ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ​ສາ​ກົນ ປີ 2022

08:24 | 22/10/2022

ໃນລະຫວ່າງວັນທີ 18 – 20 ຕຸລາ, ສັບປະດາຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີເນັດ ສາກົນ ສິງກະໂປ 2022 (SICW2022) ຖືກຈັດຂຶ້ນແບບເຊິ່ງໜ້າຢູ່ຫໍປະຊຸມ ແລະ ວາງສະແດງສາກົນ Marina Bay Sands, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂັ້ນສູງຂອງພາກພື້ນ ແລະ ສາກົນ.

ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ສິ​ດ​ທິ​ມະ​ນຸດ ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ສິ​ດ​ທິ​ມະ​ນຸດ
ເພີ່ມ​ທະ​ວີ​ຄຳ​ໝັ້ນ​ສັນ​ຍາ​ກັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິ​ດ​ແຖວ​ໜ້າ​ຂອງ OECD ເພີ່ມ​ທະ​ວີ​ຄຳ​ໝັ້ນ​ສັນ​ຍາ​ກັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິ​ດ​ແຖວ​ໜ້າ​ຂອງ OECD
ຜູ້ແທນບັນດາປະເທດເຂົ້າຮ່ວມສັບປະດາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດສາກົນ ປີ 2022 (ພາບ: TTXVN)
ຜູ້ແທນບັນດາປະເທດເຂົ້າຮ່ວມສັບປະດາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດສາກົນ ປີ 2022 (ພາບ: TTXVN)

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ນຳໜ້າ, ເຂົ້າຮ່ວມກິດຈະກຳຫຼັກຂອງລາຍການ SICW2022 ເຊິ່ງລວມມີ ພິທີໄຂ, ວາລະປະຊຸມໂຕະມົນຂັ້ນລັດຖະມົນຕີ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ຄັ້ງທີ 7 (AMCC7).

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມ AMCC7, ທ່ານລັດຖະມົນຕີ ໂຕເລີມ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງຫວຽດນາມ ທີ່ວ່າ ຈະສືບຕໍ່ເຂົ້າຮ່ວມວິວັດທະນາການຊຸກຍູ້ຄວາມມານະພະຍາຍາມໃນ ອາຊຽນ ຢ່າງຕັ້ງໜ້າ, ແທດຈິງ, ມີປະສິດທິຜົນ ເພື່ອແນໃສ່ຮັບມືກັບໄພນາບຂູ່ດ້ານຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີເນັດ ແລະ ການປ້ອງກັນ, ຕ້ານການບຸກໂຈມຕີທາງ ອິນເຕີເນັດ. ກໍຕາມທ່ານລັດຖະມົນຕີ ໂຕເລີມ ແລ້ວ, ບັນດາປະເທດ ອາຊຽນ ຄວນສົມທົບກັນຈັດເວທີປາໄສກົດໝາຍກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃນ ອາຊຽນ ເພື່ອເພີ່ມທະວີການແລກປ່ຽນກ່ຽວກັບການນຳໃຊ້ກົດໝາຍສາກົນເຂົ້າໃນຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີເນັດ; ສົມທົບກັນຜັນຂະຫຍາຍໂຄງການຍົກສູງຄວາມຮັບຮູ້ ແລະ ທັກສະການນຳໃຊ້ອິນເຕີເນັດຢ່າງປອດໄພໃຫ້ແກ່ປະຊາຊົນ - ຜູ້ນຳໃຊ້ອິນເຕີເນັດໃນ ອາຊຽນ,… ປະກອບສ່ວນຍົກສູງປະສິດທິຜົນຂອງວຽກງານຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ການບຸກໂຈມຕີທາງເຄືອຂ່າຍ ອິນເຕີເນັດ.

ໃນຂອບເຂດສັບປະດາ SICW2022, ທ່ານລັດຖະມົນຕີ ໂຕເລີມ ໄດ້ມີການພົບປະສອງຝ່າຍກັບການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງຂອງ ສິງກະໂປ, ອາເມລິກາ ອົດສະຕາລີ ຢູ່ນອກກອງປະຊຸມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.