ກາ​ນພົວພັນ​ຕ່າງປະ​ເທດຂອງຫວຽດນາມໃນ ປີ 2019 ປະກອບສ່ວນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕ

15:38 | 24/12/2019

ຍສໝ - ຫວຽດນາມໄດ້ຢຶດໝັ້ນກັບບັນດາມາດຕະການຕໍ່ສູ້ຜ່ານເສັ້ນທາງການທູດ, ຍົກສູງຄວາມໂປ່ງໃສໃນວິວັດການແກ້ໄຂບັນດາການຂັດແຍ້ງກັນ, ຍາມໃດກໍ່ຮັກສາທ່າທີໃຫ້ຄວາມຮ່ວມມືເມື່ອເກີດມີຂໍ້ຂັດແຍ່ງ.

ກາ​ນພົວພັນ​ຕ່າງປະ​ເທດຂອງຫວຽດນາມໃນ ປີ 2019 ປະກອບສ່ວນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕ

ກາ​ນພົວພັນ​ຕ່າງປະ​ເທດຂອງຫວຽດນາມໃນ ປີ 2019 ປະກອບສ່ວນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕ.(ພາບ:laodong.vn)

ປີ 2019, ມີບັນດາການຢ້ຽມຢາມສຳຄັນລະຫວ່າງສອງຝ່າຍໄດ້ຮັບການປະຕິບັດ. ຜ່ານນັ້ນ, ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມື, ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ ແລະ ບັນດາປະເທດໃຫຍ່ ສືບຕໍ່ເຂົ້າສູ່ລວງເລິກ.

ວຽກງານການພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2019 ຍັງສ້າງຂີດໝາຍບາດລ້ຽວອັນໃຫຍ່ຫຼວງໃນເວທີປາໄສຫຼາຍຝ່າຍເມື່ອຍາດໄດ້ໄຊຊະນະໃນການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ດ້ວຍຈໍານວນບັດສະໜັບສະໜູນສູງລະດັບສະຖິຕິ. ຂີດໝາຍພົ້ນເດັ່ນໃນການພົວພັນຕ່າງປະເທດດ້ານເສດຖະກິດໃນປີ 2019 ແມ່ນ ຫວຽດນາມ ແລະ ສະຫະພາບ ເອີລົບ (EU) ໄດ້ລົງນາມສັນຍາການຄ້າເສລີ (EVFTA), ສັນຍາອາລັກຂາການລົງທຶນ (IPA) ຢ່າງເປັນທາງການ ພາຍຫຼັງການເຈລະຈາມາເປັນໄລຍະຍາວ. EVFTA ແລະ EVIPA ໄດ້ສ້າງບັນດາໂອກາດອັນໃຫຍ່ຫຼວງເພື່ອໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງສຸດຂີດ ແລະ ໜູນຊ່ວຍເຊິ່ງກັນແລະກັນ, ຍູ້ແຮງການແລກປ່ຽນການຄ້າ, ລົງທຶນ, ຊຸກຍູ້ການພັດທະນາແບບຍືນຍົງ.

ໜຶ່ງໃນບັນດາເຫດການທາງການທູດສໍາຄັນທີ່ດຶງດູດຄວາມສົນໃຈແຖວໜ້າຂອງໂລກໃນຊຸມເດືອນຕົ້ນປີ 2019 ແມ່ນ ເລື່ອງຫວຽດນາມ ໄດ້ຮັບການຄັດເລືອກເປັນປະເທດຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2. ນີີ້ໄດ້ຮັບຖືວ່າ ແມ່ນຫຼັກຖານທີ່ຈະແຈ້ງ ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຂອງ ອາເມລິກາ ແລະ ສປປ.ເກົາຫຼີ ກໍຄືຂອງປະຊາຄົມສາກົນສໍາລັບຄວາມສາມາດໃນການແບກຫາບບົດບາດຈັດຕັ້ງເຫດການໜ່ຶງໃນບັນດາເຫດການສາກົນສໍາຄັນທີ່ສຸດໃນປີ.

ປີ 2019, ອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກຖືກລ່ວງລ້ຳຢ່າງຮ້າຍແຮງອີກຄັ້ງໜຶ່ງດ້ວຍບັນດາການເຄື່ອນໄຫວຜິດກົດໝາຍຂອງເຮືອກຳປັນຂອງຈີນໃນເຂດທະເລ ຫວຽດນາມ. ຫວຽດນາມໄດ້ຢຶດໝັ້ນກັບບັນດາມາດຕະການຕໍ່ສູ້ຜ່ານເສັ້ນທາງການທູດ, ຍົກສູງຄວາມໂປ່ງໃສໃນວິວັດການແກ້ໄຂບັນດາການຂັດແຍ້ງກັນ, ຍາມໃດກໍ່ຮັກສາທ່າທີໃຫ້ຄວາມຮ່ວມມືເມື່ອເກີດມີຂໍ້ຂັດແຍ່ງ. ວິທີສຳຜັດຂອງ ຫວຽດນາມ ໄດ້ຮັບການເຫັນດີເຫັນພ້ອມ, ສະໜັບສະໜູນຢ່າງແຮງຂອງປະຊາຄົມສາກົນ, ປະກອບສ່ວນໂດຍກົງເຂົ້າການສ້າງພາກພື້ນສັນຕິພາບ, ສະຖຽນລະພາບ, ຊຸກຍູ້ສັນຕິພາບ ແລະ ພັດທະນາໃນໂລກ.

ດ້ວຍບັນດາຂີດໝາຍສຳເລັດຜົນຢ່າງຈະແຈ້ງຂອງວຽກງານການຕ່າງປະເທດ ປີ 2019, ຫວຽດນາມສາມາດມີຄວາມເອກອ້າງທະນົງໃຈ ກ້າວເດີນຢ່າງໝັ້ນຄົງໃນວິວັດທະນາການເຊື່ອມໂຍງ ແລະ ພັດທະນາພ້ອມກັບປະຊາຄົມສາກົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.