ຫັນປ່ຽນພະລັງງານແມ່ນປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ຫລຸດຜ່ອນ ອາຍພິດລົງເປັນ 0 ໃນປີ 2050

16:46 | 09/11/2022

ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ການຫັນປ່ຽນພະລັງງານແມ່ນປັດໄຈຫຼັກແຫຼ່ງເພື່ອໃຫ້ ຫວຽດນາມ ປະຕິບັດເປົ້າໝາຍຫລຸດຜ່ອນ ອາຍພິດລົງເປັນ 0 ໃນປີ 2050 ເຊິ່ງ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຢູ່ COP26.

ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050 ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050
ທະນາຄານໂລກ: ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕ 7,5% ໃນປີ 2022 ທະນາຄານໂລກ: ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕ 7,5% ໃນປີ 2022
ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

ຫວ່າງແລ້ວນີ້, ຢູ່ນອກກອງປະຊຸມຄັ້ງທີ 27 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ເຊິ່ງຈັດຂຶ້ນແຕ່ວັນທີ 6 – 18 ພະຈິກ ຢູ່ນະຄອນ Sharm El-Sheikh ຂອງ ອີຢິບ, ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານ ເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ ມີການເຮັດວຽກກັບທ່ານ Alok Sharma, ປະທານ COP26 - ຜູ້ຕາງໜ້າລາຊະອານາຈັກ ອັງກິດ, ສະຫະພາບ ເອີລົບ (EU) ແລະ ກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7) ກ່ຽວກັບການໜູນຊ່ວຍ ຫວຽດນາມ ໃນວິວັດການຫັນປ່ຽນພະລັງງານ.

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ການຫັນປ່ຽນພະລັງງານແມ່ນປັດໄຈຫຼັກແຫຼ່ງເພື່ອໃຫ້ ຫວຽດນາມ ປະຕິບັດເປົ້າໝາຍຫລຸດຜ່ອນ ອາຍພິດລົງເປັນ 0 ໃນປີ 2050 ເຊິ່ງ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຢູ່ COP26. ແຕ່ເຖິງຢ່າງໃດກໍ່ຕາມ, ໃນວິວັດການຫັນປ່ຽນ, ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ສ່ວນທ່ານ Alok Sharma ຊົມເຊີຍຄຳໝັ້ນສັນຍາຫັນປ່ຽນພະລັງງານຢ່າງແຮງຂອງ ຫວຽດນາມ ເພື່ອແນໃສ່ຫລຸດຜ່ອນອາຍພິດເຮືອນແກ້ວ; ພ້ອມທັງເຫັນດີເປັນເອກະພາບສືບຕໍ່ວິວັດການເຈລະຈາເພື່ອມຸ່ງໄປເຖິງຄວາມເປັນເອກະພາບເພື່ອຮັບປະກັນຜົນປະໂຫຍດຢ່າງກົມກ່ຽວຂອງທັງສອງຝ່າຍ. ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານ Alok Sharma ໄດ້ແລກປ່ຽນບັນດາຂໍ້ຄົງຄ້າງເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມທັງເຫັນດີເປັນເອກະພາບວ່າສອງຝ່າຍຄວນມີບັນດາຄຳໝັ້ນສັນຍາດ້ານການເມືອງກ່ຽວກັບບັນຫາຫັນປ່ຽນພະລັງງານ.

ສານຂອງ ຫວຽດນາມ ທີ່ COP27 ແມ່ນ “ຄຳໝັ້ນສັນຍາໄປຄຽງຄູ່ກັບການກະທຳ” ໃນບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.