ໃນ​ປີ.

ທ່ານ ​ເລືອງ​ທຽນ​ຝຸ (ມີ​ອາ​ຍຸ 84 ປີ, ຊາວ​ເຜົ່າ​ໄຕ, ຕ​າ​ແສງ ລຸກ​ຮົ່ນ, ເມືອງ​ບິ່ງ​ລຽວ) ໃຫ້​ຮູ້​ວ່າ ເມື່ອຮອດລະ​ດູ​ເກັບກ່ຽວ ​ຊາ​ວ​ເຜົ່າ​ໄຕ ​ເຄີຍ​ຈັດ​ຕັ້ງ​ວັນ​ບຸນ​ກິນ​ເຂົ້າ​ໃໝ່. ທັງ​ປີ ພໍ່​ແມ່​ປະ​ຊາ​ຊົນ​ອອກ​ແຮງ​ງານ​ຢ່າງ​ລຳ​ບາກ​ກາກ​ກຳ, ສຸດ​ທ້າຍ ກໍໄດ້​ເກັບ​ກ່ຽວ ສະນັ້ນ ຈຶ່ງ​ຈັດ​ງານ​ບຸນ​ສະຫຼອງ​ລະ​ດູ​ເກັບກ່ຽວທີ່​ໄດ້​ຮັບ​ຜົນ​ດີນັ້ນ.

ໃນ​ໂອ​ກາດ​ນີ້, ເຂົາ​ເຈົ້າຈະ​ເຊີນ​ຍາດ​ຕິ​ພີ່​ຍ້ອງ, ເພື່ອນ​ມິດ,ລູກຫຼານ​ກັບ​ມາຄົບ​ຖ້ວນ​ໝົດ​ທຸກ​ຄົນ ເພື່ອ​ສະຫຼອງ​ປີ​ໜຶ່ງ​ທີ່​ມີ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ ແລະ ຫວັງ​ວ່າ​ປີ​ຕໍ່​ໄປ​ກໍ່​ຈະ​ຮັບ​ຜົນ​ດີ​ກ່​ວາ.

ແຂກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ຮັບ​ປະ​ທານ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຄົມ​ຊາວ​ເຜົ່າ​ໄຕ, ຢາວ, ຊ້ານ​ຈີ ດ້ວ​ຍ​ເຂົ້າ​ໜຽວ 7 ສີ, ໄກ່​ບ້ານປິ້ງ​, ເສັ້ນຫຼ້ອນ​ບິ່ງ​ລຽວ, ປາ​ຫວ້ຍ, ແກງ​ຜັກ​ປ່າ… ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຟັງ​ບັນ​ດາ​ບົດ​ເພງ ຊອງ​ກໍ ​ໃນ​ທົ່ງ​ນາ​ທີ່​ມີ​ກິ່ນ​ຫອມ​ຫວນ​ຂອງ​ເຂົ້າ​ສຸກ​ອີກ​ດ້ວຍ.

ເພື່ອ​ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ຍາມ​ທ້າຍ​ປີ, ນຳ​ມາ​ເຊິ່ງ​ຜະ​ລິດ​ຕ​ະ​ພັນຫຼາຍ​ຢ່າງ, ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ການ​ທ່ອງ​ທ່ຽວ​ໃໝ່​ອ່ຽມໃຫ້​ແກ່​ແຂກ​ທ່ອງ​ທ່ຽວ, ເມືອງ​ບິ່ງ​ລ້ຽວ ໄດ້​ຈັດ​ຕັ້ງ​ເຫດ​ການ​ວັດ​ທະ​ນະ​ທຳ, ກິ​ລາ​ທີ່​ດຶງ​ດູດ​ໃຈ​ໃນ​ຂອບ​ເຂດ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ປີ 2022 ດ້ວຍ​ຈຸດ​ພົ້ນ​ເດັ່ນ​ແມ່ນ ລະ​ດູ​ເຂົ້າ​ສຸກ​ເຫຼືອງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.